ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP

09:00 | 03/01/2021

ຍສໝ - ບົດລາຍງານຢ່າງເປັນທາງການຂອງລັດຖະບານລາຊະອານາຈັກອັງກິດ ຊີ້ແຈ້ງວ່າ ຫວຽດນາມ ຍັງສືບຕໍ່ນອນໃນບັນຊີລາຍຊື່ບັນດາປະເທດໄດ້ຊົມໃຊ້ພາສີບູລິມະສິດ GSP ຂອງອັງກິດ.

ຜົນສຳເລັດຂອງ ຫວຽດນາມ ໃນປີ 2020 ອາດຖືວ່າແມ່ນ “ປະກົດການ” ຜົນສຳເລັດຂອງ ຫວຽດນາມ ໃນປີ 2020 ອາດຖືວ່າແມ່ນ “ປະກົດການ”

ຍສໝ - ນັ້ນແມ່ນຂໍ້ສັງເກດ ຂອງທ່ານສາດສະດາຈານ Vladimir Mazyrin, ການນຳສູນຄົ້ນຄວ້າ ຫວຽດນາມ ແລະ ອາຊຽນຂອງສະຖາບັນຕາເວັນອອກໄກຂຶ້ນກັບສະພາມະຫາບັນດິດວິທະຍາສາດລັດເຊຍ.

ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ

ຍສໝ - ວັນທີ 31 ທັນວາ, ທີ່ດ່ານສາກົນເລະແທງ ແຂວງຢາລາຍ ສສ.ຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ ເຂົ້າສານ 1,4 ໂຕນ, ນ້ຳຕານ 1,1 ໂຕນ ແລະອຸປະກອນການແພດ ເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ-19, ດ້ວຍມູນຄ່າກ່ວາ 200 ລ້ານດົ່ງ.

ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP
ພາບປະກອບ

ຕາມກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລ້ວ, ບົດລາຍງານຢ່າງເປັນທາງການຂອງລັດຖະບານລາຊະອານາຈັກອັງກິດ ຊີ້ແຈ້ງວ່າ ຫວຽດນາມ ຍັງສືບຕໍ່ນອນໃນບັນຊີລາຍຊື່ບັນດາປະເທດໄດ້ຊົມໃຊ້ພາສີບູລິມະສິດ GSP ຂອງອັງກິດ. ຍ້ອນເຫດນັ້ນສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ຈຶ່ງໄດ້ຊົມໃຊ້ພາສີບູລິມະສິດ GSP ເມື່ອວິສາຫະກິດນໍາເຂົ້າແຈ້ງ C/O ແບບ A ຕາມຂໍ້ກຳນົດ.

ຫວຽດນາມ ​ແລະ ອັງກິດ ​ໄດ້​ລົງ​ນາມໃນ​ຂໍ້​ຕົກລົງການ​ຄ້າ​ເສລີ ​ໃນ​ວັນ​ທີ 29 ທັນວາ​ນີ້ກ່ອນ​ທີ່​ອັງກິດຈະ​​ແຍກ​ຕົວ ​ອອກ​ຈາກສະຫະພາບ ​ເອີຣົບ (ອີ​ຢູ) ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1​ ມັງກອນ. ຂໍ້​ຕົກລົງ​ສະບັບ​ນີ້ຈະ​ແທນ​ທີ່​ຂໍ້​ຕົກລົງ​ການ​ຄ້າ​ເສລີລະຫວ່າງ​ ອີ​ຢູ ​ແລະ ຫວຽດນາມ ທີ່​ມີ​ການ​ບັງຄັບ​ໃຊ້​ໃນ​ຂະນະ​ນີ້​ໂດຍ​ຂໍ້​ຕົກລົງ ລະຫວ່າງ ​ຫວຽດນາມ ​ແລະ ອັງກິດ ຈະມີ​ຜົນ​ບັງຄັບ​ໃຊ້​ວັນ​ທີ 31 ​ທັນວາ​ ມີ​ເນື້ອ​ໃນ​ຄື​ກັບ​ຂໍ້​ຕົກລົງ EVFTA ທີ່​ມີ​ການ​ລົບ​ລ້າງ​ພາສີ 99% ສຳລັບ​ສິນຄ້າ​ທີ່​ມີ​ການ​ຊື້-ຂາຍ ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ແລະ ຄາດ​ວ່າຈະ​ຊ່ວຍ​ໃຫ້ ​ຫວຽດນາມ ຫລຸດ​ຕົ້ນທຶນດ້ານ​ພາສີສຳລັບ​ ສິນຄ້າ​ສົ່ງ​ອອກ​ໄປ​ຍັງ​ອັງກິດ​ໄດ້​ປະມານ 151 ລ້ານ​ໂດ​ລາສະຫະລັດ.

ເລື່ອງລົງນາມໃນສັນຍາ UKVFTA ໄດ້ສ້າງຄວາມສະໜິດຕິດພັນ ແລະ ສະຫຼັບກັນທາງດ້ານເສດຖະກິດລະຫວ່າງ 2 ປະເທດ. ພ້ອມກັບການເພີ່ມທະວີດ້ານສິນຄ້າ, ການບໍລິການຈາກອັງກິດ ຄາດວ່າຈະມີກະແສລົງທຶນໂດຍທາງກົງ ແລະ ທາງອ້ອມໃໝ່ຈາກອັງກິດເຂົ້າຫວຽດນາມ.

ສັນຍາການຄ້າດັ່ງກ່າວຈະຮັບປະກັນການຄ້າສອງຝ່າຍສືບຕໍ່ເລັ່ງຄວາມໄວ ແລະ ແມ່ນຂ່າວດີໃຫ້ແກ່ວິສາຫະກິດຂອງອັງກິດ 3.000 ແຫ່ງ ສືບຕໍ່ສົ່ງອອກໄປຍັງຫວຽດນາມ. ພ້ອມທັງເປັນຂ່າວດີໃຫ້ຜູ້ອຸປະໂພກບໍລິໂພກອັງກິດ ສຳລັບຜູ້ທີ່ຢາກຊົມໃຊ້ຜະລິດຕະພັນທີ່ໄດ້ຜະລິດຢູ່ຫວຽດນາມ. ລາຊະອານາຈັກ ອັງກິດ ມີບາງຂະແໜງ, ຂົງເຂດທີ່ມີທ່າແຮງຄື: ສຸຂາພິບານ, ການຢາ...

ເມື່ອສັນຍາສະບັບນີ້ໄດ້ຮັບການຜັນຂະຫຍາຍໃນຕົ້ນປີ 2021 ຈະຫຼຸດອັດຕາພາສີລົງກວ່າ 70% ໃຫ້ແກ່ສິນຄ້າທີ່ສົ່ງອອກຈາກຫວຽດນາມ ໄປອັງກິດ ແລະ ກົງກັນຂ້າມແມ່ນ 65%, ໃນນັ້ນມີສິນຄ້າຫຼາຍປະເພດຈະຫຼຸດອັດຕາພາສີລົງຮອດ 0%. ຄາດວ່າ, ພາຍຫຼັງ 6 ເດືອນ, ສິນຄ້າ 99% ລະຫວ່າງ 2 ປະເທດຈະບໍ່ເສຍພາສີ.

ລາວ ໄດ້ດໍາເນີນພິທີສະເໜີຕົວປຶ້ມ “ທ່ານ ເລວັນຫ໊ຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນທໍາອິດແຫ່ງ ສສ ຫວຽດນາມ ປະຈໍາ ລາວ ລາວ ໄດ້ດໍາເນີນພິທີສະເໜີຕົວປຶ້ມ “ທ່ານ ເລວັນຫ໊ຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນທໍາອິດແຫ່ງ ສສ ຫວຽດນາມ ປະຈໍາ ລາວ"

ຍສໝ - ປຶ້ມຫົວດັ່ງກ່າວໄດ້ບັນທຶກການເຄື່ອນໄຫວການທູດຂອງທ່ານ ເລວັນຫ໊ຽນ ໃນໄລຍະ 15 ປີ (1962-1976) ໃນຖານະຕໍາແໜ່ງເປັນເອກອັກຄະລັດຖະທູດຄົນທໍາອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈໍາ ລາວ.

ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍສໝ - ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ.

ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແອງຫງອກ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ຢູ່ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນໄລຍະ 65 ປີທີ່ຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.

ໄຊພອນ

ເຫດການ
302 Found

Found

The document has moved here.