ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ

15:45 | 07/12/2020

ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ  ເປີດເຜີຍວ່າ: ສໍາລັບການຕິດຕາມ ຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ຄ ນ EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ
ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ຄ ນ ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ
ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ຄ ນ
ພາບປະກອບ

ສ່ວນການເກັບຕົວຢ່າງ ມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 6 ທັນວາ 2020 ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 314 ຄົນ, ໃນນັ້ນມີ 1 ຕົວຢ່າງຈາກບຸກຄົນ ທົ່ວໄປມີອາການ, 128 ຕົວຢ່າງຈາກບຸກຄົນ ທົ່ວໄປບໍ່ມີອາການ, 6 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 148 ຕົວຢ່າງ, ແຮງງານໄທ 26 ຕົວຢ່າງ, ແຮງງານລາວ ມາແຕ່ມຽນມາ 2 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 28, 30 ແລະ 31 ມາກວດຄືນທັງໝົດ 3 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ ຈຳນວນ 2 ຄົນ ລາຍລະອຽດ ດັ່ງລຸ່ມນີ້:

ກໍລະນີຢັ້ງຢືນທີ 40 ເປັນເພດຊາຍ, ອາຍຸ 65 ປີ, ສັນຊາດຣັດເຊຍ, ອາຊີບນັກບິນ, ຈຳກັດບໍລິເວນຢູ່ ໂຮງແຮມແຫ່ງໜຶ່ງ ທີ່ຄະນະສະເພາະ ກິດກຳນົດໄວ້ ໃນນະຄອນຫລວງວຽງຈັນ. ກ່ອນມາ ສປປ ລາວ ໄດ້ກວດຫາເຊື້ອພະຍາດ ໂຄວິດ-19 ຢູ່ປະເທດອິນໂດເນເຊຍ ໃນວັນທີ 2 ທັນວາ 2020 ແລະ ບໍ່ພົບເຊື້ອ, ມາຮອດວັນທີ 5 ທັນວາ 2020 ເດີນທາງຈາກ ປະເທດມາເລເຊຍ ຜ່ານປະເທດໄທ ແລະ ມາຮອດ ສປປ ລາວ, ໄດ້ເກັບຕົວຢ່າງ ທີ່ສະໜາມບິນວັດໄຕ ແລະ ຈຳກັດບໍລິເວນທີ່ ໂຮງແຮມແຫ່ງໜຶຶ່ງທີ່ຄະນະ ສະເພາະກິດກຳນົດໄວ້ ໃນນະຄອນຫລວງວຽງຈັນ, ວັນທີ 6 ທັນວາ 2020 ໃນຕອນເຊົ້າຜູ້ກ່ຽວຮູ້ສຶກເຈັບຄໍ ແລະ ໜາວສັ່ນໜ້ອຍໜຶ່ງ ແຕ່ບໍ່ມີອາການໄຂ້ ແລະ ຜົນກວດອອກແມ່ນ ພົບເຊື້ອພະຍາດ COVID-19, ປັດຈຸບັນເຂົ້ານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ໝາຍເຫດ: ຜູ້ໂດຍສານທີ່ເດີນທາງຮ່ວມສາຍ ການບິນທັງໝົດມີ 20 ຄົນ ລວມທັງຜູ້ກ່ຽວ, ສ່ວນໃຫ່ຍແມ່ນນັກບິນ ແລະ ນາຍຊ່າງ, ທັງໝົດ ແມ່ນໄດ້ເກັບຕົວ ຢ່າງກວດແຕ່ບໍ່ພົບເຊື້ອ ຍົກເວັ້ນຜູ້ກ່ຽວ.

ສໍາລັບກໍລະນີຢັ້ງຢືນ 41 ເປັນເພດຍິງ, ອາຍຸ 19 ປີ, ສັນຊາດລາວ, ອາຊີບນັກສຶກສາ ຮຽນຢູ່ ສ ຣັດເຊຍ, ຈຳກັດບໍລິເວນຢູ່ສູນແຫ່ງໜຶ່ງ ທີ່ຄະນະສະເພາະກິດ ກຳນົດໄວ້ໃນ ນະຄອນຫລວງວຽງຈັນ, ບໍ່ມີອາການສະແດງອອກ, ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໃນວັນທີ 23 ພະຈິກ 2020 ໄດ້ກວດ COVID-19 ດ້ວຍ RT-PCR ຢູ່ ສ ຣັດເຊຍ ຜົນກວດແມ່ນບໍ່ພົບເຊື້ອ. ວັນທີ 28 ພະຈິກ 2020 ເດີນທາງຈາກ ປະເທດຣັດເຊຍ ໂດຍຖ້ຽວບິນພິເສດ ABG 9985/9986 ມາຮອດສະໜາມບິນວັດໄຕຂອງ ສປປ ລາວ, ຖ້ຽວບິນຍົນເໝົາລໍາ ມີຜູ້ໂດຍສານທັງໝົດ 79 ຄົນ ແລະ ທັງໜົດໄດ້ເກັບຕົວຢ່າງກວດ, ຫລັງຈາກນັ້ນ ໄດ້ເດີນທາງຈາກສະໜາມບິນວັດໄຕ ມາຍັງສູນຈຳກັດບໍລິເວນ ໃນນະຄອນຫລວງວຽງຈັນ ດ້ວຍລົດເມ ມີທັງໝົດ 27 ຄົນ ລວມທັງຜູ້ກ່ຽວ ແລະ ພະນັກງານຂັບລົດເມ. ວັນທີ 29 ພະຈິກ 2020 ຜົນກວດອອກມາແມ່ນ ບໍ່ພົບເຊື້ອໂຄວິດ-19 ທັງໝົດຈໍານວນ 79 ຄົນ ລວມທັງຜູ້ກ່ຽວ. ວັນທີ 28 ພະຈິກ 2020 ຫາ ວັນທີ 5 ທັນວາ (ຈໍານວນ 8 ມື້) ໄດ້ວັດແທກອຸນຫະພູມ ທຸກມື້ເຊົ້າ-ແລງ ໂດຍທີມງານແພດປະຈໍາສູນດັ່ງກ່າວ, ຜູ້ກ່ຽວບໍ່ມີອາການຫຍັງ ສະແດງອອກ ແລະ ບໍ່ໄດ້ອອກຈາກຫ້ອງໄປໃສ, ກິນອາຫານຢູ່ໃນຫ້ອງ ໂດຍມີພະນັກງານນຳອາຫານ ແລະ ນ້ຳດື່ມໄປປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ບໍ່ມີພະນັກງານເຂົ້າໄປ ອະນາໄມໃນຫ້ອງນອນ, ໃນຫ້ອງນອນພັກນໍາກັນ 2 ຄົນ ລວມທັງຜູ້ກ່ຽວ, ຊຶ່ງໝູ່ຂອງຜູ້ກ່ຽວ ກໍບໍ່ມີອາການຫຍັງ ສະແດງອອກເທື່ອ. ວັນທີ 5 ທັນວາ 2020 ຈຶ່ງເກັບຕົວຢ່າງ ມາກວດຄືນເປັນຄັ້ງທີ 2, ວັນທີ 6 ທັນວາ 2020 ຜົນກວດອອກມາ ພົບເຊື້ອໂຄວິດ-19. ປັດຈຸບັນເຂົ້ານອນປິ່ນປົວ ຢູ່ໂຮງໝໍມິດຕະພາບ.

ມາຮອດວັນທີ 7 ທັນວາ 2020, ທົ່ວໂລກມີການລາຍງານ ການລະບາດທັງໝົດ 218 ປະເທດເຂດ, ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 67.359.840 ຄົນ. ໃນນີ້ ເສຍຊິວິດ 1.541.165 ຄົນ, ປິ່ນປົວຫາຍດີ 46.558.706 ຄົນ. ຕໍ່ສະພາບດັ່ງກ່າວ ຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ບໍ່ໃຫ້ປະໝາດໃຫ້ພາກັນ ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອ ຢ່າງເຄັ່ງຄັດ ເປັນຕົ້ນ ແມ່ນໃສ່ຜ້າອັດປາກ-ດັງ ເມື່ອເດີນທາງອອກຈາກເຮືອນ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ຫຼີກລ້ຽງການເດີນທາງ ໄປສະຖານທີ່ ທີ່ມີຄວາມສ່ຽງ ໃນການຕິດເຊື້ອ, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ເພື່ອສະກັດກັ້ນ ການແຜ່ລະບາດ ຂອງພະຍາດດັ່ງກ່າວ ໃນປະເທດເຮົາ.

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ຄ ນ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ຄ ນ ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ຄ ນ ລາວ: ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດ ຢູ່ມີທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.692 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 71.020 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາ ຢູ່ໂຮງໝໍມິດຕະພາບ.

kpl.gov.la

ເຫດການ
302 Found

Found

The document has moved here.