ລາວ: ໃນປີ 2020 ຈະສາມາດສົ່ງອອກພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ

16:18 | 08/10/2020

ມາ​ຮອດ​ປັດຈຸບັນ ສປປ ລາວ ມີ​ແຫ​ລ່ງຜະລິດ​ໄຟຟ້າ​ທັງ​ໝົດ 78 ​ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 9.972 ​ເມັກ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ ​ໄຟຟ້າ​ໄດ້​ເຖິງ 52.211 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ, ​ໃນ​ນີ້​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ 67 ​ແຫ່ງ, ​ໂຮງ​ໄຟຟ້າ​ຖ່ານ​ຖີນ 1 ​ແຫ່ງ, ​ໂຮງ​ໄຟຟ້າ​ຊີວະ​ມວນ 4 ​ແຫ່ງ, ​ໂຮງ​ໄຟຟ້າ​ແສງຕາ​ເວັນ 6 ​ແຫ່ງ.

ລາວ ໃນປ 2020 ຈະສາມາດສ ງອອກພະລ ງງານໄດ ທ ງໝ ດ 3 575 ລ ານກ ໂລວ ດໂມງ ຮອດປ 2025 ຈະສາມາດສ ງອອກໄດ 6 017 ລ ານກ ໂລວ ດໂມງ ຫວຽດນາມເພີ່ມການນຳເຂົ້າໄຟຟ້າຈາກລາວ
ລາວ ໃນປ 2020 ຈະສາມາດສ ງອອກພະລ ງງານໄດ ທ ງໝ ດ 3 575 ລ ານກ ໂລວ ດໂມງ ຮອດປ 2025 ຈະສາມາດສ ງອອກໄດ 6 017 ລ ານກ ໂລວ ດໂມງ ຕະຫລາດແຮງງານ ຫວຽດນາມ ມີການປ່ຽນແປງຫລາຍຢ່າງ
ລາວ ໃນປ 2020 ຈະສາມາດສ ງອອກພະລ ງງານໄດ ທ ງໝ ດ 3 575 ລ ານກ ໂລວ ດໂມງ ຮອດປ 2025 ຈະສາມາດສ ງອອກໄດ 6 017 ລ ານກ ໂລວ ດໂມງ
ພາບປະກອບ

ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຄາດຄະເນ ປີ 2020 ສປປ ລາວ ມີຄວາມຕ້ອງການພະລັງງານໄຟຟ້າທັງໝົດ 9.401 ລ້ານກິໂລວັດໂມງ, ຮອດປີ 2025 ມີຄວາມຕ້ອງການພະລັງງານ ໄຟຟ້າເພີ່ມຂຶ້ນເປັນ 13.621 ລ້ານກິໂລວັດໂມງ, ໂດຍມີອັດຕາການເພີ່ມຂຶ້ນສະເລ່ຍ 7,7% ຕໍ່ປີ. ໃນນັ້ນປີ 2020 ຂະແໜງອຸດສາຫະກໍາກວມເອົາອັດຕາສ່ວນຫລາຍກວ່າ 47% ແລະ ຄາດຄະເນໃນປີ 2025 ຂະແໜງອຸດສາຫະກໍາຈະກວມເອົາອັດຕາສ່ວນເພີ່ມຂຶ້ນເປັນ 52%. ພ້ອມດຽວກັນນັ້ນ, ໃນປີ 2020 ຟຟລ ຈະສາມາດສົ່ງອອກພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ ​ແລະ ນັບ​ແຕ່​ປັດຈຸບັນ ຈົນ​ເຖິງ​ປີ 2030 ຈະມີເຂື່ອນໄຟຟ້າທີ່ຈະມອບຄືນໃຫ້ລັດຖະບານ​ລາວ ກໍຄື ໂຄງການຜະລິດໄຟຟ້າຫ້ວຍເຫາະ ແລະ ເຂື່ອນອື່ນໆອີກ ໃນປີ 2035 ແລະ ປີຕໍ່ໆໄປ ທີ່ອາດຈະເຮັດໃຫ້ລາຄາໄຟຟ້າຖືກລົງ.

ຕາມ ທ່ານ ຈັນ​ສະ​ແຫວ​ງ ບຸນ​ຍົງ ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ ​ແຜນ​ພະລັງງານ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ແລ້ວ, ມາ​ຮອດ​ປັດຈຸບັນ ສປປ ລາວ ມີ​ແຫ​ລ່ງຜະລິດ​ໄຟຟ້າ​ທັງ​ໝົດ 78 ​ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 9.972 ​ເມັກ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ ​ໄຟຟ້າ​ໄດ້​ເຖິງ 52.211 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ, ​ໃນ​ນີ້​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ 67 ​ແຫ່ງ, ​ໂຮງ​ໄຟຟ້າ​ຖ່ານ​ຖີນ 1 ​ແຫ່ງ, ​ໂຮງ​ໄຟຟ້າ​ຊີວະ​ມວນ 4 ​ແຫ່ງ, ​ໂຮງ​ໄຟຟ້າ​ແສງຕາ​ເວັນ 6 ​ແຫ່ງ.

ໃນວັນທີ 5 ຕຸລາ 2020, ລັດວິ​ສາ​ຫະກິດ​ໄຟຟ້າ​ລາວ ຮ່ວມ​ກັບ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ແລະ ພາກສ່ວນ​ກ່ຽວຂ້ອງຈັດ​ເວທີເສວະນາເພື່ອ​ປຶກສາ​ຫາລື, ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນກ່ຽວກັບໂຄງສ້າງລາຄາໄຟຟ້າ ສະບັບ​ປັບປຸງ​ໃໝ່ 2021-2025, ໂດຍ​ໄດ້ເຊື້ອເຊີນ​ເອົາທຸກພາກສ່ວນທີ່ມີຄວາມສົນໃຈກ່ຽວ​ກັບລາຄາໄຟຟ້າໃຫ້ສາມາດອອກຄໍາຄິດ, ຄຳເຫັນ, ​ແລກປ່ຽນ​ບົດຮຽນ ຢ່າງ​ກົງ​ໄປ​ກົງ​ມາແບບສ້າງສັນ ແລະ ຢ່າງມີວິທະຍາສາດ.

​ໂອກາດ​ດັ່ງກ່າວ, ທ່ານ ດາວ​ວົງ ພອນ​ແກ້ວ ຮອງ​ລັດຖະມົນ​ຕີ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ກ່າວ​ວ່າ: ການເສວະນາ​ໃນຄັ້ງນີ້ ແມ່ນສືບເນື່ອງຈາກ ການທີ່ລັດຖະບານໄດ້ມີທິດຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບໄຟຟ້າລາວໃຫ້ມີການຄົ້ນຄວ້າຮູບແບບຕ່າງໆ ກ່ຽວກັບໂຄງສ້າງລາຄາໄຟຟ້າແລ້ວນໍາໄປອະທິບາຍທາບທາມຄໍາຄິດເຫັນຈາກປະຊາຊົນທຸກຊັ້ນຄົນເພື່ອສັງລວມເອົາບັນດາຂໍ້ສະ​ເໜີ ລາຍງານຕໍ່ລັດຖະບານ.

ລາວ ໃນປ 2020 ຈະສາມາດສ ງອອກພະລ ງງານໄດ ທ ງໝ ດ 3 575 ລ ານກ ໂລວ ດໂມງ ຮອດປ 2025 ຈະສາມາດສ ງອອກໄດ 6 017 ລ ານກ ໂລວ ດໂມງ

ເວທີ ​ເສວະນາ ​ເພື່ອ​ປຶກສາ​ຫາລື, ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ກ່ຽວກັບໂຄງສ້າງລາຄາໄຟຟ້າ ສະບັບ​ປັບປຸງ​ໃໝ່ 2021-2025, ໂດຍ​ໄດ້ເຊື້ອເຊີນ​ເອົາທຸກພາກ ສ່ວນທີ່ມີຄວາມສົນໃຈ ກ່ຽວ​ກັບລາຄາໄຟຟ້າ ​ໃຫ້ສາມາດອອກຄໍາຄິດ, ຄຳເຫັນ, ​ແລກປ່ຽນ​ບົດຮຽນ ຢ່າງ​ກົງ​ໄປ​ກົງ​ມາ ແບບສ້າງສັນ ແລະ ຢ່າງມີວິທະຍາສາດ. ພາບ: ຂປລ

ການຄິດໄລ່ລາຄາໄຟຟ້າແມ່ນອີງໃສ່ສະພາບເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ຕາມສະພາບລາຍຮັບຕົວຈິງຂອງປະຊາຊົນເຮັດໃຫ້ການກໍານົດລາຄາໄຟຟ້າ ມີລັກສະນະເກື້ອກູນ ດ້ວຍເຫດນີ້ໄຟຟ້າລາວຈຳເປັນຕ້ອງແບກຫາບພາລະດ້ານຕົ້ນທຶນ ແລະ ຂາດທຶນ, ໂດຍມີໜີ້ສິນແກ່ຍາວ, ແຕ່ເຖິງແນວໃດກໍຕາມໄຟຟ້າລາວກໍຕ້ອງ​ໄດ້ເຮັດໜ້າທີ່ການເມືອງທີ່ສຳຄັນ ຄື ສະໜອງໄຟຟ້າໃຫ້ ສັງ ຄົມໄດ້ຊົມໃຊ້ຢ່າ​ງທົ່ວ​ເຖິງ.

​ໂດຍ​ມີຈຸດປະສົງ ​ເພື່ອສົ່ງເສີມບັນດານະໂຍບາຍຂອງລັດຖະບານຂອງການພັດທະນາດ້ານເສດຖະກິດ, ຢາກໃຫ້ປະຊາຊົນລາວເຮັດການຜະລິດ ເປັນສິນຄ້າເພີ່ມຂຶ້ນ ຈະແມ່ນລະດັບຈຸນລະພາກ ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງ ແຕ່ງປະເພດຕ່າງໆ. ສໍາຄັນແມ່ນໃຫ້ສາມາດແຂ່ງຂັນໄດ້, ຢາກໃຫ້ມີການນໍາໃຊ້ ໄຟຟ້າໃນປະເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກວັດຖຸດິບທີ່ບໍ່​ໄດ້​ຮັບ​ການ​ປຸງ​ແຕ່ງ ​ເພື່ອ​ໃຫ້​ເກີດ​ມູນ​ຄ່າ​ເພີ່ມ​ ເປັນ​ຫລາຍ​ເທົ່າ, ໃຫ້ສາມາດດຶງດູດ ການລົງທຶນຕ່າງປະເທດໃຫ້ໄດ້ຫລາຍໆ, ໃຫ້ ຟຟລ ຍັງສາມາດສືບຕໍ່ດໍາເນີນທຸລະກິດມີຜົນກໍາໄລຮັບປະກັນການສະໜອງໄຟຟ້າ ດ້ວຍຄຸນນະພາບ, ເປັນແບບຢ່າງນໍາໜ້າ ໃນການດໍາເນີນທຸລະກິດ.

ລາວ ໃນປ 2020 ຈະສາມາດສ ງອອກພະລ ງງານໄດ ທ ງໝ ດ 3 575 ລ ານກ ໂລວ ດໂມງ ຮອດປ 2025 ຈະສາມາດສ ງອອກໄດ 6 017 ລ ານກ ໂລວ ດໂມງ 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ

ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ໃນປະຈຸບັນ ທີ່ຫວຽດນາມ ແມ່ນ 1098 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1028 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

ລາວ ໃນປ 2020 ຈະສາມາດສ ງອອກພະລ ງງານໄດ ທ ງໝ ດ 3 575 ລ ານກ ໂລວ ດໂມງ ຮອດປ 2025 ຈະສາມາດສ ງອອກໄດ 6 017 ລ ານກ ໂລວ ດໂມງ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຂອງປະເທດ ໄຮຕີ ປຶກສາຫາລືເພື່ອຫັນການແກ້ໄຂຢ່າງຮອບດ້ານ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຫວັງວ່າ ບັນດາຝ່າຍກ່ຽວຂ້ອງໃນປະເທດ ໄຮຕີ ຕ້ອງມີຄວາມພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການສ້າງຕັ້ງສະພາຊົ່ວຄາວ; ຕົກລົງເຫັນດີກ່ຽວກັບວິທີການ ແລະ ເວລາທີ່ຈະລົງຄະແນນສຽງ.

ລາວ ໃນປ 2020 ຈະສາມາດສ ງອອກພະລ ງງານໄດ ທ ງໝ ດ 3 575 ລ ານກ ໂລວ ດໂມງ ຮອດປ 2025 ຈະສາມາດສ ງອອກໄດ 6 017 ລ ານກ ໂລວ ດໂມງ ງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ

ຍສໝ - ແຕ່ວັນທີ 6 ຫາ ວັນທີ 8 ຕຸລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.