ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ

06:30 | 07/12/2020

ຍສໝ - ໃນຕອນບ່າຍຂອງວັນທີ 6 ທັນວາ 2020 ຢູ່ ຫໍສະພາແຫ່ງຊາດ ສສ.ຫວຽດນາມ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ . 

ທ ານນາງ ຫງວຽນທ ກ ມເງ ນ ປະທານສະພາແຫ ງຊາດຫວຽດນາມ ຕ ລາຄາສ ງການພ ວພ ນຮ ວມມ ລະຫວ າງ ສະພາແຫ ງຊາດສອງປະເທດ ຫວຽດນາມ ແລະ ລາວ ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ
ທ ານນາງ ຫງວຽນທ ກ ມເງ ນ ປະທານສະພາແຫ ງຊາດຫວຽດນາມ ຕ ລາຄາສ ງການພ ວພ ນຮ ວມມ ລະຫວ າງ ສະພາແຫ ງຊາດສອງປະເທດ ຫວຽດນາມ ແລະ ລາວ ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະສູນກາງແນວລາວສ້າງຊາດ
ທ ານນາງ ຫງວຽນທ ກ ມເງ ນ ປະທານສະພາແຫ ງຊາດຫວຽດນາມ ຕ ລາຄາສ ງການພ ວພ ນຮ ວມມ ລະຫວ າງ ສະພາແຫ ງຊາດສອງປະເທດ ຫວຽດນາມ ແລະ ລາວ
ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ. ພາບ:TTXVN

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ ນັບມື້ນັບມີຄວາມແຫນ້ນແຟ້ນ, ສອງຝ່າຍໄດ້ສົມທົບກັນເປັນຢ່າງດີໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດ ພິເສດ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ, ສາກົນ. ພ້ອມທັງ ກໍ່ໄດ້ຢືນຢັນວ່າສະພາແຫ່ງຊາດຫວຽດນາມ ຈະສົມທົບຢ່າງແຫນ້ນແຟ້ນກັບສະພາແຫ່ງຊາດ ລາວ ເພື່ອສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ລັດຖະບານສອງປະເທດ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເພີ່ມທະວີການສົມທົບຕິດຕາມການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານເພື່ອໃຫ້ສຳເລັດຕາມການກຳນົດເວລາ.

ກໍ່ໃນວັນດຽວກັນ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ນຳຫນ້າ ພວມຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ການສະຫນັບສະຫນູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນ ຊື່ງຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນລາວ ນັບແຕ່ກ່ອນມາຮອດປະຈຸບັນ ນັບທັງເມື່ອຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ. ພ້ອມທັງຢືນຢັນວ່າລັດຖະບານ ລາວ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ບັນດາເນື້ອໃນຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ ໃຫ້ມີປະສິດທິຜົນ.

ທ ານນາງ ຫງວຽນທ ກ ມເງ ນ ປະທານສະພາແຫ ງຊາດຫວຽດນາມ ຕ ລາຄາສ ງການພ ວພ ນຮ ວມມ ລະຫວ າງ ສະພາແຫ ງຊາດສອງປະເທດ ຫວຽດນາມ ແລະ ລາວ
ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ.ພາບ:vietnam+

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ດຳເນີນແຕ່ວັນທີ 4 – 6 ທັນວາ 2020.

ພາຍໃຕ້ການເປັນສັກຂິພິຍານ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ, ບັນດາກະຊວງຂອງ ສອງ ປະເທດໄດ້ເຊັນ ແລະ ມອບຂໍ້ຕົກລົງ, ສັນຍາ ແລະ ບົດບັນທຶກຊ່ວຍຈຳ 17 ສະບັບ, ໃນນັ້ນ ມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ໃນປີ 2021; ຈົດໝາຍທາງການກ່ຽວກັບການປະຕິບັດສັນຍາວ່າດ້ວຍການຮ່ວມມືລົງທຶນພັດທະນາທ່າກ່ຳປັ່ນເລກທີ 1, 2, 3 ຂອງທ່າກ່ຳປັ່ນ ຫວູງອາງ; ບົດບັນທຶກຊ່ວຍຈຳການຮ່ວມມືວ່າດ້ວຍການຄົ້ນຄວ້າພັດທະນາທາງລົດໄຟລະຫວ່າງຫວຽດນາມ ແລະ ລາວ. ນອກນັ້ນ ຍັງມີບາງຂໍ້ຕົກລົງໃນຂົງເຂດການສຶກສາ, ພະລັງງານລະຫວ່າງ ສອງປະເທດອີກດ້ວຍ.

ທ ານນາງ ຫງວຽນທ ກ ມເງ ນ ປະທານສະພາແຫ ງຊາດຫວຽດນາມ ຕ ລາຄາສ ງການພ ວພ ນຮ ວມມ ລະຫວ າງ ສະພາແຫ ງຊາດສອງປະເທດ ຫວຽດນາມ ແລະ ລາວ ນາຍົກລັດຖະມົນຕີສອງປະເທດ ຫວຽດນາມ - ລາວເປັນປະທານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 6 ທັນ​ວາ ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 43 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າ​ງ ລັດ​ຖະ​ບານ ຫວຽດ​ນາມ - ລາວ.

ທ ານນາງ ຫງວຽນທ ກ ມເງ ນ ປະທານສະພາແຫ ງຊາດຫວຽດນາມ ຕ ລາຄາສ ງການພ ວພ ນຮ ວມມ ລະຫວ າງ ສະພາແຫ ງຊາດສອງປະເທດ ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ

ຍ​ສ​ໝ - ທ່ານ​ນາງ Ine Marie Eriksen Soreide ລັດຖະມົນຕີຕ່າງປະເທດ ນອກແວ ໄດ້ສະແດງຄວາມເຫັນອົກເຫັນໃຈແລະແບ່ງປັນຢ່າງເລິກເຊິ່ງກ່ຽວກັບການສູນເສຍທີ່ເກີດຂຶ້ນຢູ່ຫວຽດນາມເນື່ອງຈາກໄພພິບັດທາງທຳມະຊາດ ແລະ ນໍ້າຖ້ວມຢູ່ບັນດາແຂວງພາກກາງ, ທ່ານ​ນາງ​ກໍ່ເຊິ່ງຢືນຢັນວ່າປະເທດນອກແວກຽມພ້ອມແລ້ວທີ່​ຈະສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ.

ທ ານນາງ ຫງວຽນທ ກ ມເງ ນ ປະທານສະພາແຫ ງຊາດຫວຽດນາມ ຕ ລາຄາສ ງການພ ວພ ນຮ ວມມ ລະຫວ າງ ສະພາແຫ ງຊາດສອງປະເທດ ຫວຽດນາມ ແລະ ລາວ ຮອງເລຂາທິການໃຫຍ່ ສປຊ ມີຄວາມປາດຖະໜາກຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ

ຍ​ສ​ໝ - ທ່ານ ຟານ​ຈີ໊ແທັງ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ​ປະ​ຈຳ UNESCAP ຢັ້ງ​ຢືນ ວ່າ ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຕີ​ລາ​ຄ​າ​ສູງ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແ​ລະ ESCAP.

ໄຊພອນ

ເຫດການ
302 Found

Found

The document has moved here.