ຫວຽດນາມ ແລະ ລາວ: ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ

22:37 | 06/12/2020

ຍສໝ - ທີ່ກອງປະຊຸມຄັ້ງທີ 43 ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ຫວຽດນາມ - ລາວ ດຳເນີນແຕ່ວັນທີ 4 – 6 ທັນວາ 2020,  2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືປີ 2021 ແລະ ໄລຍະ 5 ຫາ 10 ປີຈະມາເຖິງ; ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ລວມມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືຫວຽດນາມ - ລາວ ປີ 2021 ແລະ ບັນດາຂໍ້ຕົກລົງຮ່ວມມືອື່ນໆ.

ຫວຽດນາມ ແລະ ລາວ ສ ບຕ ສ ມທ ບກ ນຢ າງແໜ ນແຟ ນ ສະໜ ບສະໜ ນເຊ ງກ ນ ແລະກ ນຢ ບ ນດາເວທ ປາໄສພາກພ ນ ແລະ ສາກ ນ ສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ: ຢັ້ງຢືນການພົວພັນໄທ - ຫວຽດນາມ ໄດ້ຊະນະໂລກລະບາດ
ຫວຽດນາມ ແລະ ລາວ ສ ບຕ ສ ມທ ບກ ນຢ າງແໜ ນແຟ ນ ສະໜ ບສະໜ ນເຊ ງກ ນ ແລະກ ນຢ ບ ນດາເວທ ປາໄສພາກພ ນ ແລະ ສາກ ນ ນາຍົກລັດຖະມົນຕີສອງປະເທດ ຫວຽດນາມ - ລາວເປັນປະທານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ
ຫວຽດນາມ ແລະ ລາວ ສ ບຕ ສ ມທ ບກ ນຢ າງແໜ ນແຟ ນ ສະໜ ບສະໜ ນເຊ ງກ ນ ແລະກ ນຢ ບ ນດາເວທ ປາໄສພາກພ ນ ແລະ ສາກ ນ
ບັນຍາກາດທີ່ກອງປະຊຸມ. ພາບ: TTXVN

ວັນທີ 6 ທັນວາ, ທີ່ຮ່າໂນ້ຍ, ໄດ້ດໍາເນີນກອງປະຊຸມຄັ້ງທີ 43 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະລັດຖະບານແຫ່ງ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ເລື່ອງສອງຝ່າຍຍັງຮັກສາການຢ້ຽມຢາມ, ພົບປະ, ໂອ້ລົມທາງໂທລະສັບຂັ້ນສູງ ແລະບັນດາກົນໄກຮ່ວມມືສອງຝ່າຍທີ່ສໍາຄັນ, ໜູນຊ່ວຍກັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ກໍຄືຮັກສາທ່າພັດທະນາອັນດີງາມຂອງການພົວພັນຮ່ວມມືໃນຫຼາຍຂົງເຂດນັ້ນ ແມ່ນພະຍານຫຼັກຖານໃຫ້ແກ່ຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຢ່າງສູງຂອງທັງສອງປະເທດທີ່ສະຫງວນໃຫ້ແກ່ການພົວພັນພິເສດຫວຽດນາມ ແລະລາວ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງລັດຖະບານລາວ ໃນໄລຍະຜ່ານມາ, ພິເສດແມ່ນການຄວບຄຸມພະຍາດໂຄວິດ-19, ຮັກສາທ່າເຕີບໂຕໄດ້ດີພໍສົມຄວນ, ຈັດຕັ້ງສໍາເລັດບັນດາກອງປະຊຸມຮ່ວມມືອະນຸພາກພື້ນ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງຂອງ ລາວ ໃນພາກພື້ນ; ພ້ອມທັງກ່າວຄໍາຂອບໃຈມາຍັງ ສປປ ລາວ ທີ່ໄດ້ສະໜັບສະໜູນຫວຽດນາມ ໃນປີປະທານອາຊຽນ 2020 ແລະດໍາລົງຕໍາແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ສະໄໝ 2020-2021.

ຫວຽດນາມ ແລະ ລາວ ສ ບຕ ສ ມທ ບກ ນຢ າງແໜ ນແຟ ນ ສະໜ ບສະໜ ນເຊ ງກ ນ ແລະກ ນຢ ບ ນດາເວທ ປາໄສພາກພ ນ ແລະ ສາກ ນ
ພາຍໃຕ້ການເປັນສັກຂິພິຍານ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ບັນດາກະຊວງຂອງ 2 ປະເທດໄດ້ເຊັນ ແລະ ມອບຂໍ້ຕົກລົງ, ສັນຍາ ແລະ ບົດບັນທຶກຊ່ວຍຈຳ 17 ສະບັບ. ພາບ: TTXVN

ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືປີ 2021 ແລະ ໄລຍະ 5 ຫາ 10 ປີຈະມາເຖິງ; ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ລວມມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືຫວຽດນາມ - ລາວ ປີ 2021 ແລະ ບັນດາຂໍ້ຕົກລົງຮ່ວມມືອື່ນ. 2 ຝ່າຍສືບຕໍ່ຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນໃນການຮ່ວມມືອາຊຽນ. ກົນໄກຮ່ວມມືອະນຸພາກພື້ນແມ່ຂອງ ແລະ ຢູ່ສະຫະປະຊາຊາດ; ພ້ອມກັນເພີ່ມທະວີການປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນ, ຍົກສູງທີ່ຕັ້ງ, ເປັນເຈົ້າຕົນເອງ, ເປັນຕົ້ນແມ່ນໃນບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ພາກພື້ນ, ລວມມີ ທະເລຕາເວັນອອກ, ແມ່ຂອງ; ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ອື່ນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ຊຸກຍູ້ການຮັກສາຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ, ຍູ້ແຮງການກໍ່ສ້າງປະຊາຄົມອາຊຽນ.ບັນດາເນື້ອໃນຮ່ວມມືດັ່ງກ່າວໄດ້ຫັນເປັນລະອຽດດ້ວຍເອກະສານຈໍານວນ 17 ສະບັບ ເຊິ່ງສອງຝ່າຍໄດ້ລົງນາມ, ແລກປ່ຽນໃນກອງປະຊຸມຄັ້ງນີ້.

ຫວຽດນາມ ແລະ ລາວ ສ ບຕ ສ ມທ ບກ ນຢ າງແໜ ນແຟ ນ ສະໜ ບສະໜ ນເຊ ງກ ນ ແລະກ ນຢ ບ ນດາເວທ ປາໄສພາກພ ນ ແລະ ສາກ ນ ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ

ຍ​ສ​ໝ - ທ່ານ​ນາງ Ine Marie Eriksen Soreide ລັດຖະມົນຕີຕ່າງປະເທດ ນອກແວ ໄດ້ສະແດງຄວາມເຫັນອົກເຫັນໃຈແລະແບ່ງປັນຢ່າງເລິກເຊິ່ງກ່ຽວກັບການສູນເສຍທີ່ເກີດຂຶ້ນຢູ່ຫວຽດນາມເນື່ອງຈາກໄພພິບັດທາງທຳມະຊາດ ແລະ ນໍ້າຖ້ວມຢູ່ບັນດາແຂວງພາກກາງ, ທ່ານ​ນາງ​ກໍ່ເຊິ່ງຢືນຢັນວ່າປະເທດນອກແວກຽມພ້ອມແລ້ວທີ່​ຈະສະໜັບສະໜູນຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ.

ຫວຽດນາມ ແລະ ລາວ ສ ບຕ ສ ມທ ບກ ນຢ າງແໜ ນແຟ ນ ສະໜ ບສະໜ ນເຊ ງກ ນ ແລະກ ນຢ ບ ນດາເວທ ປາໄສພາກພ ນ ແລະ ສາກ ນ ຮອງເລຂາທິການໃຫຍ່ ສປຊ ມີຄວາມປາດຖະໜາກຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ

ຍ​ສ​ໝ - ທ່ານ ຟານ​ຈີ໊ແທັງ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ​ປະ​ຈຳ UNESCAP ຢັ້ງ​ຢືນ ວ່າ ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຕີ​ລາ​ຄ​າ​ສູງ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແ​ລະ ESCAP.

ຫວຽດນາມ ແລະ ລາວ ສ ບຕ ສ ມທ ບກ ນຢ າງແໜ ນແຟ ນ ສະໜ ບສະໜ ນເຊ ງກ ນ ແລະກ ນຢ ບ ນດາເວທ ປາໄສພາກພ ນ ແລະ ສາກ ນ ຫວຽດນາມ: ມີຫຼາຍຄາດໝາຍດ້ານເສດຖະກິດ-ສັງຄົມບັນລຸໄດ້ໝາກຜົນປະເປັນໜ້າຊື່ນຊົມ

ຍສໝ- ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລ້ວ, ທີ່ກອງປະຊຸມລັດຖະບານ, ໂດຍພື້ນຖານແລ້ວ, ບັນດາສະມາຊິກລັດຖະບານ ໄດ້ເຫັນດີໂດຍຕີລາຄາວ່າ ສະພາບການເສດຖະກິດ - ສັງຄົມ ເດືອນພະຈິກ ປີ 2020 ສືບຕໍ່ໄດ້ຮັບການປັບປຸງຫຼາຍກວ່າ ເມື່ອທຽບກັບຊຸມເດືອນກ່ອນນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.