ໄຊຊະນະອັນສະຫງ່າລາສີຂອງການປະຕິວັດລາວຕິດພັນກັບການຊ່ວຍເຫຼືອ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ

12:26 | 02/12/2020

ຍ​ສ​ໝ - ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໄດ້ສຳພາດ ທ່ານນາງ ສູນ​ທອນ ໄຊ​ຍະ​ຈັກ ຫົວໜ້າຄະນະພົວ​ພັນ​ການ​ຕ່າງ​ປະ​ເທດສູນກາງພັກປະຊາຊົນປະຕິວັດລາວ, ກ່ຽວກັບຜົນສຳເລັດຂອງ ລາວ ແລະ ການຮ່ວ​ດຳ​ທາງ​ກັບ ຫວຽດນາມ ໃນ​ໄລ​ຍະເວລາ 45 ປີທີ່​ຜ່ານ​ມາ.

ໄຊຊະນະອ ນສະຫງ າລາສ ຂອງການປະຕ ວ ດລາວຕ ດພ ນກ ບການຊ ວຍເຫ ອ ແລະການເສຍສະຫ ະອ ນໃຫຍ ຫ ວງຂອງກອງທ ບ ແລະປະຊາຊ ນຫວຽດນາມ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ສ​ປ​ປ. ​ລາວ
ໄຊຊະນະອ ນສະຫງ າລາສ ຂອງການປະຕ ວ ດລາວຕ ດພ ນກ ບການຊ ວຍເຫ ອ ແລະການເສຍສະຫ ະອ ນໃຫຍ ຫ ວງຂອງກອງທ ບ ແລະປະຊາຊ ນຫວຽດນາມ ໄຂ​ຫ້ອງ​ຮຽນຊັ້ນ​ກາງ ​ທິດ​ສະ​ດີ​ການ​ເມືອງ​ - ການ​ປົກ​ຄອງ​ໃຫ້​ແກ່​ພະ​ນັກ​ງານ​ລາວ
ໄຊຊະນະອ ນສະຫງ າລາສ ຂອງການປະຕ ວ ດລາວຕ ດພ ນກ ບການຊ ວຍເຫ ອ ແລະການເສຍສະຫ ະອ ນໃຫຍ ຫ ວງຂອງກອງທ ບ ແລະປະຊາຊ ນຫວຽດນາມ
ທ່ານນາງສູນ​ທອນ ໄຊ​ຍະ​ຈັກ ຫົວ ໜ້າຄະນະພົວ​ພັນ​ການ​ຕ່າງ​ປະ​ເທດສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN)

ໂດຍປະເມີນຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ 1975 ສຳລັບປະເທດລາວກໍ່ຄືກັບພັນທະມິດ ແລະຄວາມສາມັກຄີພິເສດລາວ - ຫວຽດນາມ, ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈັກ ຢືນຢັນວ່າ ນີ້ແມ່ນວັນກຳເນີດຂອງ ສປປ.ລາວ, ແມ່ນວັນທີ່ມີຄວາມໝາຍສຳຄັນຍິ່ງ ແລະສັກກະລະບູຊາຕໍ່ທົ່ວພັກ, ທົ່ວກອງທັບແລະທົ່ວປວງຊົນລາວທັງຊາດ, ແມ່ນຂີດໝາຍ ແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້. ສົງຄາມຕໍ່ຕ້ານການບຸກລຸກຕ່າງປະເທດມາເປັນເວລາຫຼາຍພັນປີຂອງປະຊາຊົນລາວ. ນີ້ແມ່ນມື້ທີ່ປະຊາຊົນລາວໄດ້ຮັບເສລີພາບ, ປົກຄອງປະເທດຢ່າງແທ້ຈິງ; ແມ່ນມື້ທີ່ປະເທດລາວໄດ້ຮັບການປົດປ່ອຍຢ່າງສົມບູນ, ມີເອກະລາດ, ມີອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ມີທີ່ຕັ້ງ ແລະບົດບາດທີ່ສອດຄ່ອງກັບປະເທດອື່ນໆ.

ທ່ານນາງ ສູນ​ທອນ ໄຊ​ຍະ​ຈັກ ໄດ້ເນັ້ນໜັກວ່າໄຊຊະນະອັນສະຫງ່າລາສີ ແລະປະຫວັດສາດນີ້ແມ່ນສິ່ງທີ່ຂາດບໍ່ໄດ້ຈາກການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ. ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ລາວ ແລະຫວຽດນາມໄດ້ພັດທະນາປະເທດຊາດຮ່ວມກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນຈິດໃຈຂອງສາຍພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ. ພັກ, ລັດຖະບານ ແລະປະຊາຊົນລາວມີຄວາມພາກພູມໃຈທີ່ສຸດທີ່ເຫັນວ່າ, ເຖິງວ່າສະ​ພາບ​ການ​ໂລກຈະມີການປ່ຽນ​ແປງສັບສົນຄື​ແນ​ວ​ໃດໃນພາກພື້ນ ແລະໃນໂລກກໍ່​ຕາມ, ແຕ່ການ​ພົວ​ພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລາວ - ຫວຽດນາມ ຍັງ​ຄົງໄດ້ຮັບການເສີມຂະຫຍາຍ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂອບເຂດ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ທັງສອງຝ່າຍ.

ປະຊາຊົນລາວບໍ່ເຄີຍລືມຄວາມຈິງທີ່ວ່າຊາວ​ຫວຽດ​ນາມຫລາຍລຸ້ນຄົນໄດ້ມາຊ່ວຍເຫຼືອປະຊາຊົນລາວໃນການຕໍ່ສູ້ເພື່ອເອກະລາດ ແລະເສລີພາບ ສຳລັບປະເທດລາວ, ໃນນັ້ນສະຫາຍຫລາຍຄົນໄດ້ອຸທິດສ່ວນ ຕະຫຼອດຊີວິດເພື່ອຮັບໃຊ້ການປະຕິວັດລາວ. ໃນທົ່ວທຸກເສັ້ນທາງຂອງລາວ, ເລືອດຂອງທະຫານຫວຽດນາມໄດ້ປະສົມກັບເລືອດຂອງພະນັກງານ, ສະມາຊິກພັກ, ທະຫານ ແລະປະຊາຊົນລາວເພື່ອຄວາມເປັນ​ຢູ່ຂອງປະເທດລາວ.

​ທ່ານ​ນາງກ​ໍ່ຢືນຢັນວ່າໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ຄຽງຄູ່ກັບບັນດາຂໍ້ໄດ້ປຽບພື້ນຖານ, ປະເທດລາວຕ້ອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ນອກເໜືອ ຈາກການປະເຊີນໜ້າ ກັບແຜນການທຳລາຍຂອງ​ພວກກຳລັງສັດຕູຕໍ່ຕ້ານປະ​ເທດລາວ, ພັກ ແລະລັດຖະບານລາວຍັງຕ້ອງໄດ້ ນຳພາປະຊາຊົນສ້າງຊີວິດໃໝ່ໃນສະພາບການທີ່ຫຍຸ້ງຍາກທີ່ສຸດ ໃນໄລຍະເວລາຫລັງສົງຄາມ. ຕາມນັ້ນແລ້ວ, ໃນໄລຍະແຕ່ປີ 1975-1985, ພັກ ແລະລັດຖະບານລາວໄດ້ນຳພາປະຊາຊົນສ້າງສາປະເທດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະໄດ້ຮັບໝາກຜົນເບື້ອງຕົ້ນທີ່ສຳຄັນໃນການຜະລິດກະສິກຳ. ການພັດທະນາອຸດສາຫະກຳ, ການກໍ່ສ້າງພື້ນຖານໂຄງລ່າງ; ເອົາໃຈໃສ່ຄວາມສຳຄັນໃນການພັດທະນາວັດທະນະທຳ ແລະການສຶກສາ, ສະນັ້ນປະຊາຊົນລາວໂດຍພື້ນຖານໃນການລົບລ້າງຄວາມບໍ່ຮູ້ໜັງສືໃນທ້າຍປີ 1985...

ພາຍຫຼັງກວ່າ 10 ປີແຫ່ງການນຳພາປະເທດແກ້​ໄຂຜົນຮ້າຍ​ຢ້ອນຫຼັງຢ່າງ​ໜັກ​ໜ່ວງຈາກສົງຄາມ, ພັກປະຊາຊົນປະຕິວັດລາວໄດ້ຮັບຮູ້ເຖິງຄວາມຈຳເປັນໃນການປ່ຽນແປງໃໝ່ ແລະໃນກອງປະຊຸມໃຫຍ່ຄັ້ງທີ 4 ທີ່ຈັດຂຶ້ນໃນທ້າຍປີ 1986, ພັກໄດ້ລິເລີ່ມວຽກງານດັ່ງກ່າວ. ດ້ວຍເຫດນັ້ນ, ໃນໄລຍະ 30 ປີທີ່ຜ່ານມາ, ສປປ.ລາວ ໄດ້ຮັບໝາກຜົນອັນຕັ້ງໜ້າໃນຫລາຍໆດ້ານເຊັ່ນ: ການເມືອງທີ່ໜັກແໜ້ນ, ການຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສືບຕໍ່ຄວາມໝັ້ນຄົງຂອງຊາດ, ການປ້ອງກັນຊາດ ແລະຊີວິດການເປັນຢູ່ທີ່ເຂັ້ມແຂງ. ປະຊາຊົນໄດ້ຮັບການປັບປຸງດີຂື້ນ, ລາຍໄດ້ສະເລ່ຍຂອງປະຊາຊົນໄດ້ເພີ່ມຈາກ 114 ໂດລາ/ຄົນໃນປີ 1985 ມາເປັນ 2,742 ໂດລາໃນປີ 2020. ວຽກງານລຶບລ້າງຄວາມທຸກຍາກຍັງໄດ້ຮັບໝາກຜົນດີດ້ວຍອັດຕາຄອບຄົວທຸກຍາກທົ່ວປະເທດໃນແຕ່ລະປີ ປີ 2019 ຫຼຸດລົງເຫຼືອພຽງ 5,6% ເທົ່ານັ້ນ.

ໄຊຊະນະອ ນສະຫງ າລາສ ຂອງການປະຕ ວ ດລາວຕ ດພ ນກ ບການຊ ວຍເຫ ອ ແລະການເສຍສະຫ ະອ ນໃຫຍ ຫ ວງຂອງກອງທ ບ ແລະປະຊາຊ ນຫວຽດນາມ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ສ​ປ​ປ. ​ລາວ

ຍ​ສ​ໝ - ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ​ສ​ປ​ປ​.ລາວ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ຄະ​ນ​ະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ​ໂດຍ​ໄດ້​ມາ​ຮ່ວມ​ສະ​ໜູນ​ສະ​ໜາມ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ.

ໄຊຊະນະອ ນສະຫງ າລາສ ຂອງການປະຕ ວ ດລາວຕ ດພ ນກ ບການຊ ວຍເຫ ອ ແລະການເສຍສະຫ ະອ ນໃຫຍ ຫ ວງຂອງກອງທ ບ ແລະປະຊາຊ ນຫວຽດນາມ ຫວຽດນາມສະໜອງທຶນການສຶກສາ 1.100 ທຶນໃຫ້ແກ່ລາວ

ຍ​ສໝ - ຄະ​ນະ​ປະ​ຕິ​ບັດ​ງານ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ລາວ​ຫາ​ກໍ່​ມີ​ການ​ພົວ​ປ​ະ ແລ​ະ ເຮັດ​ວຽກ​ກັບ​ ​ກະ​ຊວງ​ສຶກ​ສາທິ​ການ ແລະ ກິ​ລາ ລາວ ເພື່ອ​ແລ​ກ​ປ່ຽນກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ຂົງ​ເຂດ​ການ​ສຶກ​ສາ​ສອງ​ຝ່າຍ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຄາດ​ວ່າ​ຈະ​ລົງ​ນາມ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ແຜນ​ການ​ຍຸດ​ທະ​ສາດ​ຮ່ວ​ມ​ມື​ການ​ສຶກ​ສາ​ໄລ​ຍະ 2021 – 2030 ໃນ​ທ້າຍ​ປີນີ້,

ໄຊຊະນະອ ນສະຫງ າລາສ ຂອງການປະຕ ວ ດລາວຕ ດພ ນກ ບການຊ ວຍເຫ ອ ແລະການເສຍສະຫ ະອ ນໃຫຍ ຫ ວງຂອງກອງທ ບ ແລະປະຊາຊ ນຫວຽດນາມ ບັນດາການເຄື່ອນໄຫວສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່ຫລາຍປະເທດ

ຍ​ສ​ໝ - .ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມປະ ຈຳ ມຽນມາ, ໄທກໍ່ໄດ້ຈັດຕັ້ງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945 -ວັນທີ 2 ກັນຍາ 2020).

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.