ການໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ຢັ້ງຢືນບົດບາດຂອງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ

15:13 | 30/11/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະມາຄົມຫວຽດນາມ - ອາເມລິກາ (17 ຕຸລາ 1945 - 17 ຕຸລາ 2020) ຄົບຮອບ 25 ປີແຫ່ງການພົວພັນຫວຽດນາມ - ອາເມລິກາ, ໃນຕອນບ່າຍວັນທີ 28 ພະຈິກ, ຢູ່ສູນປະຊຸມແຂວງຕ່ຽນກວາງ, ສະມາຄົມຫວຽດນາມ - ອາເມລິກາ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງຕ່ຽນກວາງ ໄດ້ດຳເນີນກອງປະຊຸມໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ.

ການໂອ ລ ມສ ນທະນາຫວຽດນາມ ອາເມລ ກາ ຢ ງຢ ນບ ດບາດຂອງການແລກປ ຽນ ແລະ ການຮ ວມມ ລະຫວ າງປະຊາຊ ນສອງປະເທດ ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ
ການໂອ ລ ມສ ນທະນາຫວຽດນາມ ອາເມລ ກາ ຢ ງຢ ນບ ດບາດຂອງການແລກປ ຽນ ແລະ ການຮ ວມມ ລະຫວ າງປະຊາຊ ນສອງປະເທດ ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນ ໄດ້ສຸມໃສ່ບັນດາແນວຄວາມຄິດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການແລກປ່ຽນວັດທະນະທຳ, ຜ່ານຜ່າຜົນສະທ້ອນຈາກທາດພິດສີສົ້ມດີໂອຊິນ, ແລະ ຊອກຫາຊາກສົບຂອງທະຫານອາເມລິກາ ຢູ່ສົງຄາມຫວຽດນາມ, ເພີ່ມທະວີການພົວພັນຕ່າງປະເທດ, ການພົບປະແລກປ່ຽນປະຊາຊົນ, ການທູດປະຊາຊົນ ແລະ ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່.

ການໂອ ລ ມສ ນທະນາຫວຽດນາມ ອາເມລ ກາ ຢ ງຢ ນບ ດບາດຂອງການແລກປ ຽນ ແລະ ການຮ ວມມ ລະຫວ າງປະຊາຊ ນສອງປະເທດ
ການໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ຢັ້ງຢືນບົດບາດຂອງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນ. (ພາບ: thoidai.com.vn)

ທ່ານ Christopher Klein - ອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກເປັນຂົວຕໍ່ ໃຫ້ແກ່ລັດຖະບານ, ປະຊາຊົນສອງປະເທດເວົ້າລວມ ແລະ ແຂວງຕ່ຽນກວາງເວົ້າສະເພາະ. ນອກຈາກນັ້ນ, ທ່ານ Christopher Klein ກໍ່ໄດ້ຢືນຢັນວ່າ ຈະສະໜັບ ສະໜູນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຮຽນພາສາອັງກິດຂອງນັກຮຽນຫວຽດນາມເວົ້າລວມ ແລະ ແຂວງຕ່ຽນກວາງ ເວົ້າສະເພາະ.

ສ່ວນທ່ານ ຫງວຽນວັນເຊີນ - ປະທານຄະນະກຳມະການປະຊາຊົນແຂວງຕ່ຽນກວາງ ໄດ້ສະແດງຄວາມຊົມຊື່ນດີໃຈ ເມື່ອສາຍພົວພັນລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາພວມພັດທະນາກ້າວສູ່ລວງເລິກ ແລະ ແທດຈິງ. ທ່ານ ຫງວຽນວັນເຊີນ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ແຂວງຕ່ຽນກວາງ ໄດ້ຮັບການຊ່ວຍເຫຼືອຂອງບັນດາອົງການອາເມລິກາ ກ່ຽວກັບດ້ານສິ່ງແວດລ້ອມ, ການສຶກສາ ແລະ ອະນຸລັກຊີວະສາດຢ່າງຫຼາຍຮູບຫຼາຍແບບ.

ທ່ານ ຫງວຽນວັນເຊີນ ຍັງຫວັງວ່າ ທ່ານ Christopher Klein ໃນອາຍຸການໃໝ່ຂອງຕົນ ໄດ້ຊ່ວຍແຂວງຕ່ຽນກວາງ ໃນການເພີ່ມເຕີມປັບປຸງຄວາມສາມາດສິດສອນ ແລະ ການຮຽນພາສາອັງກິດ, ພະນັກງານແພດ, ແລະ ເຊື້ອເຊີນນັກທຸລະກິດສະຫະລັດອາເມລິກາ ເຂົ້າມາລົງທຶນໃນຫຼາຍຂົງເຂດ, ເຊັ່ນ: ກະສິກຳ, ປ່າໄມ້, ການທ່ອງທ່ຽວ; ສົ່ງເສີມການແລກປ່ຽນດ້ານວັດທະນະທຳ, ການແລກປ່ຽນມະນຸດ ເພື່ອໃຫ້ປະຊາຊົນອາເມລິກາ, ນັກທ່ອງທ່ຽວ ແລະ ນັກລົງທືນອາເມລິກາ ໄດ້ເຂົ້າໃຈກ່ຽວກັບແຂວງຕ່ຽນກວາງ.

ການໂອ ລ ມສ ນທະນາຫວຽດນາມ ອາເມລ ກາ ຢ ງຢ ນບ ດບາດຂອງການແລກປ ຽນ ແລະ ການຮ ວມມ ລະຫວ າງປະຊາຊ ນສອງປະເທດ ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ການໂອ ລ ມສ ນທະນາຫວຽດນາມ ອາເມລ ກາ ຢ ງຢ ນບ ດບາດຂອງການແລກປ ຽນ ແລະ ການຮ ວມມ ລະຫວ າງປະຊາຊ ນສອງປະເທດ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.

ການໂອ ລ ມສ ນທະນາຫວຽດນາມ ອາເມລ ກາ ຢ ງຢ ນບ ດບາດຂອງການແລກປ ຽນ ແລະ ການຮ ວມມ ລະຫວ າງປະຊາຊ ນສອງປະເທດ ວາລະສານອາເມລິກາ: ປະເທດຫວຽດນາມ ຍັງມີຄວາມປອດໄພຕໍ່ການລະບາດຂອງ COVID ຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ

ຍສໝ - ປະຊາຊົນຫວຽດນາມ ໄດ້ຟື້ນຟູການດຳເນີນທຸລະກິດປະຈຳວັນຂອງພວກເຂົາ. ໃນສະພາບການແຜ່ລະບາດ COVID-19 ຂອງໂລກ, ຫວຽດນາມ ເບິ່ງຄືວ່າຈະມີຄວາມປອດໄພ, ຍ້ອນຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.