ເປີດ​ຕົວ​ປຶ້ມ “Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້”

08:51 | 09/11/2020

ຍ​ສ​ໝ - ທ່ານ​ນາງ Lianys Torres Rivera ເອກ​ອັກ​ຄະ​ລັດ​ຖ​ະ​ທູດປະ​ຈຳ​ຫວຽດ​ນາມ​ເນັ້ນ​ໜັກ​ວ່າ ປຶ້ມ Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້” ໄດ້​ເວົ້າ​ເຖິງນ້ຳ​ໃຈ​ເພື່ອນ​ມິດ​ພິ​ເສດ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ Fidel Castro ແລະ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ​ກໍ່​ຄື​ນ້ຳ​ໃຈ​ມິດ​ຕະ​ພາບ​ໝັ້ນ​ແກ່ນ​ລະ​ຫວ່າງ​ກູ​ບາ ແລະ ຫວຽດ​ນາມ.

ເປ ດ ຕ ວ ປ ມ fidel castro ແລະ ຫວຽດ ນາມ ຄວາມ ອະ ນ ສອນ ທ ບ ສາ ມາດ ລ ມ ໄດ ປະ​ທານ ກູ​ບາ ຍ້ອ​ງ​ຍໍ​ສັນ​ລະ​ເສີນ​ການ​ພົວ​ພັນ​ທີ່​ເປັນ​ແບບ​ຢ່າງ​ກັບ​ຫວຽດ​ນາມ
ເປ ດ ຕ ວ ປ ມ fidel castro ແລະ ຫວຽດ ນາມ ຄວາມ ອະ ນ ສອນ ທ ບ ສາ ມາດ ລ ມ ໄດ ຫວຽດ​ນາມ ມອບ​ເຂົ້າ​ສານ 100 ໂຕນ​ໃຫ້​ແກ່​ແພດ​ໝໍກູ​ບາ
ເປ ດ ຕ ວ ປ ມ fidel castro ແລະ ຫວຽດ ນາມ ຄວາມ ອະ ນ ສອນ ທ ບ ສາ ມາດ ລ ມ ໄດ
ທ່ານ​ນາງ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ກ່າວ​ຄຳ​ເຫັນ​ທີ່ພິ​ທີ

ໂດ​ຍ​ມຸ່ງ​ໄປ​ສູ່​ການ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກູ​ບາ (2 ທັນ​ວາ 1960 – 2 ທັນ​ວາ 2020), ວັນ​ທີ 7 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ (ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ) ໄດ້​ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ​ປາ​ຊີ​ຟິກ ຈັດ​ຕັ້ງ​ພິ​ທີ​ເປີດ​ຕົວ “Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້”

ທ່ານ​ນາງ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ໄດ້​ເຂົ້າ​ຮ່ວມ ແລະ ພັດ​ທະ​ນາຢູ່​ເຫດ​ການ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ປຶ້ມ​ຫົວ​ນີ້, ທ່ານ​ນາງ ເຈືອງ​ທິ​ມາຍ ​ຖື​ວ່າ ນີ້​ແມ່ນ​ຂອງ​ຂວັນ​ແທດ​ຈິງ​ທີ່​ມີ​ຄວາມ​ໝາຍ​ບໍ່​ພຽງ​ແຕ່​ສຳ​ລັບ​ລຸ້ນ​ໜຸ່ມ ຫວຽດ​ນາມ ເທົ່າ​ນັ້ນ ຫ​າກ​ຍັງ​ແມ່ນ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ບັນ​ດາ​ລຸ້​ນ​ໜຸ່ມກູ​ບາ ເພື່ອ​ສາ​ມາດ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່​ວາ​ອີກ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ​ໃນ​ປະ​ຫວັດ​ສາດ​ເຊິ່ງ​ພັກ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ເພີ່ມ​ພຸນ​ຄຸນ​ສ້າງ, ຮັກ​ສາ, ປົກ​ປ້ອງ ແລະ ປະ​ໄວ້​ໃຫ້​ແກ່​ລຸ້ນ​ຄົນ​ໃນ​ອະ​ນາ​ຄົດ.

ທ່ານ​ນາງ​ປະ​ທານ​ສະ​ມາ​ຄົມ ຫວຽດ​ນາມ - ກູ​ບາ ສະ​ແດງ​ຄວາມ​ຫວັງ​ວ່າ ພາຍຫຼັງ​ເປີດ​ຕົວ, ປຶ້ມ​ຫົວ​ດັ່ງ​ກ່າວ​ຈະ​ແຜ່​ຂະ​ຫຍາຍ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ໄປ​ຍັງ​ຜູ້​ອ່ານ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສຶກ​ສາ​ໃຫ້​ແກ່​ລຸ້ນ​ຄົນ​ຕ່າງ​ໆ​ໃນ​ອະ​ນາ​ຄົດ​ໃນ​ການ​ຮັກ​ສາ​ມູນ​ເຊື້ອ “ກິນ​ເຂົ້າ​ຄິ​ດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອ​ດ​ຄຸນ​ນ້ຳ”, ສືບ​ຕໍ່​ສ້າງ​ຕັ້ງ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ພິ​ເສດ​ຫວຽດ​ນາມ - ກູ​ບາ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ Lianys Torres Rivera ເອກ​ອັກ​ຄະ​ລັດ​ຖ​ະ​ທູດປະ​ຈຳ​ຫວຽດ​ນາມ​ເນັ້ນ​ໜັກ​ວ່າ ປຶ້ມ Fidel Castro ແລະ ຫວຽດ​ນາມ - ຄວາມ​ອະ​ນຸ​ສອນ​ທີ່​ບໍ່​ສາ​ມາດ​ລືມ​ໄດ້” ໄດ້​ເວົ້າ​ເຖິງນ້ຳ​ໃຈ​ເພື່ອນ​ມິດ​ພິ​ເສດ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ Fidel Castro ແລະ ປະທານ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ​ກໍ່​ຄື​ນ້ຳ​ໃຈ​ມິດ​ຕະ​ພາບ​ໝັ້ນ​ແກ່ນ​ລະ​ຫວ່າງ​ກູ​ບາ ແລະ ຫວຽດ​ນາມ. ທ່ານ​​ນາງ ກ່າວ​ວ່າ:

“ຜ່ານ60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ເມືອງ​ທີ່​ເປັນ​ແບບ​ຢ່າງ​ຜ່ານ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ນ້ຳ​ໃຈ​ອ້າຍ​ນ້ອງ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ​ສືບ​ຕໍ່​ຍືນ​ຍົງ​ຄົງ​ຕົວ​ໃນ​ອະ​ນາ​ຄົດ”.

ເປ ດ ຕ ວ ປ ມ fidel castro ແລະ ຫວຽດ ນາມ ຄວາມ ອະ ນ ສອນ ທ ບ ສາ ມາດ ລ ມ ໄດ ປະ​ທານ ກູ​ບາ ຍ້ອ​ງ​ຍໍ​ສັນ​ລະ​ເສີນ​ການ​ພົວ​ພັນ​ທີ່​ເປັນ​ແບບ​ຢ່າງ​ກັບ​ຫວຽດ​ນາມ

ຍ​ສໝ - ຫວ່າງ​ແລ້ວນີ້, ຢູ່​ຫໍ​ປະ​ຕິ​ວັດ ນະ​ຄອນຫຼວງ La Habana, ທ່ານ ສະ​ຖ​ານ​ທູດ ຫວຽດ​ນາມ ປະ​ຈຳ ກູ​ບາ ເລ​ແທັງ​ຕຸງ ໄດ້​ຍຶນ​ສານ​ຕາ​ຕັ້ງ ເຖິງ​ທ່ານ​ Miguel Díaz - Canel Bermudez ປະ​ທານ​ປະ​ເທດ ກູ​ບາ.

ເປ ດ ຕ ວ ປ ມ fidel castro ແລະ ຫວຽດ ນາມ ຄວາມ ອະ ນ ສອນ ທ ບ ສາ ມາດ ລ ມ ໄດ ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ...

ເປ ດ ຕ ວ ປ ມ fidel castro ແລະ ຫວຽດ ນາມ ຄວາມ ອະ ນ ສອນ ທ ບ ສາ ມາດ ລ ມ ໄດ ຫວຽດ​ນາມ ມອບ​ເຂົ້າ​ສານ 100 ໂຕນ​ໃຫ້​ແກ່​ແພດ​ໝໍກູ​ບາ

ຍ​ສ​ໝ - ຕ​ອນ​ເຊົ້າ​ວັນ​ທີ 13 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ ກູ​ບາ​ປະ​ຈຳ ຫວຽດ​ນາມ, ທ່ານ​ນາງ Lianys Tores Rivera ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ສ.ກູ​ບາ ປະ​ຈຳ​ຫວຽດ​ນາມ ໄດ້​ຮັບ​ ເຂົ້າ​ສານ 100ໂຕນ ຈາກ​ທ່ານ ເຈີ່ນ​ຕ໊ວນ​ແອັງ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ໃຫຍ່ Viglacera.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.