ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ

18:00 | 22/11/2020

ວັນທີ 20 ພະຈິກ, ທ່ານ ຫວໍວັນເຖືອງ - ຫົວໜ້າຄະນະໂຄສະນາສຶກສາສູນກາງຫວຽດນາມ ແລະ ທ່ານ Victor Gaute López - ຫົວໜ້າຄະນະກຳມະການແນວຄິດສູນກາງ ພັກກອມມູນິດກູບາ ໄດ້ມີການປຶກສາຫາລື ກ່ຽວກັບສະພາບການຂອງສອງປະເທດ ແລະ ມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນສອງຝ່າຍ.

ເພ ມທະວ ການຮ ວມມ ສອງຝ າຍລະຫວ າງ ຫວຽດນາມ ກ ບາ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ
ເພ ມທະວ ການຮ ວມມ ສອງຝ າຍລະຫວ າງ ຫວຽດນາມ ກ ບາ ແຜນການຈັດຕັ້ງປະຕິບັດສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາ

ວັນທີ 20 ພະຈິກ, ທ່ານ ຫວໍວັນເຖືອງ - ກຳມະການກົມການເມືອງ, ເລຂາທິການຄະນະກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງຫວຽດນາມ ໄດ້ມີການໂອ້ລົມທາງຖ່າຍທອດສົດກັບ ທ່ານ Victor Gaute López - ເລຂາທິການສູນກາງພັກ, ຫົວໜ້າຄະນະກຳມະການແນວຄິດ ສູນກາງພັກກອມມູນິດກູບາ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ລະຫວ່າງສອງພັກ ແລະ ສອງປະເທດ ໃນສະພາບການສະເຫຼີມສະຫຼອງຄົບຮອບ 60 ປີຂອງການພົວພັນທາງການທູດຫວຽດນາມ - ກູບາ (ວັນທີ 2 ທັນວາ 1960, ວັນທີ 2 ທັນວາ 2020).

ເພ ມທະວ ການຮ ວມມ ສອງຝ າຍລະຫວ າງ ຫວຽດນາມ ກ ບາ
ທ່ານ ຫວໍວັນເຖືອງ - ກຳມະການກົມການເມືອງ, ເລຂາທິການຄະນະກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງຫວຽດນາມ. (ພາບ: vietnamplus)

ກ່າວຄຳເຫັນທີ່ການພົບປະ, ທ່ານ Victor Gaute López ໄດ້ຢືນຢັນວ່າ ສາຍພົວພັນແບບອ້າຍນ້ອງທີ່ສະໜິດສະໜົມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ - ກູບາ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໂດຍປະທານໂຮ່ຈີມິນ ແລະ ຜູ້ນຳ Fidel Castro, ແລະ ໄດ້ຮັບໂດຍບັນດາລຸ້ນຜູ້ນຳ ແລະ ປະຊາຊົນຂອງສອງປະເທດ ທີ່ອອກເຫື່ອເທແຮງ ຈະເປັນ "ສາຍພົວພັນທີ່ເປັນແບບຢ່າງ" ໃນໂລກຍຸກປະຈຸບັນ.

ທ່ານຫົວໜ້າຄະນະກຳມະການແນວຄິດ ສູນກາງພັກກອມມູນິດກູບາ Victor Gaute López ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນ ທີ່ຫວຽດນາມບັນລຸໄດ້ໃນການຕໍ່ສູ້ກັບການລະບາດຂອງພະຍາດ COVID-19, ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ ແລະ ການສູນເສຍທີ່ເກີດຈາກໄພທຳມະຊາດກັບຫວຽດນາມໃນຊຸມປີມໍ່ໆມານີ້. ທ່ານ Victor Gaute López ກໍ່ສະແດງຄວາມເຊື່ອວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ, ປະຊາຊົນຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

ເພ ມທະວ ການຮ ວມມ ສອງຝ າຍລະຫວ າງ ຫວຽດນາມ ກ ບາ
ການໂອ້ລົມທາງຖ່າຍທອດສົດ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ ໃນສະພາບການສະເຫຼີມສະຫຼອງຄົບຮອບ 60 ປີຂອງການພົວພັນທາງການທູດຫວຽດນາມ - ກູບາ. (ພາບ: vietnamplus)

ຕີລາຄາວ່າສອງຝ່າຍ ໄດ້ຈັດການໂອ້ລົມທາງອິນເຕີເນັດ ໃນສະພາບການຂອງສອງພັກ ແລະ ສອງປະເທດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ, ແມ່ນເຫດການໃຫຍ່ ແລະ ແມ່ນຂີດໝາຍປະຫວັດສາດແຫ່ງມິດຕະພາບພິເສດຂອງຫວຽດນາມ - ກູບາ, ທ່ານ ຫວໍວັນເຖືອງ - ຫົວໜ້າຄະນະໂຄສະນາສຶກສາສູນກາງຫວຽດນາມ ໄດ້ເນັ້ນໜັກວ່າ ໃນໄລຍະ 60 ປີທີ່ຜ່ານມາ, ສອງພັກ ແລະ ສອງປະເທດ ຍາມໃດກໍ່ຢືນຄຽງບ່າຄຽງໄຫຼ່ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ເສລີພາບ, ແລະ ປະຈຸບັນນີ້ແມ່ນກໍ່ຢູ່ຄຽງບ່າຄຽງໄຫຼ່ ໃນພາລະກິດຂອງການກໍ່ສ້າງ ແລະ ປ້ອງກັນປະເທດສັງຄົມນິຍົມໃນແຕ່ລະປະເທດ.

ທ່ານ ຫວໍວັນເຖືອງ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ສະໜັບສະໜູນບັນດາພາລະກິດແຫ່ງການປະຕິວັດຂອງພັກ, ລັດ ແລະ ປະຊາຊົນກູບາ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດກູບາ, ປະຊາຊົນກູບາ ຈະສືບຕໍ່ປະຕິບັດຢ່າງສຳເລັດຜົນ ໃນວິວັດການປັບປຸງຮູບແບບເສດຖະກິດສັງຄົມນິຍົມ, ເປີດໄລຍະໃໝ່ແຫ່ງການພັດທະນາ ຂອງການກໍ່ສ້າງປະເທດອະທິປະໄຕ ແລະ ເອກະລາດ, ສັງຄົມນິຍົມ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ ແລະ ຍືນຍົງ.

ເພ ມທະວ ການຮ ວມມ ສອງຝ າຍລະຫວ າງ ຫວຽດນາມ ກ ບາ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ແບ່ງປັນຄວາມປາດຖະໜາ ແລະ ຄວາມຄອງຫວັງກ່ຽວກັບສະຫະພັນໃນອະນາຄົດ.

ເພ ມທະວ ການຮ ວມມ ສອງຝ າຍລະຫວ າງ ຫວຽດນາມ ກ ບາ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງຫວຽດນາມ ແລະ ກູບາ

ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເຈີນແທັງເມີ້ນ - ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ.

ເພ ມທະວ ການຮ ວມມ ສອງຝ າຍລະຫວ າງ ຫວຽດນາມ ກ ບາ ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ເພື່ອຊ່ວຍເຫຼືອ ກູບາ ໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ​ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນນັກຮຽນເກົ່າ ຫວຽດນາມ ຢູ່ກູບາໄດ້ບໍລິຈາກເງິນໜູນຊ່ວຍປະຊາຊົນກູບາ ແຕ່ວັນທີ 8 - 25 ເມສາ ເພື່ອຕໍ່ສູ້ກັບພະຍາດ COVID-19. ໄລ່ມາຮອດປະຈຸບັນ, ຈຳນວນເງິນດັ່ງກ່າວໄດ້ຮັບແມ່ນ 1 ຕື້ດົ່ງ, ເຂົ້າສານ 10 ໂຕນ ແລະ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.