ເນື່ອງຈາກວ່າ COVID-19, ເປັນຄັ້ງທຳອິດໃນປະຫວັດສາດ ກອງປະຊຸມ AMMTC ໄດ້ຈັດຕັ້ງຂຶ້ນດ້ວຍຮູບແບບອອນລາຍ

14:07 | 25/11/2020

ຍສໝ -     ກອງປະຊຸມ AMMTC 14 ຈະເປັນໂອກາດເພື່ອບັນດາລັດຖະມົນຕີຂອງບັນດາປະເທດອາຊຽນທີ່ຮັບຜິດຊອບວຽກງານປ້ອງກັນ, ຕ້ານອາດຊະຍາ ກຳຂ້າມຊາດເພື່ອຢັ້ງຢືນຄຳໝັ້ນສັນຍາ ແລະຄວາມຕັດສິນໃຈທີ່ເຂັ້ມແຂງໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ຮັບການອະນຸມັດຈາກຜູ້ນຳຂັ້ນສູງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ປະກອບສ່ວນເຂົ້າໃນການປະຕິບັດ "ເປົ້າ ໝາຍຄວບຄູ່" ທັງການຍູ້ແຮງການພັດທະນາ ທັງຄວບຄຸມໂລກລະບາດ ໂຄ​ວິດ 19 ຢ່າງມີປະສິດທິຜົນ.  

ເນ ອງຈາກວ າ covid 19 ເປ ນຄ ງທຳອ ດໃນປະຫວ ດສາດ ກອງປະຊ ມ ammtc ໄດ ຈ ດຕ ງຂ ນດ ວຍຮ ບແບບອອນລາຍ ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ເນ ອງຈາກວ າ covid 19 ເປ ນຄ ງທຳອ ດໃນປະຫວ ດສາດ ກອງປະຊ ມ ammtc ໄດ ຈ ດຕ ງຂ ນດ ວຍຮ ບແບບອອນລາຍ ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ ໂຮງລັງ ກັບຄືນບ້ານ
ເນ ອງຈາກວ າ covid 19 ເປ ນຄ ງທຳອ ດໃນປະຫວ ດສາດ ກອງປະຊ ມ ammtc ໄດ ຈ ດຕ ງຂ ນດ ວຍຮ ບແບບອອນລາຍ
ກອງປະຊຸມນັກຂ່າວ ໄດ້ຈັດຕັ້ງຂຶ້ນກ່ຽວກັບກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14).

ວັນທີ 25 ພະຈິກ ປີ 2020, ຢູ່ຮ່າໂນ້ຍ, ກອງປະຊຸມນັກຂ່າວ ໄດ້ຈັດຕັ້ງຂຶ້ນກ່ຽວກັບກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14). ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືໃນການປ້ອງກັນ ແລະຕ້ານອາຊະຍາກຳຂ້າມຊາດ”, ເນື່ອງຈາກໂລກລະບາດ ໂຄວິດ-19, ເປັນຄັ້ງທຳອິດໃນປະຫວັດສາດກອງປະຊຸມຈະໄດ້ຈັດຂື້ນທາງອອນລາຍ.

ກອງປະຊຸມ AMMTC 14 ໄດ້ຮັບການຈັດຕັ້ງເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງການເປັນສະມາຊິກຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງການເປັນປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ. ພ້ອມກັນນັ້ນ, ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບຂອງສາກົນ, ໃຫ້ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ການເປັນເຈົ້າການ, ຄວາມຕັ້ງໜ້າໃນການເຂົ້າຮ່ວມການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ. ຜ່ານນັ້ນ, ຢັ້ງຢືນບົດບາດ, ຍົກສູງຊື່ສຽງ ແລະຖານະຂອງຫວຽດນາມໃນປີ 2020 ເມື່ອຮັບຜິດຊອບໜ້າທີ່ສາກົນທີ່ສຳຄັນຫຼາຍຢ່າງເຊັ່ນ: ສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະທານ AIPA 41 ແລະ ປະທານອາຊຽນປີ 2020.

ໂດຍສະເພາະ, ກອງປະຊຸມ AMMTC 14 ໄດ້ຈັດຂຶ້ນພາຍຫຼັງກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ກອງປະຊຸມ AMMTC 14 ຈະເປັນໂອກາດເພື່ອບັນດາລັດຖະມົນຕີຂອງບັນດາປະເທດອາຊຽນທີ່ຮັບຜິດຊອບວຽກງານປ້ອງກັນ, ຕ້ານອາດຊະຍາ ກຳຂ້າມຊາດເພື່ອຢັ້ງຢືນຄຳໝັ້ນສັນຍາ ແລະຄວາມຕັດສິນໃຈທີ່ເຂັ້ມແຂງໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ຮັບການອະນຸມັດຈາກຜູ້ນຳຂັ້ນສູງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ປະກອບສ່ວນເຂົ້າໃນການປະຕິບັດ "ເປົ້າ ໝາຍຄວບຄູ່" ທັງການຍູ້ແຮງການພັດທະນາ ທັງຄວບຄຸມໂລກລະບາດ ໂຄ​ວິດ - 19 ຢ່າງມີປະສິດທິຜົນ.

ເນ ອງຈາກວ າ covid 19 ເປ ນຄ ງທຳອ ດໃນປະຫວ ດສາດ ກອງປະຊ ມ ammtc ໄດ ຈ ດຕ ງຂ ນດ ວຍຮ ບແບບອອນລາຍ
ບັນຍາກາດທີ່ກອງປະຊຸມນັກຂ່າວ

ທີ່ ກອງປະຊຸມ 14 AMMTC ຄັ້ງນີ້, ກະຊວງຕໍາຫຼວດຄາດວ່າຈະສະເໜີ 03 ຂໍ້ລິເລີ່ມ, ແນວຄວາມຄິດເພື່ອຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມໃນກົນໄກຮ່ວມມືປ້ອງກັນຕ້ານອາດຊະຍາ ກຳຂ້າມຊາດຂອງອາຊຽນ.

ເປັນລາຍລະອຽດວ່າ: ໜຶ່ງແມ່ນ: ການສະເໜີຫົວຂໍ້ຂອງກອງປະຊຸມ AMMTC 14 ແມ່ນ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືໃນການປ້ອງກັນ ແລະຕ້ານອາຊະຍາກຳຂ້າມຊາດ”. ສອງແມ່ນ: ຂໍ້ລິເລີ່ມສ້າງຕັ້ງຊ່ອງທາງສື່ສານໂດຍກົງໃນລະດັບລັດຖະມົນຕີໃນກົນໄກ AMMTC, ແນໃສ່ຍົກສູງປະສິດທິຜົນຂອງການແລກປ່ຽນຂໍ້ມູນຂ່າວສານ, ປະສານງານເພື່ອແກ້ບັນດາບັນຫາທີ່ກ່ຽວຂ້ອງກັບວຽກງານຮັບປະກັນຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດອາຊຽນ ແລະພາກພື້ນ ຢ່າງທັນການ. ອັນທີສາມແມ່ນ: ເອົາເນື້ອໃນການປ້ອງກັນອາດຊະຍາກຳຂ້າມຊາດໃນໄລຍະເວລາ ເກີດໂລກລະບາດ ໂຄວິດ-19 ເຂົ້າໃນຖະແຫຼງການຮ່ວມ AMMTC 14, ເພື່ອເນັ້ນໜັກ ເຖິງຜົນກະທົບທາງລົບຂອງການແຜ່ລະບາດໂລກລະບາດ Covid-19 ຕໍ່ການເພີ່ມຂື້ນຂອງອາຊະຍາກຳຂ້າມຊາດ ແລະເພື່ອຢັ້ງຢືນຄວາມພະຍາຍາມຂອງບັນດາປະເທດໃນການປະຕິບັດເປົ້າໝາຍທັງຄວບຄຸມການລະບາດ ທັງມີການຮ່ວມມືໃນການປ້ອງກັນ ແລະຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ, ປະກອບສ່ວນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບໃນພາກພື້ນ.

ເນ ອງຈາກວ າ covid 19 ເປ ນຄ ງທຳອ ດໃນປະຫວ ດສາດ ກອງປະຊ ມ ammtc ໄດ ຈ ດຕ ງຂ ນດ ວຍຮ ບແບບອອນລາຍ ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ

ອາເມລິກາ ຍັງຄົງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ.

ເນ ອງຈາກວ າ covid 19 ເປ ນຄ ງທຳອ ດໃນປະຫວ ດສາດ ກອງປະຊ ມ ammtc ໄດ ຈ ດຕ ງຂ ນດ ວຍຮ ບແບບອອນລາຍ 63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ

ໄລ່ຮອດຕອນບ່າຍວັນທີ 4 ພະຈິກ, ຫວຽດນາມໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຫາຍດີ 1069/1206 ຄົນ.

ເນ ອງຈາກວ າ covid 19 ເປ ນຄ ງທຳອ ດໃນປະຫວ ດສາດ ກອງປະຊ ມ ammtc ໄດ ຈ ດຕ ງຂ ນດ ວຍຮ ບແບບອອນລາຍ ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ 40.264.218 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.118.167 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຂອງໂລກລະບາດ Covid – 19, ດ້ວຍ ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 8.387.789 ຄົນ ແລະ ຜູ້ເສຍຊີວິດ 224.730 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.