VUFO ໄດ້ມອບຫຼຽນກາລະນຶກໃຫ້ແກ່ ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ

14:44 | 25/11/2020

ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຫວັງວ່າ ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.

vufo ໄດ ມອບຫ ຽນກາລະນ ກໃຫ ແກ ທ ານນາງ lianys torres rivera ເອກອ ກຄະລ ດຖະທ ດ ກ ບາ ປະຈຳຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ
vufo ໄດ ມອບຫ ຽນກາລະນ ກໃຫ ແກ ທ ານນາງ lianys torres rivera ເອກອ ກຄະລ ດຖະທ ດ ກ ບາ ປະຈຳຫວຽດນາມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລະຫວ່າງຫວຽດນາມ ແລະ ກູບາ

ຕອນບ່າຍວັນທີ 23 ພະຈິກ ທີ່ຮ່າໂນ້ຍ, ຕາງໜ້າໃຫ້ຄະນະປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ກູບາ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະ ມິດຕະພາບບັນດາຊົນຊາດ", ເຊິ່ງເປັນລາງວັນປະເສີດເລີດລ້ຳສູງສຸດ ຈາກສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ ໃຫ້ແກ່ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ, ເພື່ອຮັບຮູ້ ແລະ ເຊີດຊູບັນດາການປະກອບສ່ວນຂອງທ່ານນາງ Lianys Torres Rivera ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.

vufo ໄດ ມອບຫ ຽນກາລະນ ກໃຫ ແກ ທ ານນາງ lianys torres rivera ເອກອ ກຄະລ ດຖະທ ດ ກ ບາ ປະຈຳຫວຽດນາມ
ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນ VUFO ໄດ້ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະ ບັນດາຊົນຊາດ" ໃຫ້ແກ່ທ່ານນາງເອກອັກຄະລັດຖະທູດ ກູບາ ປະຈຳຫວຽດນາມ Lianys Torres Rivera. (ພາບ: TTXVN)

ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນ VUFO ໄດ້ຕີລາຄາວ່າ: ບັນດາການເຄື່ອນໄຫວທີ່ຕັ້ງໜ້າ ຂອງທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ແມ່ນການສະແດງອອກຢ່າງຈະແຈ້ງ ກ່ຽວກັບສາຍພົວພັນແບບພິເສດນີ້ລະຫວ່າງສອງປະເທດ.

ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ໄດ້ປະກອບສ່ວນເຂົ້າ ໃນຜົນສຳເລັດຂອງຫຼາຍເຫດການໃຫຍ່, ເຊັ່ນ: ວັນຄົບຮອບ 45 ປີແຫ່ງການຢ້ຽມຢາມຫວຽດນາມຂອງປະທານ Fidel Castro ຢູ່ແຂວງກວາງຈິ (ເດືອນກັນຍາ 2018); ບັນດາການຢ້ຽມຢາມລະດັບສູງຂອງສອງປະເທດຫວຽດນາມ - ກູບາ, ໃນນັ້ນມີຄະນະຜູ້ແທນເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຢ້ຽມຢາມກູບາ (ເດືອນມີນາ 2018) ແລະ ການຢ້ຽມຢາມຫວຽດນາມຂອງ ທ່ານ ປະທານປະເທດ ກູບາ Miguel Diaz Canel-Bermudez; ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດຫວຽດນາມ ແລະ ກູບາ ໃນປີ 2020.

ທ່ານນາງປະທານສະຫະພັນ VUFO ຫງວຽນເຟືອງງາ ໄດ້ຫວັງວ່າ, ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ຍັງມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.

ທ່ານນາງຫງວຽນເຟືອງງາ ໄດ້ຢືນຢັນວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບສະຖານທູດກູບາ ປະຈຳຫວຽດນາມ ເພື່ອເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບອ້າຍນ້ອງພິເສດ ຂອງປະຊາຊົນສອງປະເທດ, ຄຽງບ່າຄຽງໄຫຼ່ຮ່ວມກັບປະຊາຊົນກູບາ ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ.

vufo ໄດ ມອບຫ ຽນກາລະນ ກໃຫ ແກ ທ ານນາງ lianys torres rivera ເອກອ ກຄະລ ດຖະທ ດ ກ ບາ ປະຈຳຫວຽດນາມ
(ພາບ: thoidai.com.vn)

ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະ ມິດຕະພາບບັນດາຊົນຊາດ" ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ກູບາ (2 ທັນວາ 1960 - 2 ທັນວາ 2020), 70 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາອົງການມິດຕະພາບຫວຽດນາມ (1950-2020), ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ໄດ້ຕີລາຄາສູງ ການສະໜັບສະໜູນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ແກ່ສະຖານທູດກູບາ ປະຈຳຫວຽດນາມ ໃນກິດຈະກຳພົບປະແລກປ່ຽນດ້ານປະຊາຊົນ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການຊ່ວຍເຫຼືອຢ່າງສຸດອົກສຸດໃຈ ໃຫ້ປະຊາຊົນກູບາໃນໄລຍະການລະບາດຂອງ COVID-19.

ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ໃຫ້ຄຳໝັ້ນສັນຍາວ່າ ສະຖານທູດກູບາປະ ຈຳຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ກູບາ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນສາມັກຄີພິເສດຫວຽດນາມ - ກູບາ.

vufo ໄດ ມອບຫ ຽນກາລະນ ກໃຫ ແກ ທ ານນາງ lianys torres rivera ເອກອ ກຄະລ ດຖະທ ດ ກ ບາ ປະຈຳຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ

ວັນທີ 20 ພະຈິກ, ທ່ານ ຫວໍວັນເຖືອງ - ຫົວໜ້າຄະນະໂຄສະນາສຶກສາສູນກາງຫວຽດນາມ ແລະ ທ່ານ Victor Gaute López - ຫົວໜ້າຄະນະກຳມະການແນວຄິດສູນກາງ ພັກກອມມູນິດກູບາ ໄດ້ມີການປຶກສາຫາລື ກ່ຽວກັບສະພາບການຂອງສອງປະເທດ ແລະ ມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນສອງຝ່າຍ.

vufo ໄດ ມອບຫ ຽນກາລະນ ກໃຫ ແກ ທ ານນາງ lianys torres rivera ເອກອ ກຄະລ ດຖະທ ດ ກ ບາ ປະຈຳຫວຽດນາມ ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ທ່ານຜູ້ວ່າການລັດ Saint Petersburg (ສະຫະພັນລັດເຊຍ) ໄດ້ສົ່ງຈົດ ໝາຍອວຍພອນ ມາເຖິງທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.

vufo ໄດ ມອບຫ ຽນກາລະນ ກໃຫ ແກ ທ ານນາງ lianys torres rivera ເອກອ ກຄະລ ດຖະທ ດ ກ ບາ ປະຈຳຫວຽດນາມ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາອົງການສະຫະປະຊາຊາດ ປະຈຳຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັງຢືນວ່າ ຍາມໃດ ສປຊ ກໍ່ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.