ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອອນໄລກ່ຽວກັບ COVID-19

06:02 | 28/03/2020

ຍສໝ - ຈາກການປະຕິບັດຄວບຄຸມພະຍາດທີ່ດີຂອງ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ແບ່ງປັນກັບບັນດາຜູ້ນຳ G20 ຫຼາຍມາດຕະການກ່ຽວກັບການຊຸກຍູ້ຮ່ວມມື ແລະ ການປະຕິບັດຮ່ວມກັນໃນການຮັບມືກັບ COVID-19.

ນີ້ແມ່ນກອງປະຊຸມສຸດຍອດ ທີ່ພິເສດຂອງ G20 ໃນສະພາບການຂອງໂລກລະບາດ COVID-19 ເຊິ່ງກຳລັງຂະຫຍາຍຕົວໃນທົ່ວໂລກ, ມີຜົນກະທົບຢ່າງເລິກເຊິ່ງ ແລະ ກວ້າງຂວາງຕໍ່ເສດຖະກິດໂລກ, ພ້ອມທັງສະຖຽນລະພາບ ແລະ ການພັດທະນາຂອງຫຼາຍປະເທດ.

ໃນກອງປະຊຸມ, ບັນດາຜູ້ນຳ ທີ່ເຂົ້າຮ່ວມ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ເຄື່ອງມືນະໂຍບາຍການເງິນ, ມາດຕະການເສດຖະກິດ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງ COVID-19 ຕໍ່ການພັດທະນາເສດຖະກິດ - ສັງຄົມ.

ກອງປະຊຸມໄດ້ຕົກລົງທີ່ຈະປະສານງານ ເພື່ອຫຼຸດຜ່ອນຜົນກະທົບຂອງການລະບາດຂອງ COVID-19 ຕໍ່ການຄ້າສາກົນ, ຮັບປະກັນການດຳເນີນງານຂອງສາຍສະໜອງທົ່ວໂລກ, ໂດຍສະເພາະ ແມ່ນວັດຖຸດິບທີ່ຈຳເປັນ ແລະ ຜະລິດຕະພັນການແພດ.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອອນໄລກ່ຽວກັບ COVID-19

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອອນໄລກ່ຽວກັບ COVID-19. (ພາບ: TTXVN)

ແບ່ງປັນກັບບັນດາການນຳທີ່ກອງປະຊຸມສຸດຍອດ G20 ອອນໄລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຕໍ່ໜ້າສະຖານະການປັດຈຸບັນ, ຄວາມສາມັກຄີ, ການຮ່ວມມືທົ່ວໂລກ ແລະ ພາກພື້ນແມ່ນມີຄວາມສຳຄັນຫຼາຍ; ແລະຢັ້ງຢືນຄວາມໝັ້ນໝາຍ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃນການຕ້ານການລະບາດຂອງພະຍາດ Covid-19; ເນັ້ນໜັກວ່າ ຫວຽດນາມ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປະຕິບັດເປົ້າໝາຍສອງຢ່າງຂອງຕົນແມ່ນ ຄວບຄຸມພະຍາດ ແລະ ສືບຕໍ່ພັດທະນາເສດຖະກິດ ແລະ ຄວາມໝັ້ນຄົງຂອງສັງຄົມ.

ຈາກການປະຕິບັດການຄວບຄຸມພະຍາດທີ່ດີຂອງ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແບ່ງປັນກັບບັນດາຜູ້ນຳ G20 ຫລາຍມາດຕະການກ່ຽວກັບການຊຸກຍູ້ຮ່ວມມື ແລະ ການກະທຳຮ່ວມກັນໃນການຮັບມືກັບ COVID-19 ເຊັ່ນ: ເພີ່ມທະວີການແລກປ່ຽນ, ຂໍ້ມູນ ແລະ ແລກປ່ຽນປະສົບການ, ເຕັກໂນໂລຢີ ແລະ ການສະໜັບສະໜູນດ້ານເຕັກນິກຂອງ ການວິເຄາະ ແລະ ການປິ່ນປົວ; ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທືນ, ຮັກສາລະບົບສາຍສະໜອງ ແລະ ການຜະລິດ, ສ້າງວຽກເຮັດງານທຳ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມໝັ້ນຄົງ; ການຮ່ວມມືເພື່ອຮັບປະກັນຄວາມປອດໄພໃຫ້ພົນລະເມືອງ ຫວຽດນາມ ແລະ ບັນດາປະເທດອາຊຽນທີ່ອາໄສຢູ່ໃນປະເທດ G20 ... ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງ ໜ້າ, ແລະ ເປັນຜູ້ປະກອບສ່ວນທີ່ມີຄວາມຮັບຜິດຊອບໃນການເພີ່ມທະວີການຮ່ວມມືທົ່ວໂລກ ເພື່ອຮັບມືກັບສິ່ງທ້າທາຍທົ່ວໄປ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.