ສະເໜີມອບນາມມະຍົດວິລະຊົນແຮງງານໃຫ້ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ

10:42 | 14/08/2025

ຍສໝ - ກະຊວງ​ພາຍ​ໃນ​ພວມເອົາຄວາມ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ສະ​ເໜີ​ມອບ​ນາມມະຍົດວິລະຊົນແຮງງານໃຫ້ທ່ານນາງ ຫງວຽນທິບິ່ງ, ອະດີດ​ຮອງ​ປະທານ​ປະ​ເທດ, ​ເພື່ອເຊີດຊູບັນດາ​ຜົນງານ​ດີ​ເດັ່ນຂອງນາງ​ໃນ​ຂົງ​ເຂດ​ການ​ທູດ.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ
ຫວຽດ​ນາມ - ສ​.ເກົາຫຼີ ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ພົວ​ພັນ​ອັນດີງານພິເສດ

ວັນທີ 12 ສິງຫາ, ປະຕູຂໍ້ມູນເອເລັກໂຕຼນິກຂອງກະຊວງພາຍໃນ ໄດ້ລົງຂໍ້ມູນເອົາຂໍ້ຄິດເຫັນກ່ຽວກັບກໍລະນີພິຈາລະນາ, ມອບນາມມະຍົດວິລະຊົນແຮງງານ ໃຫ້ແກ່ທ່ານນາງ ຫງວຽນທິບິ່ງ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານປະເທດ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງລັດ​ປະ​ຕິ​ວັດຊົ່ວຄາວ ສາທາລະນະລັດ ພາກໃຕ້ ຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 7 ສິງຫາ, ຫ້ອງວ່າການປະທານປະເທດ ໄດ້ຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີ ພິຈາລະນາ ແລະ ຍື່ນສະເໜີຕໍ່ປະທານປະເທດ ມອບນາມມະຍົດວິລະຊົນແຮງງານ ໃຫ້ແກ່ທ່ານນາງ ຫງວຽນທິບິ່ງ, ເພື່ອເຊີດຊູການປະກອບສ່ວນອັນໃຫຍ່ຫຼວງໃນວຽກງານການຕ່າງປະເທດ, ພິເສດດ້ວຍຕຳແໜ່ງເປັນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແຫ່ງ​ປະ​ຕິ​ວັດຊົ່ວຄາວ ​ແຕ່​ປີ 1969 ຫາ 1976​.

ສະເໜີມອບນາມມະຍົດວິລະຊົນແຮງງານໃຫ້ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ
ທ່ານນາງ ຫງວຽນທິບິ່ງ, ອະດີດຮອງປະທານປະເທດ, ອະດີດລັດຖະມົນຕີກະຊວງການຕ່າງປະເທດແຫ່ງລັດ​ປະ​ຕິ​ວັດຊົ່ວຄາວ ສາທາລະນະລັດ ພາກໃຕ້ ຫວຽດນາມ ທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາປາຣີ, ວັນທີ 17 ມັງກອນ 2023. (ພາບ: ໜັງສືພິມໂລກ ແລະ ຫວຽດນາມ)

ຕາມ​ການ​ບັນ​ທຶກ​ແລ້ວ, ຊື່​ແທ້​ຂອງ​ທ່ານນາງ ຫງວຽນ​ທິ​ບິ່ງ ແມ່ນຫງວຽນ​ທິ​ເຈົາ​ຊາ, ເກີດ​ໃນ​ປີ 1927, ຢູ່​ແຂວງ ກວ໋າງ​ນາມ (ປະຈຸບັນ​ແມ່ນ​ນະ​ຄອນ​ ດານັງ). ທ່ານນາງ ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ເມື່ອ​ມີ​ອາຍຸ​ພຽງ 18 ປີ, ເຄີຍ​ຮຽນ​ຢູ່ໂຮງຮຽນ Lycée Sisowath - ກຳປູ​ເຈຍ, ຈາກ​ນັ້ນ​ໄປ​ສຶກສາ​ຢູ່​ຝຣັ່ງແລະ ຈົບ​ປະລິນຍາ​ຕີ​ພະແນກວັນນະຄະດີ, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ.

ໄລຍະ 1969-1976, ທ່ານນາງ ຫງວຽນທິບິ່ງ ແມ່ນໜຶ່ງໃນບັນດາສັນຍາລັກທີ່ດີເດັ່ນຂອງການທູດປະຕິວັດ, ພິເສດມີບັນດາການປະກອບສ່ວນອັນພົ້ນເດັ່ນ.

ຕາມ​ນັ້ນ​ແລ້ວ, ທ່ານ​ນາງ​ເປັນ​ຫົວໜ້າ​ຄະນະ​ເຈລະຈາ​ຂອງ​ລັດຖະບານ​ປະຕິວັດ​ຊົ່ວຄາວ​ແຫ່ງ​ສາທາລະນະ​ລັດ ພາກໃຕ້ ຫວຽດນາມ ທີ່​ກອງ​ປະຊຸມ​ປາຣີ (1968-1973), ມີ​ບົດບາດ​ຕັດສິນ​ໃນການໄປສູ່ສັນຍາ​ປາຣີ​ໃນ​ວັນ​ທີ 27 ມັງກອນ 1973, ສິ້ນ​ສຸດ​ການ​ແຊກ​ແຊງ​ທາງ​ທະຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ ພາກ​ໃຕ້ ຫວຽດນາມ.

ການເຈຣະຈາ 4 ຝ່າຍ ຢູ່ ປາຣີ ແມ່ນການຕໍ່ສູ້ຢ່າງດຸເດືອດ ໃນດ້ານການທູດ, ຮຽກຮ້ອງຄວາມກ້າຫານຫຼາຍຢ່າງ, ທັງໜັກແໜ້ນທາງດ້ານຫຼັກການ ແລະ ຢືດຢຸ່ນໃນຍຸດທະສາດ, ສະຕິປັນຍາ ແລະ ຄວາມຄິດສ້າງສັນ. ໃນ​ຖານະ​ທີ່​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ເຈລະຈາ​ລັດຖະບານປະຕິວັດ​ຊົ່ວຄາວ, ຕາງໜ້າ​ໃຫ້​ປະຊາຊົນ​ພາກ​ໃຕ້​ຕໍ່ສູ້, ທ່ານ​ນາງ ຫງວຽນທິບິ່ງ ​ໄດ້ຂົນຂວາຍວົງການການເມືອງ, ປັນຍາ​ຊົນ, ນັກ​ຂ່າວ​ຝຣັ່ງ ​ແລະ ຝ່າຍຕາ​ເວັນ​ຕົກ​ຢ່າງຕັ້ງໜ້າ ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ພາກ​ໃຕ້. ໂດຍຜ່ານນັ້ນ, ​ນຳ​ເອົາ​ວິລະ​ຊົນ​ຕໍ່ສູ້​ຂອງ​ຊາວ​ພາກໃຕ້ ຫວຽດນາມ, ດຶງ​ດູດ​ໂລກ​ໃຫ້​ແກ່​ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ແນວ​ໂຮມ​ປະ​ເທດ​ຊາດ​ໃນ​ໂລກ ສະໜັບສະໜູນ​ການ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະຊາຊົນ​ພາກ​ໃຕ້.

ທີ່​ຕະຫຼອດກອງ​ປະຊຸມ​ປາຣີ, ຕາມ​ຄຳ​ເຫັນ​ຂອງ​ນັກ​ຂ່າວ ຝຣັ່ງ​ ແລະ ​ຕາ​ເວັນ​ຕົກ, ທ່ານ​ນາງ ຫງວຽນ​ທິບິ່ງ ໄດ້​ກາຍ​ເປັນ​ດາວ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ, ແມ່ນ “ຊາວຫວຽດນາມ​ຕົວ​ຈິງ”, ໄດ້​ສັ່ນ​ສະ​ເທືອ​ນປະຊາຊົນ​ຢູ່ ປາຣີ ​ແລະ ​ໃນ​ໂລກ. ​ໃນ​ຖານະ​ເປັນ​ຜູ້ຍິງ​ທີ່​ມີ​ສະຕິ​ປັນຍາ, ມີ​ຄວາມ​ສະຫງ່າ​ຜ່າ​ເຜີຍ, ​ເປັນ​ຕົວ​ແທນ​ໃຫ້​ປະຊາຊົນ​ພາກ​ໃຕ້​ໃນ​ການ​ຕໍ່ສູ້, ສື່ສານ​ຢ່າງ​ຄ່ອງ​ແຄ້ວ ​ແລະ ພາສາ​ຕ່າງປະ​ເທດທີ່ດີເດັ່ນ, ທ່ານ​ນາງ ຫງວຽນ​ທິບິ່ງ ໄດ້​ສົມທົບ​ການ​ເຈລະຈາ​ກັບ​ບັນດາ​ການ​ຂົນຂວາຍສາກົນ. ທ່ານນາງ ​ຍັງ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ສວຍ​ງາມຫຼາຍຢ່າງ, ຄວາມ​ຮັກ​ແພງ ​ແລະ ຄວາມ​ເຄົາລົບ​ນັບຖື​ຫຼາຍຢ່າງຈາກ​ເພື່ອນ​ມິດ​ໃນ​ທົ່ວ​ໂລກ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ ​ແລະ ​ຕົນ​ເອງ. ສະ​ນັ້ນ, ທ່ານນາງຈຶ່ງ​ໄດ້​ກາຍ​ເປັນ​ນັກ​ການ​ເມືອງ​ຍິງ​ຫວຽດນາມ​ທີ່​ມີ​ຊື່​ສຽງ​ໃນ​ໂລກ, ມີ​ນ້ຳ​ສຽງເຂັ້ມແຂງ, ອັດສະລິຍະ ແລະ ເຕັມໄປດ້ວຍຄວາມກ້າຫານ, ໄດ້ຮັບການຕີລາຄາຈາກສື່ມວນຊົນສາກົນວ່າ “ເປັນໜ້າຂອງຜູ້ຍິງທີ່ໂດດເດັ່ນທີ່ສຸດຢູ່ໃນໂຕະເຈລະຈາປະຫວັດສາດ”.

ດ້ວຍຂະບວນການ​ບໍ່ເຊື່ອມຕໍ່, ນັບ​ແຕ່​ປີ 1970, ຫວຽດ​ນາມ ໄດ້​ເລີ່ມຂົນຂວາຍ ເພື່ອ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ນີ້. ໃນ​ຖາ​ນະ​ເປັນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແຫ່ງລັດປະຕິວັດຊົ່ວຄາວ ສາທາລະນະລັດ ພາກໃຕ້ ຫວຽດນາມ ແລະ ດ້ວຍ​ກຳ​ລັງ​ແຮງ​ຂອງ​ການ​ທູດ​ສັນ​ຕິ​ພາບ, ເປັນ​ກາງ, ທ່ານ​ນາງ ຫງວຽນ​ທິ​ບິ່ງ ໄດ້​ເດີນ​ທາງ​ໄປ​ຫລາຍ​ປະ​ເທດ, ຂົນ​ຂວາຍ ເພື່ອໄດ້​ເຊື້ອ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມຂັ້ນສູງບໍ່ເຊື່ອມຕໍ່​ທີ່​ຈັດ​ຂຶ້ນ​ຢູ່ Lusaka (Zambia). ດ້ວຍເຫດນັ້ນ, ລັດຖະບານປະຕິວັດຊົ່ວຄາວຖືກເຊີນເຂົ້າຮ່ວມກອງປະຊຸມຂັ້ນສູງບໍ່ເຊື່ອມຕໍ່ຢູ່ Lusaka ໃນເດືອນ ກັນຍາ 1970 ແລະ ທ່ານນາງ ຫງວຽນທິບິ່ງ ໄດ້ຖືກເຊື້ອເຊີນໃຫ້ກ່າວຄຳປາໄສດ້ວຍຄວາມນິຍົມຈາກປະມຸກລັດ ແລະ ນາຍົກລັດຖະມົນຕີຫຼາຍທ່ານ. ​ໃນ​ກອງ​ປະຊຸມ​ຂອງ​ຂະ​ບວນການ​ບໍ່ເຊື່ອມຕໍ່​ທີ່ George Town ​ໃນ​ເດືອນ​ສິງຫາ​ປີ 1972, ລັດຖະບານ​ປະຕິວັດ​ຊົ່ວຄາວ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ເປັນ​ສະມາຊິກ​ຂອງຂະບວນການຢ່າງ​ເປັນ​ທາງ​ການ. ທີ່ຕັ້ງ​ຂອງ​ຫວຽດ​ນາມ​ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ອີກ​ບາດ​ໜຶ່ງ. ພາຍຫຼັງ​ການ​ປົດ​ປ່ອຍ​ພາກ​ໃຕ້, ຫວຽດ​ນາມ​ເປັນ​ເອ​ກະ​ພາບ​ໄດ້​ສືບ​ທອດ​ບັນ​ດາ​ສະ​ມາ​ຊິກ​ຂະ​ບວນ​ການ​ລັດ​ຖະ​ບານ​ປະ​ຕິ​ວັດ​ຊົ່ວ​ຄາວ​ມາ​ຮອດ​ປະ​ຈຸ​ບັນ.

ທ່ານ​ນາງ ຫງວຽນ​ທິ​ບິ່ງ ດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ລັດຖະບານ​ປະຕິວັດ​ຊົ່ວຄາວ ສາທາລະນະ​ລັດ ພາກໃຕ້ ຫວຽດນາມ, ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ຈາກ 20 ກວ່າ​ປະ​ເທດ​ ແລະ ຫຼາຍ​ຂະບວນການກ້າວ​ໜ້າ​ສາ​ກົນ. ທ່ານ​ນາງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ພື້ນຖານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ​ຂອງ​ ພາກໃຕ້ ຫວຽດນາມ, ໄດ້​ວາງ​ຮາກ​ຖານ​ທ້ອນ​ໂຮມ​ປະ​ເທດ​ຊາດ​ຄືນ​ໃໝ່​ພາຍຫຼັງ​ປີ 1975.

ທ່ານ​ນາງ ຫງວຽນ​ທິ​ບິ່ງ ໄດ້​ສ້າງຂີດໝາຍພິ​ເສດ​ໃນ​ປະຫວັດສາດ​ການ​ທູດ​ຫວຽດນາມ ຄື: ແມ່ນ​ຜູ້​ທຳ​ອິດ ​ແລະ ຄົນ​ດຽວ​ມາຮອດປະຈຸ​ບັນ​ທີ່​ໄດ້​ລົງ​ນາມ​ໃນ​ສັນຍາ​ສາກົນ​ກັບ​ຜູ້ຕາງໜ້າ​ລັດຖະບານ ອາ​ເມ​ລິ​ກາ ​ໃນ​ສະ​ໄໝ​ສົງຄາມ. ຜົນສຳເລັດຂອງທ່ານນາງໃນກອງປະຊຸມປາຣີ ແມ່ນການລົງເລິກສິລະປະການທູດຂອງ ໂຮ່ຈີມິນ ຄື: ຄວາມອົດທົນ, ມະນຸດສະທຳ, ຄວາມກ້າຫານ, ສະຕິປັນຍາ ແລະ ຄວາມເໝາະສົມກັບຍຸກສະໄໝ. ທ່ານນາງ​ເປັນ​ຕົວ​ຢ່າງ​ທີ່​ສ່ອງ​ແສງ​ຂອງ​ແມ່ຍິງ​ປະຕິວັດ​ໃນ​ການ​ຕໍ່ສູ້​ສາກົນ, ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ແມ່ຍິງ​ຫວຽດນາມ ​ເປັນ​ຜູ້​ແຂງ​ແຮງ, ສະຫຼາດ​ສ່ອງ​ໃສ ​ແລະ ​ຮັກ​ຊາດ.

ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນສຳ​ເລັດ​ໄດ້​ລະບຸ​ວ່າ ທ່ານ​ນາງ ຫງວຽນ​ທິບິ່ງ ໄດ້​ຮັບ​ນາມມະຍົດ​ທະຫານແຂ່ງຂັນ​ແຫ່ງ​ຊາດ​ໃນ​ປີ 1974; ຫຼຽນໄຊ ໂຮ່ຈີມິນ, ຫຼຽນກາ ປະເພດອາວຸດຍຸດໂທປະກອນ ຊັ້ນໜຶ່ງ, ຫຼຽນໄຊສົງຄາມຕໍ່ຕ້ານ ອາເມລິກາ ຊັ້ນໜຶ່ງ ໃນປີ 2001; ຫຼຽນໄຊຄວາມສາມັກຄີອັນຍິ່ງໃຫຍ່ ໃນປີ 2013 ແລະ ຫຼຽນໄຊເສລີ ຊັ້ນໜຶ່ງຂອງ ສປປ ລາວ ໃນປີ 2025.

ງານ​ແຂ່ງ​ຂັນ​ບານ​ເຕະ​ຊາວ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ເພື່ອສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ ງານ​ແຂ່ງ​ຂັນ​ບານ​ເຕະ​ຊາວ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ເພື່ອສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ

ຍສໝ - ວັນທີ 10 ສິງຫາ 2025, ຢູ່ສະໜາມກິລາ Kashihara, ນະຄອນຫຼວງເກົ່າ Nara, ປະເທດ ຍີ່ປຸ່ນ, ໄດ້ດຳເນີນການແຂ່ງຂັນກິລາບານເຕະຊາວ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ “FAVIJA KANSAI CUP 2025”.

ຮັກສາຈິດວິນຍານຂອງຫວຽດນາມຢູ່ຕ່າງປະເທດ: ການເດີນທາງເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ກາຕາ ຮັກສາຈິດວິນຍານຂອງຫວຽດນາມຢູ່ຕ່າງປະເທດ: ການເດີນທາງເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ກາຕາ

ຍສໝ - ໃນ​ຍົນ​ທີ່​ມຸ່ງ​ໜ້າ​ໄປ​ໂດ​ຮາ​ ມື້​ໜຶ່ງ​ໃນ​ລະດູ​ຮ້ອນ, ຂ້າພະ​ເຈົ້າ​ໄດ້​ນຳ​ສຳພະລະການເດີນທາງບໍ່ພຽງແຕ່ ບັນດາເອກະສານທາງການທູດ ​ຫຼື​ ແຜນການ​ວຽກ​ງານ​ໄລຍະ​ຍາວ​ໄປ​ນຳ​ອີກ...

ມີງດຶກ