ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20

10:53 | 06/09/2020

ຍສໝ - ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20 ດ້ວຍຮູບການຖ່າຍທອດສົດ ມີບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກ G20 ແລະ ບາງປະເທດທີ່ເປັນແຂກເຊີນ, ພ້ອມດ້ວຍຜູ້ນຳຂອງບັນດາອົງການຈັດຕັ້ງສາກົນທີ່ສຳຄັນ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດ g20 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວຸດຶກດາມ: ບໍ່ຫັນເປັນດີຈີຕອນຈະບໍ່ສາມາດແກ້ງແຍ່ງກັບສາກົນໄດ້
ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດ g20 ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອອນໄລກ່ຽວກັບ COVID-19

ຕອນຄ່ຳວັນທີ 4 ກັນຍາ, ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແບບພິເສດ G20 ໃນຫົວຂໍ້ "ເພີ່ມທະວີການຮ່ວມມືຂ້າມຊາຍແດນ".

ນີ້ແມ່ນກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດຂອງກຸ່ມ G20 ທີ່ໄດ້ຈັດຂຶ້ນໃນສະພາບການ ລະບາດຂອງພະຍາດ COVID-19 ສືບຕໍ່ມີການພັດທະນາທີ່ສັບສົນໃນທົ່ວໂລກ, ແລະ ຫຼາຍພື້ນຖານເສດຖະກິດຖືກຖົດຖອຍຢ່າງຮ້າຍແຮງ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດ g20
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20. (ພາບ: TTXVN)

ບັນດາມາດຕະການຈຳກັດການເດີນທາງ ແລະ ການປິດຊາຍແດນ, ເຖິງວ່າປະກອບສ່ວນເຂົ້າໃນການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ, ແຕ່ກໍ່ຍັງມີຜົນກະທົບທີ່ຮ້າຍແຮງຕໍ່ການພັດທະນາເສດຖະກິດ - ສັງຄົມ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ຕ່ອງໂສ້ການຄ້າ - ການລົງທືນ ແລະ ຢຸດສະຫງັກການແລກປ່ຽນລະຫວ່າງປະເທດ.

ບັນດາທ່ານລັດຖະມົນຕີ ແລະ ຜູ້ນຳຂອງອົງການຈັດຕັ້ງສາກົນ ໄດ້ຢືນຢັນຈະເພີ່ມທະວີການຮ່ວມມືສາກົນ ໃນການຕອບໂຕ້ກັບການລະບາດຂອງພະຍາດ COVID-19, ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມໃຫ້ໜ້ອຍທີ່ສຸດ; ແລກປ່ຽນປະສົບການກ່ຽວກັບມາດຕະການຄຸ້ມຄອງຊາຍແດນ; ປະສານສົມທົບການນຳສົ່ງພົນລະເມືອງກັບຄືນປະເທດຂອງພວກເຂົາ ແລະ ໃຫ້ການປິ່ນປົວພະຍາດແກ່ພົນລະເມືອງຕ່າງປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ຕີລາຄາສູງຄວາມພະຍາຍາມ ແລະ ການປະກອບສ່ວນຂອງ G20 ໃນການຕໍ່ສູ້ກັບການການລະບາດຂອງພະຍາດ COVID-19, ການຄົ້ນຄວ້າວັກຊີນ ແລະ ສົ່ງເສີມການຟື້ນຕົວເສດຖະກິດຂອງໂລກ.

ໂດຍການປະຕິບັດພຶດຕິກຳໃນການຮ່ວມມືພາຍໃນອາຊຽນ ແລະ ປະສົບການຂອງຫວຽດນາມໃນການຄວບຄຸມພະຍາດທີ່ມີປະສິດຕິຜົນ, ທ່ານ ຟ້າມບິ່ງມິງ ປາດຖະໜາວ່າ G20 ໄດ້ປະສານສົມທົບກັບບັນດາອົງການຈັດຕັ້ງສາກົນ ແລະ ປະເທດອື່ນໆ ເພື່ອຊຸກຍູ້ການສ້າງຕັ້ງກົດຂໍ້ບັງຄັບ, ແຜນທີ່ສຳລັບການຮ່ວມມືການຄຸ້ມຄອງຊາຍແດນ ແລະ ສ້າງຄວາມສະດວກໃນການເດີນທາງໄປຕ່າງປະເທດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການ, ຮັບປະກັນຄວາມປອດໄພດ້ານການແພດຢູ່ປະຕູຊາຍແດນ, ນຳໃຊ້ເຕັກໂນໂລຢີໃນການກວດກາ ແລະ ຕິດຕາມກໍລະນີ​ຕິດ​ເຊື້ອຕ່າງໆ; ຮ່ວມມືກັນໃນການຄົ້ນຄວ້າ ແລະ ຮັບປະກັນການສັກຢາວັກຊີນທີ່ເໝາະສົມ ແລະ ລາຄາສອດຄ່ອງ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດ g20 ນາຍົກລັດຖະມົນຕີ ຫວຽດນາມ: ຍືດໝັ້ນເປົ້າໝາຍທັງຕ້ານພະຍາດໂຄວິດ-19 ສໍາເລັດຜົນທັງພັດທະນາເສດຖະກິດສັງຄົມ

ຍສໝ - ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 8 ເດືອນຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ 15 ທ້ອງຖິ່ນໃນທົ່ວປະເທດ. ບັນດາຂະແໜງ, ຂັ້ນຕ່າງໆໄດ້ມີຫຼາຍວິທີການຊີ້ນໍາຢ່າງຂ້ຽວຂາດ, ສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນບົນຈິດໃຈປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດ g20 ຫວຽດນາມສະແດງຄວາມຕັດສິນໃຈຢ່າງແຮງໃນການປະຕິບັດຕຳແໜ່ງປະທານ AIPA – 41

ຍ​ສ​ໝ - ກອງປະຊຸມໃຫຍ່ ປະທານ AIPA 41 ແລະ AIPA 2020 ປະທານສະພາແຫ່ງຊາດຫວຽດນາມຈະສ້າງຄວາມປະທັບໃຈທີ່ດີ​ໃຫ້​ແກ່ເພື່ອນມິດສາກົນ, ນຳມາເຊິ່ງຜົນສຳເລັດແລະ ທີ​່​ຕັ້ງໃໝ່ຂອງສະພາແຫ່ງຊາດຫວຽດນາມ, ເຊື່ອມຕໍ່ປະຊາຊົນຫວຽດນາມ ແລະ ປະຊາຊົນຂອງປະຊາຄົມອາຊຽນ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມລ ດຖະມ ນຕ ຕ າງປະເທດ g20 Army Games 2020: ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ສ້າງຄວາມປະທັບໃຈທີ່ດີງາມໃນສາຍຕາເພື່ອນມິດສາກົນ

ຍສໝ - ເຂົ້າຮ່ວມ Army Games 2020, ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ, ມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍຈິດໃຈສາມັກຄີ, ປະສານສົມທົບ, ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະແຜ່ຂະຫຍາຍຮູບພາບລຸງໂຮ່ ເຖິງເພື່ອນມິດສາກົນຢ່າງແຮງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.