ຍສໝ - ທ່ານ ຫ່າກີມຫງອກ, ເອກອັກຄະລັດຖະທູດຫວຽດນາມປະຈຳສະຫະລັດອາເມລິກາ ໄດ້ກ່າວຄຳປາໄສໃນກອງປະຊຸມສຳມະນາທາງຖ່າຍທອດສົດ ໂດຍປະກາດບົດລາຍງານ “ເພີ່ມທະວີການປົກຄອງຂອງແມ່ນໍ້າຜ່ານຂ້າມຊາຍແດນ: ແກ້ໄຂສິ່ງທ້າທາຍຕ່າງໆໃນເຂດຫຼົ້ົ້ງແມ່ນ້ຳຂອງ” ທີ່ຈັດຕັ້ງໂດຍສູນກາງຕາເວັນອອກ - ຕາເວັນຕົກ.
ຜົນປະໂຫຍດຕົວຈິງທີ່ ສປປ ລາວ ໄດ້ຮັບຈາກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍຜ່ານໂຄງການຮ່ວມມື 2 ຮູບແບບເປັນຕົ້ນແມ່ນ ໂຄງການເຫັນຜົນໄວ ຊຶ່ງເປັນໂຄງການທີ່ ສປປ ລາວ ໄດ້ຮັບລວມທັງໝົດ 36 ໂຄງການ ໂດຍກວມເອົາຂົງເຂດບູລິມະສິດ ຂອງການຮ່ວມມືຕ່າງໆ, ແນໃສ່ພັດທະນາ ເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກ. ສຳລັບໂຄງການກອງທຶນພິເສດ ເລີ່ມແຕ່ປີ 2017, ບັນດາ ຂະແໜງການຂອງ ສປປ ລາວ ໄດ້ຮັບ 13 ໂຄງການ ລວມມູນຄ່າ 3,4 ລ້ານໂດລາສະຫະລັດ ແລະ ປີ 2018 ໄດ້ຮັບ 21 ໂຄງການລວມມູນຄ່າ 4,5 ລ້ານໂດລາສະຫະລັດ ທັງນີ້ບັນດາໂຄງການຮ່ວມມືບູລິມະສິດດັ່ງກ່າວ ແມ່ນໄດ້ແນໃສ່ຍົກລະດັບ ດ້ານເຕັກນິກວິຊາການ ໃຫ້ແກ່ບັນດາປະເທດແມ່ນ້ຳຂອງ ເພື່ອສົ່ງເສີມການເຊື່ອມໂຍງ ເສດຖະກິດ ແລະ ການເຊື່ອມຈອດ.
ຍສໝ - ໃນວັນທີ 20 ກຸມພາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດການຮ່ວມມື ແມ່ຂອງ - ລ້ານຂ້າງ (MLC) ຄັ້ງທີ 5 ໄດ້ດຳເນີນຢູ່ນະຄອນຫຼວງ ວຽງຈັນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ.
ໃນໄລຍະ1 ປີຜ່ານມາ, ຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ MLCແມ່ນມີຄວາມຄືບໜ້າເປັນຢ່າງດີ ແລະ ໄດ້ເພີ່ມທະວີໃນແຕ່ລະຂະແໜງ ການບູລິມະສິດ ກໍຄື ບັນດາປະເທດສະມາຊິກ ໄດ້ຕັ້ງໜ້າປະກອບສ່ວນເຂົ້າ ໃນການຈັດຕັ້ງຜັນຂະຫຍາຍ ແຜນປະຕິບັດງານໄລຍະ5 ປີ(2018-2022),ຖະແຫລງການພະນົມເປັນຂອງ ກອງປະຊຸມຜູ້ນຳຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ2ແລະ ຖະແຫລງຂ່າວຮ່ວມ ກອງປະຊຸມລັດຖະມົນຕີ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ4 ຊຶ່ງສະແດງອອກ ຄື:ກອງປະຊຸມໜ່ວຍງານ ວິຊາການຂອງ5 ຂົງເຂດບູລິມະສິດ ໄດ້ຈັດຂຶ້ນຢ່າງເປັນປົກກະຕິ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃຫ້ບັນລຸເປົ້າໝາຍຂອງMLC.
ຍສໝ - ວັນທີ 17 ທັນວາ 2019, ທີ່ນະຄອນຫຼວງປັກກິ່ງ, ປະເທດຈີນ, ໄດ້ດໍາເນີນກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮ່ວມມືແຫຼ່ງຊັບພະຍາກອນນໍ້າ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.
ກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມກອງເລຂາແຫ່ງຊາດແມ່ນາໍ້ຂອງ-ແມ່ນາໍ້ລ້ານຊ້າງຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາ ຊົນຈີນ ປະຈຳ ສປປ ລາວ ໄດ້ຈັດງານສັບປະດາແມ່ນາໍ້ຂອງ-ແມ່ນາໍ້ລ້ານຊ້າງ, ໃນວັນທີ 14 ມີນາ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ.
ປະເທດລຸ່ມແມ່ນ້ຳຂອງ ລວມມີລາວ, ຫວຽດນາມ, ຈີນ, ມຽນມາ, ໄທ ແລະ ກຳປູເຈຍ ໄດ້ຮ່ວມກັນຈັດງານສຳມະນາວ່າດ້ວຍ ສະຖານະການ ແລະ ການຮ່ວມມືຄວບຄຸມ ປ້ອງກັນ ພະຍາດ ໄຂ້ຍຸງ ແລະ ໄຂ້ເລືອດອອກ ໃນເຂດຊາຍແດນ ອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປະຈຳປີ 2019 ຊ່ືງຈັດຂຶ້ນ ຢູ່ເມືອງຄຸນມິງ, ມົນທົນຢຸນໜານ ຂອງຈີນ.
ເມື່ອບໍ່ດົນມານີ້, ງານສຳມະນາການບໍລິຫານມໍລະດົກທາງວັດທະນະທຳປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈັດຂື້ນທີ່ເມືອງ ພຸກາມຂອງ ມຽນມາ, ໂດຍມີ ຜູ້ຊຽວຊານ ແລະ ນັກວິຊາການຈາກ ຈີນ, ໄທ, ມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ ເຂົ້າຮ່ວມເພື່ອແລກປ່ຽນປະສົບການດ້ານການອະນຸລັກ ແລະ ບໍລິຫານມໍລະດົກວັດທະນະທຳ.
ໃນວັນທີ 8 ກຸມພາ 2019 ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດຂອງ ສປປ ລາວ”.