| ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ ຫວຽດນາມ - ການາດາ ຍັງມີຫຼາຍທ່າແຮງໃນການເປີດກວ້າງການເຊື່ອມໂຍງເສດຖະກິດ |
ເຫດການດັ່ງກ່າວ ດຳເນີນຂຶ້ນໃນຂອບເຂດການຢ້ຽມຢາມການາດາລະດັບລັດ ຂອງທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ, ໂດຍມີຄະນະຜູ້ແທນຂັ້ນສູງຫວຽດນາມ ແລະ ສະມາຊິກສະພາການາດາຈຳນວນຫຼາຍເຂົ້າຮ່ວມ.
ກ່າວຄຳປາໄສຕ້ອນຮັບ, ທ່ານນາງ Anita Anand, ລັດຖະມົນຕີການຕ່າງປະເທດການາດາ ເນັ້ນໜັກວ່າ ນີ້ແມ່ນໄລຍະເວລາສຳຄັນສຳລັບຫວຽດນາມ ແລະ ການາດາ ໃນບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ສອງປະເທດໄດ້ຕັດສິນໃຈຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ, ເປີດກວ້າງການຮ່ວມມືບໍ່ພຽງແຕ່ໃນດ້ານການຄ້າ ແຕ່ຍັງລວມເຖິງການສຶກສາ, ການຝຶກອົບຮົມ, ນະວັດຕະກຳ, ການແລກປ່ຽນປະຊາຊົນ ແລະ ຫຼາຍຂົງເຂດອື່ນ.
ຕາມທ່ານນາງ Anita Anand ແລ້ວ, ຂອບການພົວພັນໃໝ່ ຈະຊ່ວຍໃຫ້ສອງປະເທດເຮັດໃຫ້ຄວາມຜູກພັນກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເລິກເຊິ່ງຍິ່ງຂຶ້ນ. ທ່ານນາງ ຍັງຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມຢູ່ການາດາ ຕໍ່ຄວາມຫຼາກຫຼາຍຂອງສັງຄົມການາດາ.
ທ່ານນາງ Anita Anand ເຫັນວ່າ ຄູ່ຮ່ວມຍຸດທະສາດ ເປີດໂອກາດຮ່ວມມືເພີ່ມຕື່ມ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານນາງ ຕີລາຄາວ່າ ຫວຽດນາມແມ່ນຫົວຈັກນຳຂອງ ASEAN, ມີບົດບາດຢ່າງຫ້າວຫັນໃນພາກພື້ນ ແລະ ໃຫ້ຮູ້ວ່າ ສອງປະເທດຈະສືບຕໍ່ປະສານງານກັນ ທັງໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍ ແນໃສ່ນຳມາຊຶ່ງຜົນປະໂຫຍດລວມ.
ປັດຈຸບັນ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມການຄ້າລາຍໃຫຍ່ຂອງການາດາ, ພ້ອມກັນນັ້ນ ສອງປະເທດຕ່າງກໍແມ່ນສະມາຊິກຂອງສັນຍາຄູ່ຮ່ວມຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ພ້ອມກັນມຸ່ງໄປສູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເປີດກວ້າງ, ໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ. ການາດາ ຍັງປາຖະໜາໃຫ້ບັນລຸສັນຍາການຄ້າເສລີ ການາດາ - ASEAN ໂດຍໄວ.
ທ່ານນາງ Anita Anand ໃຫ້ຮູ້ວ່າ ການາດາ ປາຖະໜາຊຸກຍູ້ການຫັນປ່ຽນພະລັງງານ, ສະໜອງແຫຼ່ງພະລັງງານທີ່ໜ້າເຊື່ອຖື ແລະ ຊ່ວຍໜູນເຕັກໂນໂລຊີໃຫ້ຫວຽດນາມ. ຕາມທ່ານນາງແລ້ວ, ຫວຽດນາມແມ່ນພາກສ່ວນສຳຄັນໃນນະໂຍບາຍຕ່າງປະເທດຂອງການາດາ ແລະ ຂອບການພົວພັນຄູ່ຮ່ວມຍຸດທະສາດໃໝ່ ຈະກຳນົດບັນດາບຸລິມະສິດ, ຊຸກຍູ້ການລົງທຶນ, ນະວັດຕະກຳ ແລະ ຄວາມໝັ້ນຄົງ, ເປີດບົດໃໝ່ໃນສາຍພົວພັນສອງປະເທດ.
![]() |
| ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ຢືນຢັນວ່າ ຫວຽດນາມພ້ອມຮ່ວມກັບການາດາ ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດທີ່ເລິກເຊິ່ງ. |
ກ່າວຄຳປາໄສນະໂຍບາຍຢູ່ອາຄານລັດຖະສະພາການາດາ, ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ໄດ້ສະແດງຄວາມເປັນກຽດ ທີ່ໄດ້ກ່າວຄຳປາໄສຕໍ່ໜ້າລັດຖະສະພາການາດາ, ສະຖານທີ່ທີ່ເປັນຕົວແທນໃຫ້ເຈດຈຳນົງ ແລະ ຄວາມປາຖະໜາຂອງປະຊາຊົນການາດາ; ພ້ອມທັງ ສົ່ງຄວາມຮູ້ສຶກມິດຕະພາບຂອງປະເທດ ແລະ ປະຊາຊົນຫວຽດນາມ ໄປຍັງປະຊາຊົນການາດາ.
ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ປາຖະໜາໃຫ້ສາຍພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາການາດາ ສືບຕໍ່ໄດ້ຮັບການປັບປຸງ, ປະກອບສ່ວນນຳສາຍພົວພັນສອງປະເທດເຂົ້າສູ່ລວງເລິກ, ໄດ້ຮັບການບຳລຸງສ້າງດ້ວຍເຈດຈຳນົງທາງການເມືອງ, ພື້ນຖານດ້ານກົດໝາຍ ແລະ ການສະໜັບສະໜູນຂອງປະຊາຊົນ.
ຕາມທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ແລ້ວ, ໃນບໍລິບົດທີ່ໂລກມີຫຼາຍຄວາມຜັນຜວນ, ແຕ່ລະປະເທດຕ່າງກໍຊອກຫາວິທີຍົກສູງຄວາມສາມາດປັບຕົວ ແລະ ປົກປ້ອງຜົນສຳເລັດແຫ່ງການພັດທະນາ. ສຳລັບຫວຽດນາມ, ຄຳຕອບໄດ້ຖືກສະຫຼຸບຈາກປະຫວັດສາດຂອງຊາດ ແລະ ພຶດຕິກຳແຫ່ງການປ່ຽນໃໝ່.
ໃນຖານະປະເທດໜຶ່ງທີ່ເຄີຍຕ້ອງແລກສັນຕິພາບດ້ວຍເລືອດເນື້ອ, ຫວຽດນາມ ຍຶດໝັ້ນແນວທາງເອກະລາດ, ເປັນເຈົ້າການ, ຄວາມສາມາດກຸ້ມຕົນເອງ, ຮ່ວມມື ແລະ ພັດທະນາໄປພ້ອມກັນ; ປົກປ້ອງຄວາມຊອບທຳ, ຄວາມຍຸຕິທຳ ແລະ ສິ່ງທີ່ຖືກຕ້ອງ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ດ້ວຍຊາຍຝັ່ງທະເລຍາວກວ່າ 3.000 km, ຫວຽດນາມ ຍັງມຸ່ງໄປສູ່ການກາຍເປັນປະເທດທີ່ເຂັ້ມແຂງທາງທະເລ, ຮັ່ງມີຈາກທະເລ, ຕິດພັນການພັດທະນາເສດຖະກິດກັບການປົກປ້ອງລະບົບນິເວດ ແລະ ຊີວິດການເປັນຢູ່ຂອງປະຊາຊົນແຄມທະເລ; ພ້ອມທັງ ປາຖະໜາເພີ່ມທະວີການຮ່ວມມືດ້ານວິທະຍາສາດທະເລ ແລະ ປະກອບສ່ວນເຂົ້າໃນການບໍລິຫານທະເລ ແລະ ມະຫາສະໝຸດລະດັບໂລກ.
ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ເຫັນວ່າ ເສັ້ນທາງພັດທະນາໃໝ່ຂອງຫວຽດນາມ ຈະເປີດໂອກາດຮ່ວມມືເພີ່ມຕື່ມກັບການາດາ. ເມື່ອຄວາມຮູ້, ເຕັກໂນໂລຊີ ແລະ ຊັບພະຍາກອນຂອງການາດາ ປະສົມປະສານກັບຕະຫຼາດ, ຊັບພະຍາກອນມະນຸດອັນອຸດົມສົມບູນ ແລະ ມີຄຸນນະພາບສູງ ພ້ອມກັບຄວາມພະຍາຍາມກ້າວຂຶ້ນຂອງຫວຽດນາມ, ສອງປະເທດສາມາດຮ່ວມກັນສ້າງບັນດາຜະລິດຕະພັນ, ການບໍລິການ ແລະ ວຽກເຮັດງານທຳທີ່ມີຄຸນນະພາບ. ນີ້ແມ່ນພື້ນຖານດ້ານຜົນປະໂຫຍດ ເພື່ອໃຫ້ສາຍພົວພັນສອງຝ່າຍພັດທະນາໄປໄກກວ່າ ແລະ ຍືນຍົງກວ່າ.
ການທີ່ຫວຽດນາມ ແລະ ການາດາ ຕັດສິນໃຈຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນການຢ້ຽມຢາມຄັ້ງນີ້, ຕາມທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ແລ້ວ, ແມ່ນຜົນສຳເລັດຂອງການຮ່ວມມື ແລະ ມິດຕະພາບກວ່າເຄິ່ງສະຕະວັດ, ພ້ອມທັງ ສະແດງເຖິງຄຳໝັ້ນສັນຍາໃນການຮ່ວມກັນລົງທຶນເພື່ອອະນາຄົດ.
ຂອບການພົວພັນໃໝ່ ຕ້ອງຊ່ວຍໃຫ້ສອງປະເທດເຂົ້າໃຈກັນເລິກເຊິ່ງຍິ່ງຂຶ້ນ, ປະສານງານກັນຢ່າງມີປະສິດທິຜົນກວ່າ ແລະ ສ້າງຜົນໄດ້ຮັບໃຫ້ສົມກັບລະດັບຂອງສາຍພົວພັນ ທີ່ວິສາຫະກິດ ແລະ ປະຊາຊົນສອງປະເທດສາມາດຮັບຮູ້ໄດ້.
ກ່ຽວກັບບັນດາທິດທາງໃຫຍ່ໃນໄລຍະຕໍ່ໄປ, ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ເນັ້ນໜັກວ່າ ສອງປະເທດຕ້ອງສືບຕໍ່ຮັກສາການແລກປ່ຽນ, ການພົບປະຢ່າງເປັນປະຈຳ, ໂດຍສະເພາະ ໃນຂັ້ນສູງ; ແລກປ່ຽນແຕ່ຫົວທີ ແລະ ຢ່າງກົງໄປກົງມາ ກ່ຽວກັບບັນດາຄວາມເຄື່ອນໄຫວທີ່ສົ່ງຜົນຕໍ່ຜົນປະໂຫຍດຂອງແຕ່ລະຝ່າຍ; ໂດຍໄວຫັນຂອບການພົວພັນຄູ່ຮ່ວມຍຸດທະສາດ ໃຫ້ເປັນຮູບປະທຳ ດ້ວຍແຜນດຳເນີນງານທີ່ມີບັນດາບຸລິມະສິດ, ຈຸດປະສານງານປະຕິບັດ ແລະ ແຜນການທີ່ຈະແຈ້ງ.
ສອງຝ່າຍ ຍັງຕ້ອງເພີ່ມທະວີການແລກປ່ຽນລະຫວ່າງບັນດາຄະນະກຳມະການ, ກຸ່ມສະມາຊິກສະພາມິດຕະພາບ ແລະ ສະມາຊິກສະພາໜຸ່ມ; ແບ່ງປັນປະສົບການດ້ານນິຕິບັນຍັດ ໃນຂົງເຂດການບໍລິຫານປັນຍາປະດິດ, ການປົກປ້ອງຂໍ້ມູນ, ສິດຜົນປະໂຫຍດຂອງແຮງງານ ແລະ ການຊ່ວຍໜູນວິສາຫະກິດຂະໜາດກາງ ແລະ ນ້ອຍ.
ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ເຫັນວ່າ ການຮ່ວມມືປ້ອງກັນຊາດ - ຄວາມໝັ້ນຄົງ ປະກອບສ່ວນປັບປຸງຄວາມໄວ້ວາງໃຈລະຫວ່າງສອງປະເທດ ແລະ ຕ້ອງສືບຕໍ່ເຂົ້າສູ່ລວງເລິກ, ໃຫ້ສອດຄ່ອງກັບນະໂຍບາຍ, ຄວາມຕ້ອງການ ແລະ ຄວາມສາມາດຂອງແຕ່ລະຝ່າຍ.
ໃນກວ່າໜຶ່ງທົດສະວັດຜ່ານມາ, ຫວຽດນາມ ແມ່ນຄູ່ຮ່ວມການຄ້າລາຍໃຫຍ່ທີ່ສຸດຂອງການາດາໃນ ASEAN. ສອງປະເທດຕ້ອງຂຸດຄົ້ນນຳໃຊ້ CPTPP ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ຊ່ວຍໃຫ້ວິສາຫະກິດ, ໂດຍສະເພາະ ວິສາຫະກິດຂະໜາດກາງ ແລະ ນ້ອຍ, ເຂົ້າເຖິງຕະຫຼາດ, ຕອບສະໜອງມາດຕະຖານ ແລະ ເຂົ້າຮ່ວມເລິກເຊິ່ງຍິ່ງຂຶ້ນໃນຕ່ອງໂສ້ສະໜອງຂອງກັນ ແລະ ກັນ.
ສອງຝ່າຍ ຕ້ອງຊຸກຍູ້ການຄ້າໃຫ້ເຕີບໂຕຢ່າງຍືນຍົງ, ກົມກຽວຜົນປະໂຫຍດ. ຫວຽດນາມ ປາຖະໜາເປີດກວ້າງໂອກາດໃຫ້ສິນຄ້າ, ການບໍລິການ ແລະ ເຕັກໂນໂລຊີຂອງການາດາ, ໂດຍສະເພາະ ສິນຄ້າກະສິກຳ, ອາຫານ, ເຕັກໂນໂລຊີສະອາດ ແລະ ການສຶກສາ.
ຫວຽດນາມ ຍັງສະໜັບສະໜູນໃຫ້ສິ້ນສຸດການເຈລະຈາສັນຍາການຄ້າເສລີ ASEAN - ການາດາ ໂດຍໄວ, ມຸ່ງໄປສູ່ສັນຍາທີ່ເປັນຮູບປະທຳ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນຂົງເຂດການແລກປ່ຽນປະຊາຊົນ, ສອງປະເທດຕ້ອງສ້າງເງື່ອນໄຂສະດວກຍິ່ງຂຶ້ນໃຫ້ແກ່ການທ່ອງທ່ຽວ, ການຮ່ຳຮຽນ, ການຄົ້ນຄວ້າ ແລະ ການແລກປ່ຽນວັດທະນະທຳ, ສິລະປະ; ເປີດກວ້າງການເຊື່ອມໂຍງດ້ານການຝຶກອົບຮົມ, ການແລກປ່ຽນອາຈານ ແລະ ນັກສຶກສາ; ຊຸກຍູ້ການຮ່ວມມືລະຫວ່າງບັນດາສະຖາບັນການສຶກສາ ກ່ຽວກັບການຮັບຮອງໜ່ວຍກິດ ແລະ ໃບປະກາດຕາມລະບຽບການຂອງແຕ່ລະປະເທດ.
ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ຍັງສະເໜີໃຫ້ເອົາໃຈໃສ່ການຝຶກວິຊາຊີບ, ເຊື່ອມຕໍ່ອະດີດນັກສຶກສາຕ່າງປະເທດ, ສ້າງໂອກາດເພີ່ມຕື່ມໃຫ້ຄົນຮຸ່ນໜຸ່ມຂອງສອງປະເທດເຂົ້າໃຈກັນ, ຮ່ວມກັນເຮັດວຽກ ແລະ ສ້າງສັນ; ພ້ອມທັງ ເພີ່ມທະວີການປະສານງານຢູ່ບັນດາກົນໄກພາກພື້ນ ແລະ ໂລກ.
ຫວຽດນາມ ແລະ ການາດາ ຕ່າງກໍມີຜົນປະໂຫຍດຮ່ວມໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ເສລີພາບການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ; ແກ້ໄຂຂໍ້ຂັດແຍ່ງດ້ວຍມາດຕະການສັນຕິ, ໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982.
ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ເຫັນວ່າ ການາດາແມ່ນປະເທດ “ຈາກທະເລຫາທະເລ”, ສ່ວນຫວຽດນາມຍາວຢຽດຕາມແຄມທະເລຕາເວັນອອກ, ບ່ອນທີ່ປະຊາຊົນແຕ່ດົນນານໄດ້ຫັນໜ້າອອກສູ່ທະເລ ເພື່ອຄ້າຂາຍ ແລະ ເຊື່ອມຕໍ່ກັບໂລກ.
ໃນເສັ້ນທາງມຸ່ງໄປສູ່ການກາຍເປັນປະເທດພັດທະນາ, ຫວຽດນາມ ປາຖະໜາມີການຮ່ວມເດີນທາງຂອງການາດາ. ຫວຽດນາມ ປາຖະໜາວ່າ ເມື່ອຫັນມາເບິ່ງອາຊີຕາເວັນອອກສ່ຽງໃຕ້, ການາດາຈະຄິດເຖິງຫວຽດນາມໃນຖານະຄູ່ຮ່ວມທຳມະຊາດ, ໃກ້ຊິດ ແລະ ໄວ້ວາງໃຈໄດ້; ຮ່ວມກັນກາຍເປັນບັນດາປະເທດທະເລທີ່ເຂັ້ມແຂງ, ສ້າງບັນດາສາຍເຊື່ອມຕໍ່ອັນແໜ້ນແຟ້ນລະຫວ່າງອາເມລິກາເໜືອ ແລະ ອາຊີຕາເວັນອອກສ່ຽງໃຕ້, ລະຫວ່າງປາຊີຟິກ ແລະ ມະຫາສະໝຸດອິນເດຍ, ລະຫວ່າງການພັດທະນາ ແລະ ນະວັດຕະກຳ, ລະຫວ່າງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ.
ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ເນັ້ນໜັກວ່າ ໂລກຈະສືບຕໍ່ປ່ຽນແປງ ແລະ ໄດ້ສະແດງຄວາມປາຖະໜາ ໃຫ້ບັນດາສະມາຊິກສະພາການາດາ ສືບຕໍ່ຮ່ວມເດີນທາງ ເພື່ອໃຫ້ວິໄສທັດໃນມື້ນີ້ ໄດ້ຮັບການສືບຕໍ່ດ້ວຍການກະທຳ ແລະ ຜົນໄດ້ຮັບໃນອະນາຄົດ.
ຫວຽດນາມ ພ້ອມຮ່ວມກັບການາດາ ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດທີ່ເລິກເຊິ່ງ, ນຳມາຊຶ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນໃຫ້ແກ່ປະຊາຄົມສາກົນ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີນສີແທັງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel. |
ຍສໝ - ຕອນບ່າຍວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ເນື່ອງພາຍໃດໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ. |
ຄຳສີ
