ຍູ້ແຮງການແລກປ່ຽນການຄ້າ ແລະ ການຊຳລະດິຈິຕອນ ຢູ່ທີ່ ງານສັບປະດາສິນຄ້າ ຫວຽດນາມ 2026 ຢູ່ ໄທ

08:35 | 25/09/2026

ຍສໝ - ເຫດການຕົວຈິງ ຄຳນັບຮັບຕ້ອນ ການສະເລີມສະຫຼອງວັນສ້າງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ (1976 - 2026), ເປີດໂອກາດຊຸກຍູ້ເສດຖະກິດດິຈິຕອນ ແລະ ເຮັດໃຫ້ຂອບການຮ່ວມມື ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ເລິກເຊິ່ງຍິ່ງໆຂຶ້ນ.

ການນຳເຂົ້າ - ສົ່ງອອກ 8 ເດືອນ ປີ 2026 ບັນລຸສະຖິຕິປະວັດສາດ 770 ຕື້ USD ຂະຫຍາຍຂອບຂະໜາດການແລກປ່ຽນ ຫວຽດນາມ - ຍີ່ປຸ່ນ: ອາຊາຮິກາວະ ເປັນເຈົ້າພາບຈັດງານບຸນ ຫວຽດນາມ – ຮອກໄກໂດ 2026 ເປັນຄັ້ງທຳອິດ
ຍູ້ແຮງການແລກປ່ຽນການຄ້າ ແລະ ການຊຳລະດິຈິຕອນ ຢູ່ທີ່ ງານສັບປະດາສິນຄ້າ ຫວຽດນາມ 2026 ຢູ່ ໄທ
ໃນຕອນບ່າຍວັນທີ 17 ກັນຍາ, ງານສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ 2026 ພາຍໃຕ້ຫົວຂໍ້ “ຄົ້ນຫາເສໜ່ ຫວຽດນາມ” ໄດ້ໄຂຂຶ້ນຢູ່ທີ່ ເຊັນທຣັລເວີນ (CentralWorld) (ບາງກອກ). ເຫດການ ໄດ້ດຳເນີນໄປເຖິງວັນທີ 19 ກັນຍາ ແນ່ໃສ່ໂຄສະນາພາບພົດ ຫວຽດນາມ, ຄຳນັບຮັບຕ້ອນ ການສະເລີມສະຫຼອງວັນສ້າງສາຍພົວພັນການທູດ ສອງປະເທດ ຄົບຮອບ 50 ປີ (1976 - 2026) ຢ່າງມີປະສິດທິພາບຕົວຈິງ. ໃນພິທີໄຂ, ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ມູນຄ່າການຄ້າສອງຝ່າຍ ໃນ 8 ເດືອນຕົ້ນປີ 2026 ບັນລຸໄດ້ຫຼາຍກວ່າ 18 ຕື້ໂດລາອາເມລິກາ. ທ່ານ ຫວັງວ່າ ຕົວເລກນີ້ ຈະບັນລຸມຸດໝາຍ 25 ຕື້ໂດລາອາເມລິກາ ໃນປີນີ້ ແລະ ຂຶ້ນເຖິງ 30 - 50 ຕື້ໂດລາອາເມລິກາ ໃນຊຸມທົດສະວັດຕໍ່ໄປ, ພ້ອມກັນນັ້ນ ກໍ່ເນັ້ນໜັກເປົ້າໝາຍຕົ້ນຕໍ ແມ່ນການພັດທະນາການຄ້າຢ່າງສົມດຸນ ແລະ ຍືນຍົງ.
ນັກຮຽນ, ນັກສຶກສາ 529 ຄົນ ຢູ່ 5 ແຂວງ, ນະຄອນ ໄດ້ຮັບທຶນການສຶກສາ Vallet ປີ 2026 ນັກຮຽນ, ນັກສຶກສາ 529 ຄົນ ຢູ່ 5 ແຂວງ, ນະຄອນ ໄດ້ຮັບທຶນການສຶກສາ Vallet ປີ 2026
ຍສໝ - ອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ຫາກໍ່ປະສານງານມອບທຶນການສຶກສາ Vallet ປີ 2026 ໃຫ້ນັກຮຽນ, ນັກສຶກສາ 529 ຄົນ ທີ່ມີຜົນການຮຽນດີເດັ່ນ ຢູ່ເຫວ້, ດ່ານັ້ງ, ຢາລາຍ, ກວາງຫງາຍ ແລະ ດັກລັກ. ທຶນການສຶກສາທີ່ມອບໃນຄັ້ງນີ້ມີມູນຄ່າລວມກວ່າ 10,9 ຕື້ດົ່ງ.
Vietnam Innovation Day 2026 ເປີດກວ້າງການເຊື່ອມໂຍງເຕັກໂນໂລຊີ ຫວຽດນາມ - ເຢຍລະມັນ Vietnam Innovation Day 2026 ເປີດກວ້າງການເຊື່ອມໂຍງເຕັກໂນໂລຊີ ຫວຽດນາມ - ເຢຍລະມັນ
ຍສໝ - ວັນທີ 17/9 ຢູ່ Berlin, Vietnam Innovation Day 2026 ໄດ້ຈັດຂຶ້ນ ແນໃສ່ເຊື່ອມໂຍງບັນດາວິສາຫະກິດເຕັກໂນໂລຊີຫວຽດນາມ ກັບບັນດາອົງການ, ສະມາຄົມ ແລະ ວິສາຫະກິດເຢຍລະມັນ, ສ້າງໂອກາດຊອກຮູ້ຄວາມຕ້ອງການ, ແນະນຳຈຸດແຂງ ແລະ ເປີດກວ້າງການຮ່ວມມືດ້ານນະວັດຕະກຳລະຫວ່າງສອງປະເທດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ