ສປປ.ລາວ: ເລັງໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຶງດູດການລົງທຶນຈາກຕ່າງປະເທດ

11:38 | 03/11/2020

ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ພາກເອກະຊົນ ໃຫ້ບັນລຸຄາດໝາຍທີ່ວາງໄວ້, ລັດຖະບານ ຈະໄດ້ສຸມໃສ່ ໃນການປະສານສົບທົບ ກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອປັບປຸງລະບຽບການ, ກົນໄກ, ການປະສານງານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃນການດຳເນີນ ທຸລະກິດຢູ່ໃນ ສປປ ລາວ, ທັງຮັບປະກັນໃຫ້ມີ ຄວາມໂປ່ງໃສ ແລະ ວ່ອງໄວ.  

ສປປ ລາວ ເລ ງໃສ ແກ ໄຂບ ນດາຂ ຄ ງຄ າງ ແລະ ສ ງກ ດຂວາງຕ າງໆ ເພ ອສ າງສະພາບແວດລ ອມທ ເອ ອອຳນວຍໃນການດ ງດ ດການລ ງທ ນຈາກຕ າງປະເທດ ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ
ສປປ ລາວ ເລ ງໃສ ແກ ໄຂບ ນດາຂ ຄ ງຄ າງ ແລະ ສ ງກ ດຂວາງຕ າງໆ ເພ ອສ າງສະພາບແວດລ ອມທ ເອ ອອຳນວຍໃນການດ ງດ ດການລ ງທ ນຈາກຕ າງປະເທດ ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ
ສປປ ລາວ ເລ ງໃສ ແກ ໄຂບ ນດາຂ ຄ ງຄ າງ ແລະ ສ ງກ ດຂວາງຕ າງໆ ເພ ອສ າງສະພາບແວດລ ອມທ ເອ ອອຳນວຍໃນການດ ງດ ດການລ ງທ ນຈາກຕ າງປະເທດ
ພາບປະກອບ

ໃນບາງຕອນການຊີ້ແຈງ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 2 ພະຈິກ 2020 ລະບຸວ່າ: ເພື່ອສືບຕໍ່ປະຕິບັດ ນະໂຍ ບາຍ 3 ເປີດ ຄື: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ ໃຫ້ເປັນຮູບປະທຳ ແລະ ໝາກຜົນຕົວຈິງນັ້ນ ລັດຖະບານ ຈະໄດ້ສຸມໃສ່ຈັດຕັ້ງ ປະຕິບັດບັນດານະໂຍບາຍ, ຄາດໝາຍ, ມາດຕະການ ແລະ ວຽກງານຈຸດສຸມຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ...

ສຳລັບຄາດໝາຍໃນການລົງທຶນແມ່ນຈະເລັງໃສ່ຂະແໜງ ທີ່ເປັນບູລິມະສິດຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍ ສົ່ງເສີມການລົງທຶນ (ປີ 2016) ເຊິ່ງລັກສະນະ ຂອງໂຄງການ ແມ່ນຈະໄດ້ເນັ້ນໃສ່ ບັນດາໂຄງ ການທີ່ເປັນຫົວຈັກຫລັກແຫລ່ງ ໃນການດຶດດູດການພັດທະນາເສດຖະກິດ ຂອງປະເທດ ແລະ ເປັນການລົງທຶນ ທີ່ຖ່າຍທອດເຕັກໂນໂລຊີ, ນະວັດຕະກຳໃໝ່ ທີ່ຕິດພັນກັບການຫັນເປັນອຸດສາຫະທັນສະໄໝ ໃນຍຸກ 4.0 ຕາມຂະແໜງການທີ່ມີເງື່ອນໄຂ, ລວມທັງເປັນການສ້າງຕ່ອງໂສ້ ເພື່ອເພີ່ມມູນຄ່າ ໃນການຜະລິດສິນຄ້າ ໃຫ້ມີຄຸນນະພາບ ແລະ ມີຄວາມຫລາກຫລາຍ, ທັງກ້າວໄປສູ່ມາດຕະຖານສາກົນ ແລະ ປັບໂຕເຂົ້າກັບສູ່ ຍຸກສະໄໝ່ແຫ່ງປັນຍາປະດິດ. ນອກຈາກນັ້ນ, ກໍຈະໄດ້ເອົາໃຈໃສ່ດຶງດູງ ການລົງທຶນເຂົ້າໃສ່ ຂົງເຂດເຂດ ເສດຖະກິດພິເສດ, ເຂດນິຄົມອຸດສາຫະກຳ, ໂຄງການຂະໜາດນ້ອຍ ແລະ ຂະໜາດກາງ ແລະ ບັນດາໂຄງການທີ່ນຳໃຊ້ ເຕັກນິກວິທະຍາສາດ ທີ່ທັນສະໄໝ ແລະ ຈຳເປັນ.

ເພື່ອສືບຕໍ່ປະຕິບັດ ນະໂຍ ບາຍ 3 ເປີດ ຄື: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ ໃຫ້ເປັນຮູບປະທຳ ແລະ ໝາກຜົນຕົວຈິງນັ້ນ ລັດຖະບານ ຈະໄດ້ສຸມໃສ່ຈັດຕັ້ງ ປະຕິບັດບັນດານະໂຍບາຍ, ຄາດໝາຍ, ມາດຕະການ ແລະ ວຽກງານຈຸດສຸມຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ,​ ພ້ອມເລັງໃສ່ແກ້ໄຂ ບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງຕ່າງໆ ເພື່ອສ້າງສະພາບ ແວດລ້ອມ ທີ່ເອື້ອອຳນວຍ ໃນການດຶງດູດ ການລົງທຶນຈາກຕ່າງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ ແນໃສ່ສ້າງຜົນປະໂຫຍດ ໃຫ້ກັບປະເທດຊາດ ກໍຄື ປະກອບສ່ວນ ເຂົ້າໃນ ການແກ້ໄຂຫລຸດຜ່ອນ ຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ.

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຜ່ານມາພວກເຮົາຍັງມີຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກ ແລະ ສິ່ງທ້າທາຍ ຈຳນວນໜຶ່ງ, ໂດຍສະເພາະ ການຂະຫຍາຍ ຕົວຂອງເສດຖະກິດ ມີທ່າອ່ຽງຫລຸດລົງໃນແຕ່ລະປີ, ຄຸນນະພາບຂອງການເຕີບໂຕ ບໍ່ສູງ ຍັງເອື່ອຍອີງໃສ່ ຂະແໜງຊັບ ພະຍາກອນ ທຳມະຊາດ, ການຜະລິດເປັນສິນຄ້າ ຍັງບໍ່ຫລາກຫລາຍ ບໍ່ທັນເປັນທ່າ ແຮງຂອງການສົ່ງອອກ. ພ້ອມກັນນີ້, ຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ບັນຫາໜີ້ສິນສາທາລະນະ ຍັງບໍ່ທັນສາມາດແກ້ໄຂ ໃຫ້ມີການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງ, ການເກັບລາຍຮັບບໍ່ກຸ້ມ ລາຍຈ່າຍພາຍໃນ, ການຂາດດູນງົບປະມານ, ບັນຫາໜີ້ສິນ, ການປະຕິບັດ ວິໄນແຜນການ-ການເງິນ ບໍ່ເຄັ່ງຄັດ, ຄັງສຳຮອງເງິນ ຕາຕ່າງປະເທດ ຕໍ່າກວ່າແຜນການທີ່ວາງໄວ້ ໃນບາງໄລຍະ (ປີ 2017); ການປັບປຸງສະພາບແວດລ້ອມ ດ້ານການລົງທຶນ ຍັງບໍ່ທັນໄດ້ຮັບການແກ້ໄຂ ດ້ວຍນະໂຍບາຍ ແລະ ກົນໄກແບບບຸກທະລຸ, ຍັງຊັກຊ້າ, ຜ່ານຫລາຍຂອດບໍລິຫານຄຸມເຄືອ, ສັບສົນ ບໍ່ທັນໂລ່ງລ່ຽນ, ເຊິ່ງກາຍເປັນສິ່ງກົດໜ່ວງ ໂດຍກົງຕໍ່ ຄວາມອາດ ສາມາດ ໃນການສ້າງແຮງດຶງດູດ ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ການປະຕິບັດ ມາດຕະການຕົວຈິງ ເພື່ອຊຸກຍູ້ສົ່ງເສີມ ຜູ້ປະກອບການ ພາຍໃນ ໂດຍສະເພາະ SME, MSME ຍັງບໍ່ທັນມີປະສິດທິຜົນ, ບັນດາວິສາຫະກິດ ພາຍໃນປະເທດ ສ່ວນໃຫຍ່ຍັງອ່ອນແອ ຍັງບໍ່ທັນມີຖານ ການຜະລິດ, ການບໍລິການ ແລະ ການຕະຫລາດ ທີ່ໝັ້ນຄົງແຂງແຮງ, ລັດວິສາຫະກິດ ສ່ວນຫລາຍດຳເນີນທຸລະກິດທີ່ຂາດທຶນ ແລະ ເຮັດໃຫ້ມີໜີ້ສິນຄຸມເຄືອ.

ສປປ ລາວ ເລ ງໃສ ແກ ໄຂບ ນດາຂ ຄ ງຄ າງ ແລະ ສ ງກ ດຂວາງຕ າງໆ ເພ ອສ າງສະພາບແວດລ ອມທ ເອ ອອຳນວຍໃນການດ ງດ ດການລ ງທ ນຈາກຕ າງປະເທດ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Molave

ຍສໝ - ຕອນເຊົ້າວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ ຫົວທີ 9 ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ.

ສປປ ລາວ ເລ ງໃສ ແກ ໄຂບ ນດາຂ ຄ ງຄ າງ ແລະ ສ ງກ ດຂວາງຕ າງໆ ເພ ອສ າງສະພາບແວດລ ອມທ ເອ ອອຳນວຍໃນການດ ງດ ດການລ ງທ ນຈາກຕ າງປະເທດ ເປັນມື້ທີ 61 ແລ້ວທີ່ ຫວຽດນາມ ບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 1.180 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.063 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ສປປ ລາວ ເລ ງໃສ ແກ ໄຂບ ນດາຂ ຄ ງຄ າງ ແລະ ສ ງກ ດຂວາງຕ າງໆ ເພ ອສ າງສະພາບແວດລ ອມທ ເອ ອອຳນວຍໃນການດ ງດ ດການລ ງທ ນຈາກຕ າງປະເທດ ສ.ເກົາຫຼີ ສົ່ງເສີມບັນດາຜະລິດຕະພັນໃໝ່ ຢູ່ຫວຽດນາມ

ຍ​ສໝ - ໂຄງການແນະນຳບັນດາຜະລິດຕະພັນຂອງ ສ. ເກົາຫຼີທີ່ຈຳໜ່າຍຢູ່ຕະຫຼາດຫວຽດນາມເປັນຄັ້ງ ທຳ ອິດ. ບັນດາຜະລິດຕະພັນທີ່ວາງສະແດງເພື່ອ ຈຳ ໜ່າຍມີຄວາມຫລາກຫລາຍແລະອຸດົມສົມບູນ, ເໝາະສົມກັບຄວາມຕ້ອງການຂອງລູກຄ້າທຸກຄົນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.