ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ

06:30 | 03/11/2020

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ລັດຖະບານ ຊີ້ແຈງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໂດຍໄດ້ເນັ້ນໃສ່ 3 ບັນຫາທີ່ສຳຄັນ ຄື: ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ, ການສ້າງສິ່ງ ແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ ສສຊ ສະເໜີລັດຖະບານ ມີມາດຕະການຮັດກຸມ ເພື່ອບັນລຸຄາດໝາຍເກັບລາຍຮັບໃນສົກປີ 2021
ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ ປະທານອົງການກວດສອບ ຊີ້ແຈງຕໍ່ ສສຊ
ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ

ທຸກຄຳຊັກຖາມຂອງບັນດາ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້ ລ້ວນແລ້ວແຕ່ສະແດງເຖິງ ຄວາມເປັນຫ່ວງເປັນໃຍ ຕໍ່ການພັດທະນາ ປະເທດຊາດ ກໍຄືການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ເພື່ອໃຫ້ມີຄວາມຍືນຍົງ ແລະ ຮັບປະ ກັນໄດ້ໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 2 ພະຈິກ 2020 ດຳເນີນພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາ ສສຊ.

ໃນບາງຕອນການຊີ້ແຈງ ຂອງທ່ານຮອງ ນາຍົກລັດຖະມົນຕີ ລະບຸວ່າ: ເພື່ອສືບຕໍ່ປະຕິບັດ ນະໂຍ ບາຍ 3 ເປີດ ຄື: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ ໃຫ້ເປັນຮູບປະທຳ ແລະ ໝາກຜົນຕົວຈິງນັ້ນ ລັດຖະບານ ຈະໄດ້ສຸມໃສ່ຈັດຕັ້ງ ປະຕິບັດບັນດານະໂຍບາຍ, ຄາດໝາຍ, ມາດຕະການ ແລະ ວຽກງານຈຸດສຸມຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ,​ ພ້ອມເລັງໃສ່ແກ້ໄຂ ບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງຕ່າງໆ ເພື່ອສ້າງສະພາບ ແວດລ້ອມ ທີ່ເອື້ອອຳນວຍ ໃນການດຶງດູດ ການລົງທຶນຈາກຕ່າງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ ແນໃສ່ສ້າງຜົນປະໂຫຍດ ໃຫ້ກັບປະເທດຊາດ ກໍຄື ປະກອບສ່ວນ ເຂົ້າໃນ ການແກ້ໄຂຫລຸດຜ່ອນ ຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ.

ສຳລັບຄາດໝາຍ ໃນການລົງທຶນແມ່ນຈະເລັງໃສ່ຂະແໜງ ທີ່ເປັນບູລິມະສິດຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍ ສົ່ງເສີມການລົງທຶນ (ປີ 2016) ເຊິ່ງລັກສະນະ ຂອງໂຄງການ ແມ່ນຈະໄດ້ເນັ້ນໃສ່ ບັນດາໂຄງ ການທີ່ເປັນຫົວຈັກຫລັກແຫລ່ງ ໃນການດຶດດູດການ ພັດທະນາເສດຖະກິດ ຂອງປະເທດ ແລະ ເປັນການລົງທຶນ ທີ່ຖ່າຍທອດເຕັກໂນໂລຊີ, ນະວັດຕະກຳໃໝ່ ທີ່ຕິດພັນກັບການຫັນ ເປັນອຸດສາຫະທັນສະໄໝ ໃນຍຸກ 4.0 ຕາມຂະແໜງການທີ່ມີເງື່ອນໄຂ, ລວມທັງເປັນການສ້າງຕ່ອງໂສ້ ເພື່ອເພີ່ມມູນຄ່າ ໃນການຜະລິດສິນຄ້າ ໃຫ້ມີຄຸນນະພາບ ແລະ ມີຄວາມຫລາກຫລາຍ, ທັງກ້າວໄປສູ່ມາດຕະຖານສາກົນ ແລະ ປັບໂຕເຂົ້າກັບສູ່ ຍຸກສະໄໝ່ແຫ່ງປັນຍາປະດິດ.

ພ້ອມກັນນັ້ນ, ກໍເປັນການລົງທຶນເພື່ອຜະລິດສິນຄ້າ ທີ່ຈຳເປັນຕໍ່ການບໍລິໂພກ ແລະ ສາມາດສ້າງວຽກເຮັດງານທຳ ໃຫ້ກັນປະຊາຊົນ ເປັນຈຳນວນຫລາຍ ເປັນຕົ້ນແມ່ນ: ກະສິກຳສະອາດ-ປອດສານພິດ, ອຸດສາຫະກຳປຸງແຕ່ງອາຫານ, ອຸດສາຫະກໍາຜະລິດ ເຄື່ອງອຸປະ ໂພກ-ບໍລິໂພກ, ການທ່ອງທ່ຽວ, ການສຶກສາ, ການສ້າງໂຮງໝໍທັນສະໄໝ ແລະ ການຜະລິດຢາ, ການພັດ ທະນາພື້ນຖານໂຄງ ລ່າງ-ເສັ້ນທາງ, ການບໍລິການຂົນ ສົ່ງສິນຄ້າ, ການບໍລິການທາງຜ່ານ ແລະ ການເຊື່ອມໂຍງເຊື່ອມຈອດ ລະຫວ່າງປະເທດ. ນອກຈາກນັ້ນ, ກໍຈະໄດ້ເອົາໃຈໃສ່ດຶງດູງ ການລົງທຶນເຂົ້າໃສ່ ຂົງເຂດເຂດ ເສດຖະກິດພິເສດ, ເຂດນິຄົມອຸດສາຫະກຳ, ໂຄງການຂະໜາດນ້ອຍ ແລະ ຂະໜາດກາງ ແລະ ບັນດາໂຄງການທີ່ນຳໃຊ້ ເຕັກນິກວິທະຍາສາດ ທີ່ທັນສະໄໝ ແລະ ຈຳເປັນ.

ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ພາກເອກະຊົນ ໃຫ້ບັນລຸຄາດໝາຍທີ່ວາງໄວ້, ລັດຖະບານ ຈະໄດ້ສຸມໃສ່ ໃນການປະສານສົບທົບ ກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອປັບປຸງລະບຽບການ, ກົນໄກ, ການປະສານງານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃນການດຳເນີນ ທຸລະກິດຢູ່ໃນ ສປປ ລາວ, ທັງຮັບປະກັນໃຫ້ມີ ຄວາມໂປ່ງໃສ ແລະ ວ່ອງໄວ.

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ ເປັນມື້ທີ 61 ແລ້ວທີ່ ຫວຽດນາມ ບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 1.180 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.063 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂັ້ນສູງຂອງລັດ

ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງ ບຸກຄະລາກອນ ຂັ້ນສູງຂອງລັດ, ໂດຍໄດ້ສະເໜີຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາແລະ ...

ລ ດຖະບານ ຊ ແຈງຄຳຊ ກຖາມຂອງ ສສຊ ຕ ການພ ດທະນາປະເທດຊາດ ການລະເມີດວິໄນແຜນການ-ການເງິນ ໃນອົງການລັດ ມີທ່າອ່ຽງຫລຸດລົງ

ອົງການກວດສອບແຫ່ງລັດ, ມີໜ້າທີ່ກວດກາບົດສະຫລຸບ ລາຍງານຂາດຕົວ ການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດໃນລະປີ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ບັນຫາໜຶ່ງທີ່ສະມາຊິກ ສະພາແຫ່ງຊາດກໍຄື ສັງຄົມໃຫ້ຄວາມສົນໃຈຫລາຍ ກໍແມ່ນເປັນຫຍັງບໍ່ປະຕິບັດ ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນ ແຜນການ-ການເງິນ, ເຊິ່ງບັນຫານີ້ ຫົວໜ່ວຍທີ່ລະເມີດ ລະບຽບການນັ້ນ ກໍແມ່ນອົງການຂອງລັດຂັ້ນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.