ຍິ່ປຸ່ນ ໄດ້ຍົກເລີກຂີດຈຳກັດຫ້າມເຂົ້າເມືອງ ສໍາລັບ ພົນລະເມືອງຫວຽດນາມ ແລະ ບັນດາປະເທດຈຳນວນໜຶ່ງ

09:10 | 02/11/2020

ຍສໝ - ລາຍຊື່ບັນດາປະເທດໄດ້ຮັບການຍົກເລີກດັ່ງກ່າວ ປະກອບມີ ອົດສະຕາລີ, ບຣຸໃນ, ສ.ເກົາຫຼີ, ນິວຊີແລນ, ໄທ, ຈີນ, ໄຕຫວັນ (ຈີນ) ແລະ ຫວຽດນາມ, ຍ້ອນບັນດາປະເທດເຫລົ່ານີ້ໄດ້ຄວບຄຸມເຊື້ອພະຍາດໂຄວິດ-19 ຢ່າງປະສິດທິຜົນ.

ຫວຽດ​ນາມ - ຍີ່​ປຸ່ນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ
EVFTA: ເປີດອອກ “ກາລະໂອກາດຄໍາ” ໃຫ້ແກ່ຫວຽດນາມ ກ້າວເຂົ້າສູ່ລະບົບມູນຄ່າທົ່ວໂລກ

ວັນທີ 30 ຕຸລາ, ທ່ານ Toshimitsu Motegi - ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ປະກາດວ່າ ຈະຍົກເລີກຂໍ້ຂີດຈຳກັດຫ້າມເຂົ້າເມືອງ ສຳຫຼັບນັກທ່ອງທ່ຽວມາຈາກບັນດາປະເທດດັ່ງກ່າວນັບແຕ່ວັນທີ່ 1 ພະຈີກຕໍ່ມາ.

ລາຍຊື່ບັນດາປະເທດໄດ້ຮັບການຍົກເລີກດັ່ງກ່າວ ປະກອບມີ ອົດສະຕາລີ, ບຣຸໃນ, ສ.ເກົາຫຼີ, ນິວຊີແລນ, ໄທ, ຈີນ, ໄຕຫວັນ (ຈີນ) ແລະ ຫວຽດນາມ, ຍ້ອນບັນດາປະເທດເຫລົ່ານີ້ແມ່ນໄດ້ຄວບຄຸມເຊື້ອພະຍາດໂຄວິດ-19 ຢ່າງປະສິດທິຜົນ.

ຍິ່ປຸ່ນ ໄດ້ຍົກເລີກຂີດຈຳກັດຫ້າມເຂົ້າເມືອງ ສໍາລັບ ພົນລະເມືອງຫວຽດນາມ ແລະ ບັນດາປະເທດຈຳນວນໜຶ່ງ
ຍິ່ປຸ່ນ ໄດ້ຍົກເລີກຂີດຈຳກັດຫ້າມເຂົ້າເມືອງ ໃຫ້ແກ່ຫວຽດນາມ ແລະ ບັນດາປະເທດຈຳນວນໜຶ່ງ. (ພາບ: TTXVN)

ທ່ານລັດຖະມົນຕີ Mogeti ໃຫ້ຮູ້ວ່າ ຍີ່ປຸ່ນ ແລະ ຫວຽດນາມ ກໍ່ໄດ້ຕົກລົງເອກະສັນກັນ ໄດ້ເລີ່ມຕົ້ົ້ນຄືນໃໝ່ ບັນດາຖ້ຽວບີນຮັບໃຊ້ຈຸດປະສົງໄປປະຕິບັດງານ ນັບແຕ່ວັນທີ 1 ພະຈີກ.

ໂດຍສະເພາະ, ຍີ່ປຸ່ນ ຈະສືບຕໍ່ໂຈະຂໍ້ຕົກລົງການຍົກເວັ້ນວີຊາ ກັບປະເທດອື່ນ ແລະ ຈຳກັດການອອກວີຊາໃໝ່, ເຫດການນີ້ໝາຍຄວາມວ່າ ສ່ວນໃຫຍ່ນັກທ່ອງທ່ຽວ ຈະບໍ່ໄດ້ສາມາດເດີນທາງໄປຍີ່ປຸ່ນ.

ໃນຂະນະນັ້ນ, ກ່າວຄຳເຫັນທີ່ກອງປະຊຸມຄະນະກຳມະການ ປ້ອງກັນ ແລະ ຕ້ານ COVID-19, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ປະກາດວ່າ, ນັບແຕ່ວັນທີ 1 ພະຈິກ, ປະເທດຍີ່ປຸ່ນ ຈະຍົກອອກລະບຽບການບັງຄັບແຍກອອກຫ່າງ ເປັນເວລາ 14 ວັນ ໃຫ້ຜູ້ມາຈາກຕ່າງປະເທດ.

ມາດຕະການຂ້າງເທິງນີ້ ຈະນຳໃຊ້ໃຫ້ແກ່ພົນລະເມືອງ ແລະ ຄົນຕ່າງປະເທດທີ່ມີທີ່ພັກອາໄສຖາວອນໃນປະເທດຍີ່ປຸ່ນ, ບໍ່ວ່າພວກເຂົາຈະໄປໃສກໍ່ຕາມ. ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອອຳນວຍຄວາມສະດວກ ໃຫ້ແກ່ການເດີນທາງທຸລະກິດ ໃນສະຖານະການພະຍາຍາມຂອງລັດຖະບານ ໃນການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງ COVID-19.

ນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Suga Yoshihide ໄດ້​ສະ​ແດ​ງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫ່ວາງ​ຍີ່​ປຸ່ນ - ຫວຽດ​ນາມ, ທ່ານ​ກໍ່​ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ຕ​ັ້ງ​ໜ້າ​ຂອງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.