EVFTA: ເປີດອອກ “ກາລະໂອກາດຄໍາ” ໃຫ້ແກ່ຫວຽດນາມ ກ້າວເຂົ້າສູ່ລະບົບມູນຄ່າທົ່ວໂລກ

16:02 | 19/08/2020

ຍສໝ - ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (ອີຢູ) - ຫວຽດນາມ (EVFTA) ເລີ່ມມີຜົນສັກສິດນັບແຕ່ວັນທີ 1 ສິງຫາ 2020. ນີ້ໄດ້ຮັບຖືວ່າແມ່ນບາດລ້ຽວລະຫວ່າງເສດຖະກິດຫວຽດນາມ ແລະເອີລົບ, ພ້ອມທັງເປີດອອກ “ກາລະໂອກາດຄໍາ” ໃຫ້ແກ່ຫວຽດນາມ ກ້າວເຂົ້າສູ່ລະບົບມູນຄ່າທົ່ວໂລກ. 

evfta ເປ ດອອກ ກາລະໂອກາດຄ າ ໃຫ ແກ ຫວຽດນາມ ກ າວເຂ າສ ລະບ ບມ ນຄ າທ ວໂລກ ຫວຽດນາມ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ
evfta ເປ ດອອກ ກາລະໂອກາດຄ າ ໃຫ ແກ ຫວຽດນາມ ກ າວເຂ າສ ລະບ ບມ ນຄ າທ ວໂລກ ເອກອັກຄະລັດຖະທູດບຣາຊິນປະຈຳ ຫວຽດນາມ ຕີລາຄາສູງການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຂອງຫວຽດນາມ
evfta ເປ ດອອກ ກາລະໂອກາດຄ າ ໃຫ ແກ ຫວຽດນາມ ກ າວເຂ າສ ລະບ ບມ ນຄ າທ ວໂລກ
ພາບປະກອບ

ຕ້ອນຮັບ EVFTA ໃນສະພາບການໂລກກໍາລັງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກລວມ ແລະຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະໃໝ່ໃນວິວັດການປ້ອງກັນ, ຕ້ານພະຍາດໂຄວິດ-19, ພາຍໃຕ້ມູມມອງຂອງສະມາຊິກໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດລັດຖະບານ - ທ່ານ ຮສຈ ເຈິ່ນຮວ່າງເງິນ ຖືວ່າ: ສັນຍາ EVFTA ຈະສ້າງກາລະໂອກາດໃໝ່ໃຫ້ແກ່ຂະແໜງອຸດສາຫະກໍາຫວຽດນາມ ເມື່ອພະຍາດໂຄວິດ-19 ກໍາລັງກັບມາລະບາດຄືນໃໝ່.

ທ່ານ ຮສຈ ເຈິ່ນຮວ່າງເງິນ ກ່າວວ່າ “EVFTA ໄດ້ນຳເອົາກາລະໂອກາດໃໝ່, ບວກກັບຜົນປະໂຫຍດໃໝ່ ແລະຈິດໃຈໃໝ່ມາໃຫ້ພວກເຮົາ ເພື່ອໃຫ້ພວກເຮົາຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປະຈຸບັນ. ພວກເຮົາກໍາລັງຮັບມືພາຍໃຕ້ຜົນກະທົບທີ່ຫຍໍ້ທໍ້ຂອງພະຍາດໂຄວິດ-19 ກໍາລັງແຜ່ລະບາດຢູ່ຫວຽດນາມ ຄືນໃໝ່”.

ໄປຄຽງຄູ່ກັບຄວາມຫວັງທີ່ຕ້ອງເວົ້າເຖິງແມ່ນຄວາມເປັນເຈົ້າການເຂົ້າຮ່ວມຂອງແຕ່ລະວິສາຫະກິດ; ມີພຽງແຕ່ເວລາໃດທີ່ກະກຽມ “ຊັບພະຍາກອນມະນຸດ” ແລະ“ກໍາລັງດ້ານການເງິນ” ກໍ່ຄືບັນດາເງື່ອນໄຂທີ່ຈໍາເປັນອື່ນຢ່າງຄົບຖ້ວນນັ້ນວິສາຫະກິດຈຶ່ງສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະໝູນໃຊ້ຢ່າງມີປະສິດທິຜົນເຊິ່ງສັນຍາການຄ້າເສລີ EVFTA ນຳມາໃຫ້.

ສາມາດຢັ້ງຢືນໄດ້ວ່າສັນຍາການຄ້າເສລີລະຫວ່າງອີຢູ-ຫວຽດນາມ ແມ່ນກາລະໂອກາດໃຫຍ່ເພື່ອໃຫ້ສິນຄ້າຫວຽດນາມ, ວັດທະນະທໍາຫວຽດນາມ ໄດ້ສະແດງໃຫ້ເຫັນກໍາລັງແຮງພາຍໃນຂອງຕົນຢູ່ຫຼາຍປະເທດເອີລົບ; ປະກອບສ່ວນຜ່ານຜ່າໂລກລະບາດ.

ສັນຍາການຄ້າເສລີ (EVFTA) ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 01 ສິງຫາ 2020. ເຫດການດັ່ງກ່າວ ປຽບເໝືອນເສັ້ນທາງການຄ້າຄວາມໄວສູງ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ໄດ້ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການດ້ວຍ 99% ຈໍານວນປະເພດພາສີອາກອນ ຈະໄດ້ຮັບການຍົກເລີກໃຫ້ທັງສອງຝ່າຍຕາມຂັ້ນຕອນ.

ສັນຍາ EVFTA ແມ່ນກໍາລັງໜູນເພື່ອໃຫ້ອົງການຄຸ້ມຄອງລັດຕະຫຼອດຮອດວິສາຫະກິດ ພ້ອມກັນປະຕິຮູບຢ່າງແຮງ ເພື່ອແນໃສ່ໝູນໃຊ້ຜົນປະໂຫຍດເຊິ່ງ ສັນຍາສະບັບດັ່ງກ່າວນໍາມາໃຫ້ໄດ້ຢ່າງສຸດຂີດ. ສໍາລັບອົງການຄຸ້ມຄອງ, ນັກຊ່ຽວຊານຫຼາຍທ່ານໄດ້ສະເໜີຕໍ່ລັດຖະບານ ຍູ້ໄວວິວັດທະນາການປະຕິຮູບບັນດາລະບຽບການບໍລິຫານ, ພ້ອມກັນນັ້ນແມ່ນຊີ້ນໍາການສໍາຫຼວດກວດຄືນ, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ. ຕາມທ່ານປະລິນຍາເອກ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ແລ້ວ, ປັດໄຈຕັດສິນຊີ້ຂາດແມ່ນຢູ່ນໍາຄວາມຕັດສິນໃຈປະຕິຮູບລະບອບລະບຽບການເພື່ອເປັນເຈົ້າການໃນການປະຕິບັດສັນຍາ EVFTA ຢ່າງມີປະສິດທິຜົນ.

ສໍາລັບວິສາຫະກິດ ຕ້ອງຖືສັນຍາ EVFTA ແມ່ນການເລີ່ມຕົ້ນໄລຍະທາງດໍາເນີນທຸລະກິດໃນສະພາບການໃໝ່, ຖືກໍາລັງດັນໃນການແກ້ງແຍ້ງເປັນກໍາລັງໜູນ ເພື່ອປ່ຽນແປງໃໝ່ ແລະ ພັດທະນາ. ພ້ອມກັນນັ້ນ, ຕ້ອງເປັນເຈົ້າການຊອກຫາທິດທາງການຮ່ວມມືກັບບັນດາຕະຫຼາດຄູ່ຮ່ວມມືຂອງສັນຍາ ເພື່ອດຶງດູດການລົງທຶນໂດຍກົງເຂົ້າ ຫວຽດນາມ ຢ່າງແຮງ ແນໃສ່ນໍາໃຊ້ແຫຼ່ງທຶນ ແລະ ຖ່າຍທອດເຕັກໂນໂລຢີຈາກບັນດາກຸ່ມບໍລິສັດໃຫຍ່ຢ່າງມີປະສິດທິຜົນ.

ເລື່ອງຫວຽດນາມ ຍອມຮັບ ເພີ່ມລະດັບຄວາມໄວປະຕິບັດບັນດາແຜນການປະຕິຮູບລະບອບລະບຽບການ, ສ້າງສະພາບແວດລ້ອມແຫ່ງການລົງທຶນ - ດໍາເນີນທຸລະກິດບັນລຸມາດຕະຖານຂອງທໍານຽມສາກົນ ກໍຄືເລື່ອງວິສາຫະກິດກຽມພ້ອມປ່ຽນແປງໃໝ່ ເພື່ອພັດທະນານັ້ນ ຈະຊ່ວຍ ຫວຽດນາມ ຊົມໃຊ້ສັນຍາການຄ້າ, ການລົງທຶນ ຫວຽດນາມ - ອີຢູ ຢ່າງມີປະສິດທິຜົນທີ່ສຸດ.

evfta ເປ ດອອກ ກາລະໂອກາດຄ າ ໃຫ ແກ ຫວຽດນາມ ກ າວເຂ າສ ລະບ ບມ ນຄ າທ ວໂລກ ຊາວຫວຽດນາມຢູ່ອາເມລິກາ ໄດ້ປຸກລະດົມຂະບວນການ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19"

ຍສໝ - ໂດຍປະເຊີນ​​ໜ້າກັບການລະບາດທີ່ສັບສົນຢູ່ຫວຽດນາມ, ມີຈຳນວນເກືອບ 20 ອົງການຈັດຕັ້ງຊ່ຽວຊານ ແລະ ຊຸມຊົນຊາວຫວຽດນາມໃນທົ່ວປະເທດສະຫະລັດອາເມລິກາ ໄດ້ເລີ່ມດຳເນີນຂະບວນການເພື່ອ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19".

evfta ເປ ດອອກ ກາລະໂອກາດຄ າ ໃຫ ແກ ຫວຽດນາມ ກ າວເຂ າສ ລະບ ບມ ນຄ າທ ວໂລກ ວິສາຫະກິດຍີ່ປຸ່ນຫຼາຍແຫ່ງ ມີທ່າອຽງທີ່ຈະຂະຫຍາຍເຮັດທຸລະກິດໄປສູ່ ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຍສໝ - ອີງຕາມການສຳຫຼວດໃໝ່ທີ່ໄດ້ປະກາດອອກໂດຍ JETRO, ບໍລິສັດຍີ່ປຸ່ນນັບມື້ນັບຫຼາຍແຫ່ງ ໄດ້ກຳລັງມີທ່າອຽງທີ່ຈະຂະຫຍາຍເຮັດທຸລະກິດໄປສູ່ ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີປະເທດຫວຽດນາມ.

evfta ເປ ດອອກ ກາລະໂອກາດຄ າ ໃຫ ແກ ຫວຽດນາມ ກ າວເຂ າສ ລະບ ບມ ນຄ າທ ວໂລກ ເພີ່ມທະວີການຮ່ວມມືລະຫວ່າງແຂວງອານຢາງ ສສ.ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງ ກຳປູເຈຍ

ຍສໝ - ໃນ 6 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຂອງແຂວງອານຢາງບັນລຸ 447 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນ; ວົງເງິນການນຳເຂົ້າບັນລຸໄດ້ 78 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນ. ນີ້ແມ່ນຄວາມພະຍາຍາມທີ່ໂດດເດັ່ນຂອງປະຊາຊົນໃນສາມແຂວງໃນຊ່ວງເວລາທີ່ການຄ້າສາກົນມີຄວາມຫຍຸ້ງຍາກຍ້ອນການລະບາດຂອງ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.