ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

09:10 | 31/10/2020

ຍ​ສ​ໝ - ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາ​ເມ​ລິ​ກາຢືນຢັນວ່າສະຫະລັດອາເມລິກາຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ,ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບັນດາສະຖາບັນການເມືອງ, ແລະໃຫ້ຄຳໝັ້ນສັນຍາຢ່າງແຮງໃນການສືບຕໍ່ ສົ່ງເສີມສາຍພົວພັນໃຫ້ເລິກເຊິ່ງແລະໝັ້ນຄົງກ່​ວາ​ເກົ່າໃນໄລຍະຈະມາເຖິງ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ
ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Mike Pompeo (ພາບ: VGP)

ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາ​ເມ​ລິ​ກາຢືນຢັນວ່າສະຫະລັດອາເມລິກາຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ,ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບັນດາສະຖາບັນການເມືອງ, ແລະໃຫ້ຄຳໝັ້ນສັນຍາຢ່າງແຮງໃນການສືບຕໍ່ ສົ່ງເສີມສາຍພົວພັນໃຫ້ເລິກເຊິ່ງແລະໝັ້ນຄົງກ່​ວາ​ເກົ່າໃນໄລຍະຈະມາເຖິງ.

ທ່ານ Michael Pompeo ລັດຖະມົນຕີວ່າການກະຊວງການຕ່າງປະເທດຢືນຢັນວ່າສະຫະລັດສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນອາຊີຕາເວັນອອກສຽງໃຕ້, ແລະປາດຖະໜາຢາກຊຸກຍູ້ການພັດທະນາຢ່າງຫຼວງຫຼາຍຂອງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ສະຫະລັດ, ການຮ່ວມມືແມ່ນໍ້າລ້ານຊ້າງ - ອາເມລິກາໃຫ້​ມີປະສິດທິຜົນຫຼາຍ​ກ່​ວາ​ເກົ່າ.

ວັນທີ 30 ຕຸລາ, ທີ່ການພົບປະກັບທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ພວມມາຢ້ຽມຢາມຫວຽດນາມເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອາເມລິກາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ຕີລາຄາວ່າ ພາຍຫຼັງ 25 ປີ ສ້າງຕັ້ງ, ການພົວພັນຫວຽດນາມ - ອາເມລິກາບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເລິກເຊິ່ງກ່ວາ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານາທິບໍດີອາເມລິກາ Donald Trump ແລະລັດຖະບານອາເມລິກາທີ່ໄດ້ໃຫ້ການສະໜັບສະໜູນແທດ​ຈິງ ແລະ ທັນການຕໍ່ຫວຽດນາມໃນການຮັບ​ມື​ກັບ ໂລກ​ລະ​ບາດ Covid-19 ແລະ ໄພພິບັດນໍ້າຖ້ວມ ໃນເຂດພາກກາງທີ່ຜ່ານມາ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ຍ​ສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ.

ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ

ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ.

ນຳ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ເຂົ້າ​ສູ່​ລວງ​ເລິກ

ຍ​ສໝ - ທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າໃນຖານະ ຕຳແໜ່ງຂອງ​ຕົນ, ທ່ານຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຂອງສະຫະລັດອາເມລິກາແລະກະຊວງ ຕຳ ຫຼວດຫວຽດນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.