ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ

11:30 | 21/10/2020

ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ.

ອາເມລ ກາ ໜ ນຊ ວຍບ ນດາແຂວງພາກກາງ ຫວຽດນາມ ຖ ກຜ ນສະທ ອນຈາກໄພນ ຳຖ ວມ ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ
ອາເມລ ກາ ໜ ນຊ ວຍບ ນດາແຂວງພາກກາງ ຫວຽດນາມ ຖ ກຜ ນສະທ ອນຈາກໄພນ ຳຖ ວມ ແຜນການຈັດຕັ້ງປະຕິບັດສັນຍາຊ່ວຍເຫຼືອພາສີ ຫວຽດນາມ - ອາເມລິກາ
ອາເມລ ກາ ໜ ນຊ ວຍບ ນດາແຂວງພາກກາງ ຫວຽດນາມ ຖ ກຜ ນສະທ ອນຈາກໄພນ ຳຖ ວມ

ບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ. ( ພາບ: vnexpress.net)

ຕໍ່ໜ້າບັນດາຜົນເສຍຫາຍຢ່າງຮ້າຍແຮງຍ້ອນຄວາມກົດດັນອາກາດຕ່ຳ ແລະ ຝົນຕົກໜັກ, ນ້ຳແກ່ງຖ້ວມເກີດຂຶ້ນຢູ່ບັນດາແຂວງພາກກາງ ຫວຽດນາມ, ສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ໄດ້ມີການໜູນຊ່ວຍເບື້ອງຕົ້ນໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພພິບັດທຳມະຊາດກໍ່ຂຶ້ນ, ຊ່ວຍປະຊາຊົນຫລຸດຜ່ອນຜົນເສຍຫາຍສ່ວນໃດສ່ວນໜຶ່ງຢ່າງທັນການ. ທ່ານເອກອັກຄະລັດຖະທູດ ອາເມລິກາ Kritenbrink ໄດ້ປະກາດບ້ວງເງິນຊ່ວຍເຫຼືອໃນເບື້ອງຕົ້ນເພື່ອຮັບມືກັບໄພພິບັດທຳມະຊາດທີ່ມີມູນຄ່າ 100.000 USD ໂດຍອົງການພັດທະນາສາກົນ ອາເມລິກາ (USAID) ມອບໃຫ້ສະພາກາແດງ ຫວຽດນາມ.

ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ ແລະ ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ແກ້ໄຂບັນດາຜົນເສຍຫາຍຍ້ອນໄພນ້ຳຖ້ວມກໍ່ຂຶ້ນ.

ຕໍ່ໜ້າບັນດາຜົນເສຍຫາຍກ່ຽວກັບຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ເຂດພາກກາງ ຫວຽດນາມ ຍ້ອນພະຍຸນ້ຳຖ້ວມກໍ່ຂຶ້ນ, ສູນປະສານງານອາຊຽນກ່ຽວກັບການຊ່ວຍໜູນມະນຸດສະທຳໃນການຄຸ້ມຄອງໄພທຳມະຊາດໄດ້ຕົກລົງສົ່ງເຄື່ອງບັນເທົາທຸກຊ່ວຍເຫຼືອໃຫ້ແກ່ 2 ແຂວງ ເທື່ອທຽນເຫ້ວ ແລະ ກ໋ວາງຈິ້ ລວມມີ ເຄື່ອງຊ້ອມແປງເຮືອນ 500 ຊຸດ ແລະ ເຄື່ອງຊ້ອມແປງເຮືອນຄົວ 650 ຊຸດໃຫ້ແກ່ແຕ່ລະແຂວງ.

ອາເມລ ກາ ໜ ນຊ ວຍບ ນດາແຂວງພາກກາງ ຫວຽດນາມ ຖ ກຜ ນສະທ ອນຈາກໄພນ ຳຖ ວມ ທ່ານ Daniel J.Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມໃຫ້ຄໍາໝັ້ນສັນຍາຈະໜູນຊ່ວຍ ຫວຽດນາມ ໃນວຽກງານກໍ່ສ້າງຄືນໃໝ່ພາຍຫຼັງພາຍຸ

ຍສໝ - ທ່ານ Daniel J.Kritenbrink ໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊື້ງມາຍັງປະຊາຊົນຫວຽດນາມ ຕໍ່ຄວາມເສຍຫາຍກ່ຽວກັບຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງຍ້ອນພາຍຸ, ນໍ້າຖ້ວມເກີດຂຶ້ນຢູ່ພາກກາງ ສສ.ຫວຽດນາມ.

ອາເມລ ກາ ໜ ນຊ ວຍບ ນດາແຂວງພາກກາງ ຫວຽດນາມ ຖ ກຜ ນສະທ ອນຈາກໄພນ ຳຖ ວມ ຫວຽດນາມ ໄດ້ນຳສົ່ງພົນລະເມືອງ 340 ຄົນຈາກສະຫະລັດອາເມລິກາ ກັບຄືນບ້ານຢ່າງປອດໄພ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ອາເມລ ກາ ໜ ນຊ ວຍບ ນດາແຂວງພາກກາງ ຫວຽດນາມ ຖ ກຜ ນສະທ ອນຈາກໄພນ ຳຖ ວມ ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງວ່າການລັດຖະບານ ສສ.ຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ

ຍສໝ - ອົງການພັດທະນາສາກົນ ອາເມລິກາ ຈະຊ່ວຍໜູນຫ້ອງວ່າການລັດຖະບານ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົມທົບລະຫວ່າງບັນດາຂະແໜງການຢູ່ຫວຽດນາມ, ຍົກສູງລັກສະນະຄວາມໂປ່ງໃສ ແລະ ສືບຕໍ່ພັດທະນາປະຕູຖານບໍລິການແຫ່ງຊາດ.

vovworld.vn

ເຫດການ
302 Found

Found

The document has moved here.