ນຳ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ເຂົ້າ​ສູ່​ລວງ​ເລິກ

09:43 | 21/10/2020

ຍ​ສໝ - ທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າໃນຖານະ ຕຳແໜ່ງຂອງ​ຕົນ, ທ່ານຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຂອງສະຫະລັດອາເມລິກາແລະກະຊວງ ຕຳ ຫຼວດຫວຽດນາມ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ
ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ
ນຳ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ເຂົ້າ​ສູ່​ລວງ​ເລິກ
ທ່ານພົນເອກ ໂຕ​ເລິ​ມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດ​ນາມ ໃຫ້​ການຕ້ອນຮັບທ່ານ Daniel Kritenbrink ເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ (ພາບ: cand.vn)

ຕອນບ່າຍວັນທີ 19 ຕຸລາ, ທີ່ຮ່າໂນ້ຍ, ທ່ານພົນເອກ ໂຕ​ເລິ​ມ ລັດຖະມົນຕີກະຊວງ ຕຳຫຼວດໄດ້ຕ້ອນຮັບທ່ານ Daniel Kritenbrink ເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ. ທ່ານລັດຖະມົນຕີ ໂຕ​ເລິ​ມ ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຕ່າງຝ່າຍຕ່າງມີຜົນປະໂຫຍດຄື: ການແລກປ່ຽນຂໍ້ມູນຂ່າວສານ; ການປ້ອງກັນ ແລະຕ້ານອາດຊະຍາກຳທຸກປະເພດ, ໂດຍສະເພາະອາດຊະຍາກຳ ທາງດ້ານເສດຖະກິດ, ອາດຊະຍາກຳຢາເສບຕິດ, ການຄ້າມະນຸດ ແລະອາດຊະຍາ ກຳ ເຕັກໂນໂລຢີສູງ; ຮັບປະກັນຄວາມປອດໄພຂອງເຄືອຂ່າຍອິນ​ເຕີ​ແນັດ...

ໃນສະພາບການຂອງໂລກລະບາດ Covid-19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ທ່ານລັດຖະມົນຕີ ໂຕ​ເລິມ ເຊື່ອໝັ້ນວ່າ ອາເມລິກາ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ ແລະຟື້ນຕົວ ຫຼັງໂລກລະບາດໂດຍ​ໄວ; ພ້ອມກັນນັ້ນ, ທ່ານປາດຖະໜາຢາກ ອາ​ເມ​ລິ​ກາສ້າງເງື່ອນໄຂໃຫ້ຫວຽດນາມ ແລະບັນດາປະເທດອື່ນໆ ເພື່ອສາມາດເຂົ້າເຖິງການສັກຢາວັກຊີນໄດ້ໄວ ພາຍຫຼັງທີ່ສະຫະລັດອາເມລິກາໄດ້ຄົ້ນຄວ້າແລະຜະລິດຢ່າງສຳເລັດຜົນ.

ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າໃນຖານະຕຳແໜ່ງຂອງ​ຕົນ, ທ່ານຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຂອງສະຫະລັດອາເມລິກາແລະກະຊວງ ຕຳ ຫຼວດຫວຽດນາມ. ຈາກນັ້ນ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືອາເມລິກາ - ຫວຽດນາມນັບມື້ນັບເຂົ້າສູ່ລວງເລິກ, ຕອບສະໜອງ ຜົນປະໂຫຍດ ແລະຄວາມປາດຖະໜາ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະທົ່ວໂລກ.

ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ

ວັນທີ 09 ຕຸລາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ 2020 ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ວັດທະນາຖາວອນໝັ້ນຄົງຍາວນານ”.

ກອງ​ປະ​ຊຸມດ້ານການເມືອງ - ຄວາມໝັ້ນຄົງ - ການປ້ອງກັນຫວຽດນາມ - ອາ​ເມ​ລິກ​າ ຄັ້ງທີ 11

ຍ​ສ​ໝ - ກອງປະຊຸມຄັ້ງນີ້ໄດ້ເພີ່ມທະວີສາຍພົວພັນສອງຝ່າຍທີ່ນັບມື້ປັບ​ປຸງລະຫວ່າງ ອາເມລິກາ ແລະ ຫວຽດນາມ, ແລະສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຮ່ວມກັນຂອງສອງປະເທດໃນພາກພື້ນ​ມະ​ຫາ​ສະ​ມຸດອິນເດຍ - ປາຊີຟິກທີ່ເສລີແລະ​ເປີດ​ກ້​ວາງ.

ຍົກ​ສູງວົງ​ເງິນ​ການ​ຄ​້າ​​ນຳ​ເຂົ້​າ​ສົ່ງ​ອອກ​​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ - ອາ​ເມ​ລິ​ກາ

ຍ​ສ​ໝ - ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ​້າ​ແຖວ​ໜ້າ​ຂອງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ການ​ຄ້າ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ ມີ​ການ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນ​ລຸ​ໄດ້ເກືອບ 30%. 7 ເດືອນ​ທີ່​ຜ່ານ​ມາ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ກ່​ວາ 47 ຕື້ USD.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.