ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19 | |
ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021 |
ໃນລະຫວ່າງແຕ່ວັນທີ 10 ຫາວັນທີ 11 ຕຸລາ, ສະຖານທູດຫວຽດນາມ ປະຈຳ ຟີລິບປິນ ແລະ ບຣູໄນ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າ 400 ຄົນໄດ້ກັບຄືນບ້ານຢ່າງປອດໄພ.
ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
ສະຖານທູດຫວຽດນາມ ປະຈຳບຣູໄນ, ບໍລິສັດ Lilama ແລະ ສາຍການບິນ VietJet Airlines ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ບຣູໄນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນ 180 ຄົນໄດ້ລົງຈອດຢູ່ສະໜາມບິນສາກົນ ເກີນເທີ ຢ່າງປອດໄພ.
![]() |
ຫວຽດນາມ ໄດ້ນຳສົ່ງພົນລະເມືອງຫລາຍກວ່າ 400 ຄົນຈາກບຣູໄນ ແລະ ຟີລິບປິນ ກັບຄືນບ້ານຢ່າງປອດໄພ. (ພາບ: baoquocte) |
ແລະ ໃນວັນທີ 11 ຕຸລາ, ສະຖານທູດຫວຽດນາມ ປະຈຳຟີລິບປິນ ແລະ ສາຍການບິນ VietJet Airlines ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ຟີລິບປິນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນ 240 ຄົນກັບຄືນບ້ານຢ່າງປອດໄພ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນ VietJet Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ອີຢູ ເພີ່ມທະວີການຮ່ວມມືກັບອາຊຽນ ເພື່ອຮັບມືປ້ອງກັນ ແລະ ຕ້ານພະຍາດ COVID-19 ຍສໝ - ໃນບົດກ່າວປາໄສ, ທ່ານ Josep Borrell - ຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ (ອີຢູ) ໄດ້ເນັ້ນໜັກວ່າ ເຖິງວ່າຈະກໍ່ໃຫ້ເກີດຜົນສະທ້ອນຫຼາຍຢ່າງກໍ່ຕາມ, ພະຍາດປອດອັກເສບ COVID-19 ກໍ່ຍັງແມ່ນໂອກາດເພື່ອໃຫ້ສະຫະພາບເອີຣົບ ແລະ ອາຊຽນສາມາດໄດ້ສະໜິດຕິດພັນຊຶ່ງກັນ ແລະ ກັນ. |
![]() | ພະຍາດ COVID-19: ພົນລະເມືອງຫວຽດນາມຫລາຍກວ່າ 240 ຄົນຈາກຢູແກຼນ ໄດ້ກັບຄືນປະເທດ ຍສໝ - ໃນສອງມື້ວັນທີ 31 ສິງຫາ ແລະ ວັນທີ 1 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຢູແກຼນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າ 240 ຄົນໄດ້ກັບຄືນບ້ານຢ່າງປອດໄພ. |
![]() | ອິນເດຍ ໄດ້ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດ COVID-19 ຂອງຫວຽດນາມ ຍສໝ - ທ່ານຟ້າມບິ່ງມິນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ເຫັນດີວ່າສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19. |
ຄຳຮຸ່ງ