ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

14:04 | 16/09/2020

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

adb ພ ນຖານເສດຖະກ ດຫວຽດນາມ ໄດ ຄາດວ າຈະເຕ ບໂຕ 1 8 ໃນປ 2020 ແລະ ເພ ມຂ ນ 6 3 ໃນປ 2021 ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື
adb ພ ນຖານເສດຖະກ ດຫວຽດນາມ ໄດ ຄາດວ າຈະເຕ ບໂຕ 1 8 ໃນປ 2020 ແລະ ເພ ມຂ ນ 6 3 ໃນປ 2021 ADB ຄາດ​ຄະ​ເນ​ເສດ​ຖະ​ກິດ​ຫວຽດ​ນາມ​ຈະ​ເຕີບ​ໂຕ​ສ​ູງ​ກ່​ວາ 4% ໃນ​ປີນີ້

ວັນທີ 15 ກັນຍານີ້, ທະນາຄານພັດທະນາອາຊີ (ADB) ໄດ້ເຜີຍແຜ່ບົດລາຍງານອັບເດດການຄາດຄະເນການພັດທະນາອາຊີ (ADO) 2020, ເຊິ່ງເປັນເອກະສານພິມສະບັບເສດຖະກິດປະຈຳປີ ຂອງທະນາຄານພັດທະນາອາຊີ ADB. ບົດລາຍງານສະແດງໃຫ້ເຫັນວ່າ, ໃນສະພາບການຂອງການລະບາດຂອງ COVID-19 ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021.

ບັນດາຜູ້ຊ່ຽວຊານຂອງທະນາຄານພັດທະນາອາຊີ ADB ວິເຄາະພື້ນຖານເສດຖະກິດຫວຽດນາມ ຈະໄດ້ຮັບຜົນປະໂຫຍດຈາກການເຄື່ອນຍ້າຍການຜະລິດ ຈາກ ປະເທດຈີນ ເຂົ້າມາ ຫວຽດນາມ, ການຟື້ນຕົວຂອງເສດຖະກິດຈີນ ແລະ ການຈັດຕັ້ງປະຕິບັດສັນຍາການຄ້າເສລີກັບສະຫະພາບເອີຣົບ (EVFTA).

adb ພ ນຖານເສດຖະກ ດຫວຽດນາມ ໄດ ຄາດວ າຈະເຕ ບໂຕ 1 8 ໃນປ 2020 ແລະ ເພ ມຂ ນ 6 3 ໃນປ 2021
ພື້ນຖານເສດຖະກິດຂອງຫວຽດນາມ ມີຄວາມໝັ້ນຄົງຕໍ່ໜ້າກັບສິ່ງທ້າທາຍຕ່າງໆໂດຍພະຍາດ COVID-19. (ພາບ: TTXVN)

ນອກຈາກນັ້ນ, ອົງການການຄ້າຕ່າງປະເທດຍີ່ປຸ່ນ ກໍ່ໄດ້ປະກາດລາຍຊື່ວິສາຫະກິດຍີ່ປຸ່ນ ຈຳນວນ 15 ແຫ່ງ ທີ່ຈະເຄື່ອນຍ້າຍກິດຈະກຳການຜະລິດຈາກປະເທດຈີນ ເຂົ້າມາ ຫວຽດນາມ. ບັນດາວິສາຫະກິດສ່ວນໃຫຍ່ ໄດ້ເລືອກເອົາຫວຽດນາມ ເປັນສະຖານທີ່ຜະລິດອຸປະກອນການແພດ.

ບັນດາຜູ້ຊ່ຽວຊານຂອງ ADB ໄດ້ຖືວ່າ, ແງ່ຫວັງພື້ນຖານເສດຖະກິດຂອງຫວຽດນາມໃນໄລຍະສັ້ນ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໃນສະພາບການຊຸດໂຊມຂອງພື້ນຖານເສດຖະກິດໂລກ ແລະ ການລົດໜ້ອຍຖອຍລົງຂອງເສດຖະກິດພາຍໃນປະເທດ. ແຕ່ວ່າ, ບັນດາຜູ້ຊ່ຽວຊານຂອງທະນາຄານ ADB ເຊື່ອວ່າ ພື້ນຖານເສດຖະກິດຂອງຫວຽດນາມກຳລັງຟື້ນຕົວທີ່ເຂັ້ມແຂງ ແລະ ການຄາດຄະເນເສດຖະກິດໄລຍະກາງ ແລະ ໄລຍະຍາວ ຍັງຄົງເປັນຢ່າງຕັ້ງໜ້າ. ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

ທ່ານ Andrew Jeffries - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ໃຫ້ຄຳເຫັນວ່າ: “ການຫຼຸດລົງຂອງການໃຊ້ຈ່າຍພາຍໃນປະເທດ ແລະ ການຫຼຸດລົງຂອງຄວາມຕ້ອງການທົ່ວໂລກຍ້ອນການລະບາດຂອງ COVID-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຫວຽດນາມຫຼາຍກວ່າທີ່ຄາດໄວ້, ແຕ່ ພື້ນຖານເສດຖະກິດຫວຽດນາມຈະມີການເຕີບໂຕເຂັ້ມແຂງໃນປີ 2020, ສ່ວນໃຫຍ່ແມ່ນຍ້ອນຜົນສຳເລັດຂອງລັດຖະບານຫວຽດນາມ ໃນການກັນ ແລະ ຕ້ານການລະບາດຂອງ COVID-19.

adb ພ ນຖານເສດຖະກ ດຫວຽດນາມ ໄດ ຄາດວ າຈະເຕ ບໂຕ 1 8 ໃນປ 2020 ແລະ ເພ ມຂ ນ 6 3 ໃນປ 2021 ບັນດາວິສາຫະກິດຕ່າງປະເທດ ເຊື່ອໝັ້ນຕໍ່ການຟື້ນຕົວຂອງພື້ນຖານເສດຖະກິດຫວຽດນາມ

ຍສໝ - ວິທີການຮັບມືຂອງຫວຽດນາມ ສຳຫຼັບການລະບາດຂອງພະຍາດ COVID-19 ຄັ້ງທຳອິດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຫຼາຍໃນປະເທດ ແລະ ຈະເຮັດໃຫ້ຊຸກຍູ້ຂະບວນການຟື້ນຟູພື້ນຖານເສດຖະກິດ.

adb ພ ນຖານເສດຖະກ ດຫວຽດນາມ ໄດ ຄາດວ າຈະເຕ ບໂຕ 1 8 ໃນປ 2020 ແລະ ເພ ມຂ ນ 6 3 ໃນປ 2021 ອົງການ AMRO ຄາດຄະເນວ່າ, ເສດຖະກິດຫວຽດນາມຈະເຕີບໂຕທາງບວກໃນປີ 2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.

adb ພ ນຖານເສດຖະກ ດຫວຽດນາມ ໄດ ຄາດວ າຈະເຕ ບໂຕ 1 8 ໃນປ 2020 ແລະ ເພ ມຂ ນ 6 3 ໃນປ 2021 ທະນາຄານ HSBC ຕີລາຄາສູງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ

ຍສໝ - ປະເທດຫວຽດນາມ ແມ່ນປະເທດທີ່ມີການເຕີບໂຕໄລຍະຍາວທີ່ດີທີ່ສຸດ ໃນພາກພື້ນອາຊີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.