ພະຍາດ COVID-19: ພົນລະເມືອງຫວຽດນາມຫລາຍກວ່າ 240 ຄົນຈາກຢູແກຼນ ໄດ້ກັບຄືນປະເທດ

13:48 | 02/09/2020

ຍສໝ -  ໃນສອງມື້ວັນທີ 31 ສິງຫາ ແລະ ວັນທີ 1 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຢູແກຼນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າ 240 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ພະຍາດ covid 19 ພ ນລະເມ ອງຫວຽດນາມຫລາຍກວ າ 240 ຄ ນຈາກຢ ແກ ນ ໄດ ກ ບຄ ນປະເທດ ສະຫະພັນອົງການຈັດຕັ້ງມິດຕະພາບ ດ່ານັງ ສືບຕໍ່ຈັດຕັ້ງປະຕິບັດການປ້ອງກັນການລະບາດຂອງພະຍາດ Covid-19
ພະຍາດ covid 19 ພ ນລະເມ ອງຫວຽດນາມຫລາຍກວ າ 240 ຄ ນຈາກຢ ແກ ນ ໄດ ກ ບຄ ນປະເທດ ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ

ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຢູແກຼນ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອໄດ້ສະໜັບສະໜູນຢ່າງຕັ້ງໜ້າ, ແນະນຳພົນລະເມືອງໃຫ້ສຳເລັດຂັ້ນຕອນລະບຽບການຂຶ້ນບິນ.

ພະຍາດ covid 19 ພ ນລະເມ ອງຫວຽດນາມຫລາຍກວ າ 240 ຄ ນຈາກຢ ແກ ນ ໄດ ກ ບຄ ນປະເທດ
ພົນລະເມືອງຫວຽດນາມຫລາຍກວ່າ 240 ຄົນຈາກຢູແກຼນ ໄດ້ກັບຄືນປະເທດ. (ພາບ: baoquocte)

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ພະຍາດ covid 19 ພ ນລະເມ ອງຫວຽດນາມຫລາຍກວ າ 240 ຄ ນຈາກຢ ແກ ນ ໄດ ກ ບຄ ນປະເທດ ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ

ຍສໝ - ບັນດາປະທານສະພາແຫ່ງຊາດທົ່ວໂລກ ໄດ້ກ່າວວ່າ ເພື່ອຕອບສະໜອງຕໍ່ໂລກລະບາດ COVID-19, ຕ້ອງການມີຄວາມພະຍາຍາມໃນການແບ່ງປັນຂໍ້ມູນ ແລະ ແລກປ່ຽນປະສົບການໃນການຕອບໂຕ້ກັບພະຍາດ COVID-19.

ພະຍາດ covid 19 ພ ນລະເມ ອງຫວຽດນາມຫລາຍກວ າ 240 ຄ ນຈາກຢ ແກ ນ ໄດ ກ ບຄ ນປະເທດ ພະຍາດ COVID-19: ການນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 230 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດ

ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ພະຍາດ covid 19 ພ ນລະເມ ອງຫວຽດນາມຫລາຍກວ າ 240 ຄ ນຈາກຢ ແກ ນ ໄດ ກ ບຄ ນປະເທດ ຊາວຫວຽດນາມຢູ່ອາເມລິກາ ໄດ້ປຸກລະດົມຂະບວນການ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19"

ຍສໝ - ໂດຍປະເຊີນ​​ໜ້າກັບການລະບາດທີ່ສັບສົນຢູ່ຫວຽດນາມ, ມີຈຳນວນເກືອບ 20 ອົງການຈັດຕັ້ງຊ່ຽວຊານ ແລະ ຊຸມຊົນຊາວຫວຽດນາມໃນທົ່ວປະເທດສະຫະລັດອາເມລິກາ ໄດ້ເລີ່ມດຳເນີນຂະບວນການເພື່ອ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19".

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.