ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19

11:42 | 28/09/2020

ຍສໝ - ສື່ມວນຊົນອິນໂດເນເຊຍ ໄດ້ກ່າວວ່າ ເພື່ອຄວບຄຸມການລະບາດຂອງພະຍາດ COVID-19 ແລະ ຮັກສາການເຕີບໂຕຂອງເສດຖະກິດ, ຫວຽດນາມກໍ່ມີການເຄັດລັບທີ່ແຕກຕ່າງກັນກັບປະເທດອື່ນ.

ສ ສານອ ນໂດເນເຊຍ ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການຄວບຄ ມພະຍາດ covid 19 ການບິນຂອງຫວຽດນາມ ໄດ້ຟື້ນຕົວຢ່າງແຂງແຮງຫຼັງຈາກການລະບາດຂອງ COVID-19 ໄດ້ຄວບຄຸມເປັນຢ່າງດີ
ສ ສານອ ນໂດເນເຊຍ ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການຄວບຄ ມພະຍາດ covid 19 ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ໃນຊຸມມື້ຜ່ານມາ, ສື່ມວນຊົນປະເທດອິນໂດເນເຊຍ ໄດ້ລົງພິມບົດຂຽນຢ່າງຕໍ່ເນື່ອງ ເພື່ອຍ້ອງຍໍຜົນ ສຳເລັດຂອງຫວຽດນາມໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດລະບົບຫາຍໃຈ COVID-19, ຊ່ວຍເຮັດໃຫ້ເສດຖະກິດຫວຽດນາມ ໄດ້ຮັບການເຕີບລະດັບສູງທີ່ໜ້າປະທັບໃຈ.

ສື່ມວນຊົນອິນໂດເນເຊຍໄດ້ອ້າງຄຳເວົ້າຂອງທ່ານ Ibnu Hadi - ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ, ໃຫ້ຮູ້ວ່າ ເຄັດລັບຜົນສຳເລັດຂອງຫວຽດນາມໃນການຄວບຄຸມ ແລະ ປ້ອງກັນສະກັດກັ້ນໂລກລະບາດ ເພື່ອປະກອບເຂົ້າການເຕີບໂຕຂອງເສດຖະກິດ ແມ່ນລັດຖະບານຫວຽດນາມ ໄດ້ມີການຕັດສິນໃຈທີ່ຖືກຕ້ອງ, ວ່ອງໄວ ແລະ ທັນເວລາ.

ສ ສານອ ນໂດເນເຊຍ ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການຄວບຄ ມພະຍາດ covid 19
ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19. (ພາບ: TTXVN)

ຕາມທ່ານເອກອັກຄະລັດຖະທູດ Ibnu Hadi ແລ້ວ, ໃນໄຕມາດທຳອິດຂອງປີ 2020, ພື້ນຖານເສດຖະກິດຫວຽດນາມເຕີບໂຕ 3,82%. ໃນຂະນະດຽວກັນ, ໃນໄຕມາດທີ 2 ຂອງປີ 2020 ແມ່ນໄລຍະທີ່ການລະບາດຂອງ COVID-19 ເກີດຂື້ນຫຼາຍທີ່ສຸດໃນປະເທດຫວຽດນາມ, ແຕ່ພື້ນຖານເສດຖະກິດຂອງປະເທດຫວຽດນາມ ຍັງເຕີບໂຕໃນອັດຕາທີ່ດີໂດຍສະເພາະແມ່ນ 0,36%. ພື້ນຖານເສດຖະກິດຂອງຫວຽດນາມ ແມ່ນຂຶ້ນກັບການສົ່ງອອກຫຼາຍ. ຍ້ອນການປະເມີນ ແລະ ຄາດຄະເນຢ່າງຖືກຕ້ອງ, ລັດຖະບານຫວຽດນາມ ໄດ້ມີການຕັດສິນໃຈທີ່ຖືກຕ້ອງໂດຍໄວ ເພື່ອຫຼຸດຜ່ອນຜົນກະທົບທາງລົບທີ່ເກີດຈາກການລະບາດ ແລະ ຊ່ວຍໃຫ້ພື້ນຖານເສດຖະກິດຂອງຫວຽດນາມມີການເຕີບໃຫຍ່ຢ່າງຕັ້ງໜ້າ ແລະ ປະທັບໃຈ.

ລັດຖະບານຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ໄດ້ດຳເນີນທຸລະກິດໃນສະພາບທີ່ດີ ແລະ ສະດວກສະບາຍທີ່ສຸດ, ສ້າງກຳລັງແຮງສູງສຸດໃຫ້ແກ່ແຕ່ລະວິສາຫະກິດໃນໄລຍະເກີດການລະບາດ COVID-19.

ໂດຍອ້າງເຖິງທ່ານເອກອັກຄະລັດຖະທູດ Ibnu Hadi, ສື່ມວນຊົນອິນໂດເນເຊຍໃຫ້ຮູ້ວ່າ ເພື່ອປະຕິບັດໄດ້ດີ ແລະ ມີປະສິດທິຜົນໃນການປ້ອງກັນການລະບາດ COVID-19, ທຸກລະບົບການເມືອງຂອງຫວຽດນາມ, ທຸກອຳນາດການປົກຄອງ ແຕ່ສູນກາງລົງຮອດທ້ອງຖິ່ນໄດ້ເຂົ້າຮ່ວມ ແລະ ປະຕິບັດຢ່າງຄ່ອງແຄ້ວ.

ຕາມທ່ານເອກອັກຄະລັດຖະທູດ Ibnu Hadi ແລ້ວ, ເຄັດລັບຂອງຫວຽດນາມ ຍັງຕ້ອງໄດ້ຮັບການເຜີຍແຜ່ຢ່າງໄວວາ ເຖິງບັນດາປະເທດອື່ນໆເພື່ອຈຸດປະສົງທົ່ວໄປໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID-19.

ສ ສານອ ນໂດເນເຊຍ ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການຄວບຄ ມພະຍາດ covid 19 ການບິນຂອງຫວຽດນາມ ໄດ້ຟື້ນຕົວຢ່າງແຂງແຮງຫຼັງຈາກການລະບາດຂອງ COVID-19 ໄດ້ຄວບຄຸມເປັນຢ່າງດີ

ຍສໝ - ບັນດາສາຍການບິນໃຫຍ່ຂອງຫວຽດນາມ ໄດ້ຟື້ນຟູເສັ້ນທາງພາຍໃນປະເທດຢ່າງຮອບດ້ານແລ້ວ ຕັ້ງແຕ່ກາງເດືອນກັນຍາ 2020. ປະລິມານການນຳສົ່ງຜູ້ໂດຍສານພາຍໃນປະເທດ ໄດ້ເພີ່ມຂື້ນຢ່າງຫຼວງຫຼາຍເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019.

ສ ສານອ ນໂດເນເຊຍ ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການຄວບຄ ມພະຍາດ covid 19 ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ

ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Armenia Vahram Kazhoyan ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ທີ່ໄດ້ສະໜັບສະໜູນ ດ້ວຍຈຳນວນເງິນ 5.000 ໂດລະສະຫະລັດ ໃຫ້ແກ່ອາກເມນີ ເພື່ອປ້ອງກັນການລະບາດຂອງ COVID-19.

ສ ສານອ ນໂດເນເຊຍ ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການຄວບຄ ມພະຍາດ covid 19 JETRO: ແຫຼ່ງທຶນ FDI ເຂົ້າປະເທດຫວຽດນາມ ຈະເພີ່ມຂຶ້ນ ພາຍຫຼັງ COVID-19

ຍສໝ - ນັບແຕ່ຕົ້ນປີຈົນເຖິງປັດຈຸບັນ, ການເງິນລົງທືນຈາກຕ່າງປະເທດ (FDI) ທີ່ເຂົ້າມາໃນປະເທດຫວຽດນາມ ໄດ້ຢຸດຈຶກຍ້ອນຜົນກະທົບຂອງການລະບາດ COVID-19. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນການຢຸດຊົ່ວຄາວໃນໄລຍະສັ້ນເທົ່ານັ້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.