ອີຢູ ເພີ່ມທະວີການຮ່ວມມືກັບອາຊຽນ ເພື່ອຮັບມືປ້ອງກັນ ແລະ ຕ້ານພະຍາດ COVID-19

15:41 | 15/09/2020

ຍສໝ - ໃນບົດກ່າວປາໄສ, ທ່ານ Josep Borrell - ຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ (ອີຢູ) ໄດ້ເນັ້ນໜັກວ່າ ເຖິງວ່າຈະກໍ່ໃຫ້ເກີດຜົນສະທ້ອນຫຼາຍຢ່າງກໍ່ຕາມ, ພະຍາດປອດອັກເສບ COVID-19 ກໍ່ຍັງແມ່ນໂອກາດເພື່ອໃຫ້ສະຫະພາບເອີຣົບ ແລະ ອາຊຽນສາມາດໄດ້ສະໜິດຕິດພັນຊຶ່ງກັນ ແລະ ກັນ.

ອ ຢ ເພ ມທະວ ການຮ ວມມ ກ ບອາຊຽນ ເພ ອຮ ບມ ປ ອງກ ນ ແລະ ຕ ານພະຍາດ covid 19 ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ຮ່ວມ​ມື​ປະ​ດິດ​ສ້າງ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ Covid – 19
ອ ຢ ເພ ມທະວ ການຮ ວມມ ກ ບອາຊຽນ ເພ ອຮ ບມ ປ ອງກ ນ ແລະ ຕ ານພະຍາດ covid 19 ອາ​ຊຽນ​ບຸ​ລິມ​ະ​ສິດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ ໂລກ​ລະ​ບາດ Covid - 19

ໃນລະຫວ່າງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ສະຫະພາບເອີຣົບ (ອີຢູ), ທ່ານ Josep Borrell - ຜູ້ຕາງໜ້າ ຂັ້ນສູງຂອງສະຫະພາບເອີຣົບ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫງົບສຸກ ໄດ້ສະເໜີວ່າ ໃຫ້ທັງສອງຝ່າຍເຮັດວຽກຊຶ່ງກັນ ແລະ ກັນເພື່ອຊອກຫາຢາວັກຊີນ ປ້ອງກັນ ແລະ ຕ້ານພະຍາດ COVID-19, ຟື້ນຟູພື້ນຖານເສດຖະກິດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຫຼາຍຝ່າຍ ແລະ ການຮ່ວມມືທົ່ວໂລກ.

ຕາມສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນ Brussels, ໃນບົດກ່າວປາໄສຂອງຕົນ, ທ່ານ Josep Borrell ເນັ້ນໜັກວ່າ ເຖິງວ່າຈະກໍ່ໃຫ້ເກີດຜົນສະທ້ອນຫຼາຍຢ່າງກໍ່ຕາມ, ພະຍາດປອດອັກເສບ COVID-19 ກໍ່ຍັງແມ່ນໂອກາດເພື່ອໃຫ້ສະຫະພາບເອີຣົບ ແລະ ອາຊຽນສາມາດໄດ້ສະໜິດຕິດພັນຊຶ່ງກັນ ແລະ ກັນ.

ອ ຢ ເພ ມທະວ ການຮ ວມມ ກ ບອາຊຽນ ເພ ອຮ ບມ ປ ອງກ ນ ແລະ ຕ ານພະຍາດ covid 19
ທ່ານ Josep Borrell - ຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ (ອີຢູ). (ພາບ: TTXVN)

ທັງສອງຝ່າຍຕ້ອງຮັບປະກັນວ່າ ລະບົບການຄ້າ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມປອດໄພຂອງສອງຝ່າຍ ແມ່ນໄດ້ຄວບຄຸມປັບປຸງໂດຍບັນດາກົດລະບຽບ ແລະ ຂໍ້ຕົກລົງສາກົນ. ທ່ານ Borrell ໄດ້ສະເໜີ ໃຫ້ບັນດາຜູ້ຊ່ຽວຊານສະຫະພາບເອີຣົບ ແລະ ອາຊຽນຕ້ອງພ້ອມກັນເບິ່ງວິທີການ ທີ່ເຮັດໃຫ້ສອງຝ່າຍສາມາດຮ່ວມມືກັນໄດ້ດີທີ່ສຸດ ໃນການຮັກສາຄວາມປອດໄພສຳຫຼັບຢາວັກຊີນ ປ້ອງກັນ ແລະ ຕ້ານພະຍາດ COVID-19. ໃນຖານະເປັນນັກລົງທືນທຳອິດໃນອາຊຽນ, ສະຫະພາບເອີຣົບ ໃຫ້ຄຳໝັ້ນສັນຍາ ທີ່ຈະສົ່ງເສີມການພົວພັນຄູ່ຮ່ວມມືເສດຖະກິດທີ່ເຂັ້ມແຂງກັບອາຊຽນ.

ຕາມທ່ານ Borell ແລ້ວ, ເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດອາຊຽນໃຫ້ເລິກເຊິ່ງກວ່າເກົ່າ, ພ້ອມທັງສ້າງສາຍພົວພັນລະຫວ່າງສອງຝ່າຍ ໃຫ້ແໜ້ນແຟ້ນກວ່າເກົ່າ, ອີຢູ ແລະ ອາຊຽນຕ້ອງມີການຮ່ວມມືກັນເພື່ອກໍ່ສ້າງກົດລະບຽບ ແລະ ມາດຕະຖານຂອງຕົນເອງ, ສືບຕໍ່ປະຕິບັດສັນຍາການຄ້າເສລີ (FTA) ອີຢູ - ສິງກະໂປ, FTA ອີຢູ - ຫວຽດນາມ. ປະຈຸບັນ, ອີຢູ ຍັງເຈລະຈາ FTA ກັບບັນດາຄູ່ຮ່ວມມືອື່ນໆໃນພາກພື້ນ.

ອ ຢ ເພ ມທະວ ການຮ ວມມ ກ ບອາຊຽນ ເພ ອຮ ບມ ປ ອງກ ນ ແລະ ຕ ານພະຍາດ covid 19 ອີຢູ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ AMM 53 ແລະ ວຽກ​ງານ​ການ​ຈັດ​ຕັ້ງ​ຂອງ​ຫວຽດ​ນາມ

ຍສໝ - ທານເອກອັກຄະລັດຖະທູດອີຢູ ປະຈຳ ອາຊຽນ ໄດ້ຢືນຢັນວ່າ, ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ຄວາມເປັນໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ໂດຍການຮັກສາການພົວພັນເປັນປະຈຳ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື.

ອ ຢ ເພ ມທະວ ການຮ ວມມ ກ ບອາຊຽນ ເພ ອຮ ບມ ປ ອງກ ນ ແລະ ຕ ານພະຍາດ covid 19 EVFTA: ເປີດອອກ “ກາລະໂອກາດຄໍາ” ໃຫ້ແກ່ຫວຽດນາມ ກ້າວເຂົ້າສູ່ລະບົບມູນຄ່າທົ່ວໂລກ

ຍສໝ - ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (ອີຢູ) - ຫວຽດນາມ (EVFTA) ເລີ່ມມີຜົນສັກສິດນັບແຕ່ວັນທີ 1 ສິງຫາ 2020. ນີ້ໄດ້ຮັບຖືວ່າແມ່ນບາດລ້ຽວລະຫວ່າງເສດຖະກິດຫວຽດນາມ ແລະເອີລົບ, ພ້ອມທັງເປີດອອກ “ກາລະໂອກາດຄໍາ” ໃຫ້ແກ່ຫວຽດນາມ ກ້າວເຂົ້າສູ່ລະບົບມູນຄ່າທົ່ວໂລກ.

ອ ຢ ເພ ມທະວ ການຮ ວມມ ກ ບອາຊຽນ ເພ ອຮ ບມ ປ ອງກ ນ ແລະ ຕ ານພະຍາດ covid 19 ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ

ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.