JETRO: ແຫຼ່ງທຶນ FDI ເຂົ້າປະເທດຫວຽດນາມ ຈະເພີ່ມຂຶ້ນ ພາຍຫຼັງ COVID-19

15:30 | 10/09/2020

ຍສໝ - ນັບແຕ່ຕົ້ນປີຈົນເຖິງປັດຈຸບັນ, ການເງິນລົງທືນຈາກຕ່າງປະເທດ (FDI) ທີ່ເຂົ້າມາໃນປະເທດຫວຽດນາມ ໄດ້ຢຸດຈຶກຍ້ອນຜົນກະທົບຂອງການລະບາດ COVID-19. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນການຢຸດຊົ່ວຄາວໃນໄລຍະສັ້ນເທົ່ານັ້ນ.

jetro ແຫ ງທ ນ fdi ເຂ າປະເທດຫວຽດນາມ ຈະເພ ມຂ ນ ພາຍຫ ງ covid 19 EVFTA ຊ່ວຍ​ດຶງ​ດູ​ດ​ແຫຼ່ງ​ເງິນ​ລົງ​ທຶນ FDI ທີ່​ມີ​ຄຸນ​ນະ​ພາບ​ສູງ​ຈາກ EU ເຂົ້າ ຫວຽດ​ນາມ
jetro ແຫ ງທ ນ fdi ເຂ າປະເທດຫວຽດນາມ ຈະເພ ມຂ ນ ພາຍຫ ງ covid 19 ຫວຽດນາມ ຈະມີໂອກາດດຶງດູດ FDI ພາຍຫຼັງໄລຍະ Covid-19

ວັນທີ 9 ກັນຍາ, ທ່ານ Takeo Nakajima - ຫົວໜ້າຜູ້ຕາງໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ ການລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມ ຈະຟື້ນຕົວໃນໄວໆນີ້ ໃນເວລາທີ່ການລະບາດຂອງພະຍາດ COVID-19 ໄດ້ຮັບການຄວບຄຸມ.

ກ່າວຄຳເຫັນທີ່ກອງປະຊຸມເຊື່ອມຕໍ່ການລົງທຶນຫວຽດນາມ - ຍີ່ປຸ່ນ, ທ່ານ Takeo Nakajima - ຫົວໜ້າຜູ້ຕາງໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ ໃຫ້ຮູ້ວ່າ, ຮອດປີ 2019 ການເງິນລົງທືນຈາກຕ່າງປະເທດ FDI ເຂົ້າຫວຽດນາມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ວິສາຫະກິດຫຼາຍແຫ່ງໃນໂລກ, ໃນນັ້ນມີວິສາຫະກິດຍີ່ປຸ່ນ ໄດ້ເພີ່ມທະວີການລົງທຶນເຂົ້າມາຫວຽດນາມ.

jetro ແຫ ງທ ນ fdi ເຂ າປະເທດຫວຽດນາມ ຈະເພ ມຂ ນ ພາຍຫ ງ covid 19
ຕ່ອງໂສ້ການຈອດຮ່າງລົດທີ່ບໍລິສັດໂຕໂຢຕາຫວຽດນາມ. (ພາບ: TTXVN)

ຕາມຂໍ້ມູນຂອງທ່ານ Nakajima ແລ້ວ, ອັດຕາສ່ວນຂອງບັນດາວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ ມີລາຍຮັບຍັງຕໍ່າເມື່ອທຽບໃສ່ກັບບັນດາປະເທດອື່ນໆໃນພາກພື້ນ. ໂດຍສະເພາະ, ມີພຽງ 5% ຂອງວິສາຫະກິດຍີ່ປຸ່ນ ທີ່ມີມູນຄ່າການຄ້າຫຼຸດລົງຫຼາຍກວ່າ 50%. ນີ້ແມ່ນຕົວເລກທີ່ຕ່ຳເມື່ອທຽບໃສ່ກັບປະເທດອື່ນໆ.

ອະທິບາຍວ່າດ້ວຍການລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ຈະຟື້ນຕົວຢ່າງໄວວາ, ທ່ານ Nakajima ກ່າວວ່າ, ສ່ວນໜຶ່ງແມ່ນຍ້ອນວ່າ ລັດຖະບານຫວຽດນາມມີນະໂຍບາຍຫຼາຍຢ່າງ ເພື່ອດຶງດູດ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ, ລວມທັງບັນດາວິສາຫະກິດຍີ່ປຸ່ນ. ຄຽງຂ້າງນັ້ນ, ທ່ານ Takeo Nakajima ໃຫ້ຮູ້ວ່າ ຫວຽດນາມໄດ້ເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA), ສັນຍາຄູ່ຮ່ວມມືເສດຖະກິດ (EPA) ແລະ ພວມເຂົ້າຮ່ວມໃນຕ່ອງໂສ້ການສະໜອງທົ່ວໂລກຢ່າງເຂັ້ມແຂງ. ສະຖາບັນການເງິນສາກົນ, ລວມທັງກອງທຶນການເງິນສາກົນ (IMF) ໄດ້ຄາດຄະເນວ່າ ໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ມີພຽງແຕ່ຫວຽດນາມເທົ່ານັ້ນ ແມ່ນປະເທດທີ່ຈະມີການເຕີບໂຕໃນທາງບວກໃນປີ 2020 ນີ້.

ທ່ານ ຫວູບາຟູ - ຜູ້ຫົວໜ້າກົມສົ່ງເສີມການຄ້າຫວຽດນາມ ຢືນຢັນວ່າ, ພາຍຫຼັງ 47 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ຍີ່ປຸ່ນຍາມໃດກໍ່ແມ່ນຄູ່ຮ່ວມມືລົງທຶນທີ່ສຳຄັນຂອງຫວຽດນາມ. ໃນຊຸມປີມໍ່ໆມານີ້, ກະແສການລົງທຶນຂອງຍີ່ປຸ່ນຢູ່ຫວຽດນາມ ໄດ້ເພີ່ມຂື້ນຢ່າງຕໍ່ເນື່ອງທັງດ້ານຈຳນວນວິສາຫະກິດ ແລະ ທຶນຮອນ.

ຕາມທ່ານ ຫວູບາຟູ ແລ້ວ, ປີ 2018, ປະເທດຍີ່ປຸ່ນ ໄດ້ນຳໜ້າບັນດາປະເທດໃນໂລກ ໃນການລົງທຶນເຂົ້າຫວຽດນາມ ດ້ວຍມູນຄ່າ 8,59 ຕື້ USD, ກວມເອົາ 24,2% ຂອງຍອດຈຳນວນເງິນລົງທຶນທັງໝົດ ໃນຈຳນວນ 112 ປະເທດ ແລະ ເຂດແຂ້ວນທີ່ມີໂຄງການລົງທຶນຢູ່ຫວຽດນາມ. ຮອດທ້າຍປີ 2019, ມີວິສາຫະກິດຍີ່ປຸ່ນ ຈຳນວນກວ່າ 2000 ແຫ່ງ ໄດ້ມາລົງທຶນຢູ່ຫວຽດນາມ ແລະ ກະແສການລົງທຶນໂດຍກົງຂອງຍີ່ປຸ່ນສືບຕໍ່ເພີ່ມຂຶ້ນຢ່າງແຮງ.

jetro ແຫ ງທ ນ fdi ເຂ າປະເທດຫວຽດນາມ ຈະເພ ມຂ ນ ພາຍຫ ງ covid 19 ຍີ່ປຸ່ນ ຊ່ວຍເຫລືອຫຼ້າ ຈໍານວນເງິນ 2 ຕື້ເຢນ ໃຫ້ແກ່ ຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ Yamada Takio ໃຫ້ຮູ້ວ່າ: ລັດຖະບານຍີ່ປຸ່ນຕີລາຄາສູງບົດບາດຂອງກະຊວງສາທາລະນະສຸກຫວຽດນາມໃນການປ້ອງກັນ ແລະຄວບຄຸມການລະບາດຂອງ COVID-19 ຢ່າງ ສຳເລັດຜົນຢູ່ຫວຽດນາມໃນຂະນະສະພາບການໂລກລະບາດກຳລັງແຜ່ລະບາດຢ່າງຮ້າຍແຮງ.

jetro ແຫ ງທ ນ fdi ເຂ າປະເທດຫວຽດນາມ ຈະເພ ມຂ ນ ພາຍຫ ງ covid 19 ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດກ້ວາງທີ່ສຸດໃນໂລກ

ຍ​ສ​ໝ - ບົດຂຽນຊີ້ແຈ້ງວ່າການ​ພົວ​ພັນ​ດ້ານການຄ້າສາກົນ ແລະ FDI ໃນ 30 ປີທີ່ຜ່ານມາໄດ້ຊ່ວຍໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດກວ້າງທີ່ສຸດໃນໂລກ. ຢູ່ອາຊີ, ຫວຽດນາມຢືນອັນດັບທີ 2 ໃນເຂດບໍລິຫານພິເສດຮົງກົງ (ຈີນ), ສິງກະໂປ. ກະແສການລົງທືນ FDI ປະຈຳປີຂອງຫວຽດນາມແມ່ນເທົ່າກັບ 6,3% ຂອງ GDP, ເປັນອັນດັບທີ 4 ຂອງອາຊີຕາເວັນອອກສ່ຽງໃຕ້.

jetro ແຫ ງທ ນ fdi ເຂ າປະເທດຫວຽດນາມ ຈະເພ ມຂ ນ ພາຍຫ ງ covid 19 ຫວຽດນາມ “ດຶງດູດການລົງທືນ” ເກືອບ 14 ຕື້ ໂດລາສະຫະລັດ ໃນ 5 ເດືອນ

ຍສໝ - ຂໍ້ມູນຈາກກະຊວງແຜນການ ແລະ ການລົງທືນ ສະແດງໃຫ້ເຫັນວ່າ, ໃນ 5 ເດືອນຕົ້ນປີ 2020, ນັກລົງທືນຕ່າງປະເທດໄດ້ລົງທືນເຂົ້າໃນ ຫວຽດນາມ ເກືອບ 14 ຕື້ໂດລາສະຫະລັດ, ໃນນັ້ນ, ສະເພາະເດືອນພຶດສະພາ ປີ 2020 ຫວຽດນາມດຶງດູດກວ່າ 1,5 ຕື້ໂດລາສະຫະລັດ. ການລົງທືນໂດຍກົງຂອງຕ່າງປະເທດ ປະຕິບັດ ໃນ 5 ...

ຄຳຮຸ່ງ

302 Found

Found

The document has moved here.