ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3% | |
ເສດຖະກິດຫວຽດນາມໃນປີ 2022 ສະແດງໃຫ້ເຫັນຄວາມສາມາດຮັກສາສະຖຽນລະພາບ ແລະ ພັດທະນາໃນສະພາບວິກິດການ |
ທ່ານ ປະລິນຍາເອກ ຊາວເຢຍລະມັນ Rainer Zitelmann ຢືນຢັນວ່າ ຫວຽດນາມ ມີກາລະໂອກາດກາຍເປັນໜຶ່ງໃນບັນດາປະເທດມະຫາອຳນາດເສດຖະກິດແຖວໜ້າ.
ທ່ານຕີລາຄາແນວໃດກ່ຽວກັບອັດຕາການເຕີບໂຕຂອງເສດຖະກິດຫວຽດນາມ 8% ໃນປີ 2022? ຫວຽດນາມຈະຮັກສາອັດຕາການເຕີບໂຕດັ່ງກ່າວໃນປີນີ້ໄດ້ບໍ່?
ຂ້າພະເຈົ້າບໍ່ສາມາດຄາດຄະເນໃນໄລຍະສັ້ນ, ແຕ່ຂ້າພະເຈົ້າເຊື່ອວ່າ ຫວຽດນາມ ມີໂອກາດກາຍເປັນມະຫາອຳນາດເສດຖະກິດແຖວໜ້າໃນໂລກ. ເງື່ອນໄຂເບື້ອງຕົ້ນເພື່ອໄດ້ຮັບຜົນສຳເລັດນີ້ ແມ່ນພື້ນຖານເສດຖະກິດສືບຕໍ່ໄປຕາມເສັ້ນທາງຂອງເສດຖະກິດການຕະຫຼາດ.
ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ດ້ວຍພື້ນຖານເສດຖະກິດຟົດຟື້ນ, ສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ບັນດາຜູ້ອອກແຮງງານ ແລະ ນັກທຸລະກິດໃນທົ່ວໂລກ.
![]() |
ທ່ານ ປະລິນຍາເອກ ຊາວເຢຍລະມັນ Rainer Zitelmann |
ຈາກປະເທດທີ່ບໍ່ສາມາດຜະລິດເຂົ້າຢ່າງພຽງພໍ ເພື່ອສະໜອງໃຫ້ປະຊາຊົນກ່ອນເມື່ອເລີ່ມຕົ້ນປະຕິຮູບຕະຫຼາດ, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກເຂົ້າໃຫຍ່ອັນດັບໜຶ່ງຂອງໂລກ ແລະ ຍັງເປັນປະເທດສົ່ງອອກເຄື່ອງເອເລັກໂຕຣນິກທີ່ສຳຄັນ.
ຕາມຄວາມຄິດເຫັນຂອງທ່ານແລ້ວ, ເສດຖະກິດຫວຽດນາມ ຈະປະສົບກັບສິ່ງທ້າທາຍໃດແດ່ໃນປີນີ້?
ຫວຽດນາມ ຄວນເອົາໃຈໃສ່ຈາກອັນດັບດັດຊະນີເສລີພາບທາງເສດຖະກິດປີ 2023 ທີ່ຄົ້ນຄວ້າໂດຍກອງທຶນມໍລະດົກ (Heritage Foundation).
ການເພີ່ມທະວີອຳນາດກົດໝາຍແມ່ນສິ່ງທ້າທາຍທີ່ສຳຄັນຂອງຫວຽດນາມ. ນອກນີ້, ການຊຸກຍູ້ວິສາຫະກິດພາກລັດຫັນເປັນເອກະຊົນ ກໍ່ມີຄວາມສຳຄັນຫຼາຍ. ອັດຕາສ່ວນ ວິສາຫະກິດພາກລັດຫວຽດນາມ ຍັງສູງເກີນໄປ.
ນັກຊ່ຽວຊານຫຼາຍທ່ານຖືວ່າ: ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເລັ່ງລະດັບຄວາມໄວໃນໄລຍະຈະມາເຖິງ. ທ່ານມີຂໍ້ສັງເກດຄືແນວໃດ?
ຂ້າພະເຈົ້າ ໄດ້ຕົກລົງເຫັນດີກັບທັດສະນະຂ້າງເທິງ. FDI ລົງທຶນເຂົ້າຫວຽດນາມຈະເພີ່ມຂຶ້ນຫຼາຍໃນໄລຍະຈະມາເຖິງ. ນັບມື້ນັບມີວິສາຫະກິດໃນທົ່ວໂລກໄດ້ຮັບຮູ້ວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ບໍ່ພຽງແຕ່ຍ້ອນຄ່າແຮງງານຕ່ຳເທົ່ານັ້ນ.
ທ່ານຄາດຄະເນສະພາບການເສດຖະກິດຫວຽດນາມ ໃນປີ 2023 ແລະ ຊຸມປີຕໍ່ໄປຄືແນວໃດ?
ຂ້າພະເຈົ້າ ມີແງ່ຫວັງທີ່ສຸດກ່ຽວກັບສະພາບເສດຖະກິດຫວຽດນາມ. ສິ່ງທີ່ສຳຄັນທີ່ສຸດ ແມ່ນປະເທດນີ້ບໍ່ຄວນລືມວ່າ ຄວາມສຳເລັດທາງດ້ານເສດຖະກິດ ແມ່ນໝາກຜົນຂອງນະໂຍບາຍ “ລັດໜ້ອຍ, ຕະຫຼາດຫຼາຍ”.
ຖ້າ ຫວຽດນາມ ປະຕິບັດການປະຕິຮູບຕະຫຼາດເສລີຕື່ມອີກ, ຫຼຸດຜ່ອນຜົນສະທ້ອນຂອງລັດ ແລະ ການສໍ້ລາດບັງຫຼວງ, ເສີມຂະຫຍາຍອຳນາດກົດໝາຍນັ້ນ ຄວາມສາມາດບົ່ມຊ້ອນແມ່ນຈະບໍ່ມີຂີດຈຳກັດ.

ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ເສດຖະກິດຫວຽດນາມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ຈາກບັນດານັກຊ່ຽວຊານສາກົນ

ເສດຖະກິດຫວຽດນາມໃນປີ 2022 ສະແດງໃຫ້ເຫັນຄວາມສາມາດຮັກສາສະຖຽນລະພາບ ແລະ ພັດທະນາໃນສະພາບວິກິດການ

ບັນດາຜູ້ຊ່ຽວຊານອົດສະຕາລີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ
ທ່ານອາດຈະມັກ

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD 2023

ການສົ່ງອອກສິນໃນນໍ້າຂອງຫວຽດນາມ ຈະບັນລຸ 11 ຕື້ USD

ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ

ການເຕີບໂຕ GDP ປີ 2022 ຂອງ ຫວຽດນາມ ບັນລຸກວ່າ 8%, ສູງສຸດໃນຮອບເວລາ 12 ປີຜ່ານມາ

ສະມາຄົມອາຊີບຫາປາ ຫວຽດນາມ ຮ່ວມເດີນທາງພ້ອມກັບ ຊາວປະມົງເພື່ອແກ້ໄຂບັດເຫຼືອງ ຂອງ EC ໂດຍໄວ
