ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 220 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດ

10:10 | 24/09/2020

ຍສໝ - ວັນທີ 22 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຫລາຍກວ່າ 220 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ນຳສ ງພ ນລະເມ ອງຫວຽດນາມ ຫລາຍກວ າ 220 ຄ ນຈາກປະເທດຍ ປ ນ ກ ບຄ ນປະເທດ ຜູ້ແທນລັດຖະສະພາບຣູໄນ: ປະເທດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໄດ້ສຳເລັດຜົນດຳລົງຕຳແໜ່ງ ປະທານ AIPA
ນຳສ ງພ ນລະເມ ອງຫວຽດນາມ ຫລາຍກວ າ 220 ຄ ນຈາກປະເທດຍ ປ ນ ກ ບຄ ນປະເທດ CNN: “ປະເທດຫວຽດນາມ ປະຕິບັດຮັກສາໄວ້ອັດຕາການເສຍຊີວິດຍ້ອນພະຍາດ COVID-19 ໄດ້ເປັນຕົວເລກ 0 ຄືແນວໃດ?”

ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສ ງພ ນລະເມ ອງຫວຽດນາມ ຫລາຍກວ າ 220 ຄ ນຈາກປະເທດຍ ປ ນ ກ ບຄ ນປະເທດ
ປະເທດຫວຽດນາມ ໄດ້ນຳສົ່ງພົນລະເມືອງຫລາຍກວ່າ 220 ຄົນຈາກປະເທດຍີ່ປຸ່ນ ກັບຄືນບ້ານ. (ພາບ: TTXVN)

ຕໍ່ໜ້າສະພາບການລະບາດ ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຮອດສະໜາມບິນ. ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນ Vietjet ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ Vietjet ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ດ່ານັງ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ນຳສ ງພ ນລະເມ ອງຫວຽດນາມ ຫລາຍກວ າ 220 ຄ ນຈາກປະເທດຍ ປ ນ ກ ບຄ ນປະເທດ ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ

ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Armenia Vahram Kazhoyan ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ທີ່ໄດ້ສະໜັບສະໜູນ ດ້ວຍຈຳນວນເງິນ 5.000 ໂດລະສະຫະລັດ ໃຫ້ແກ່ອາກເມນີ ເພື່ອປ້ອງກັນການລະບາດຂອງ COVID-19.

ນຳສ ງພ ນລະເມ ອງຫວຽດນາມ ຫລາຍກວ າ 220 ຄ ນຈາກປະເທດຍ ປ ນ ກ ບຄ ນປະເທດ ຫວຽດນາມ ໄດ້ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 220 ຄົນ ຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 5 ສິງຫາ, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນ VietJet ໄດ້ປະສານສົມທົບ ກັບອົງການທີ່ມີໜ້າທີ່ຍີ່ປຸ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນຫຼາຍກວ່າ 220 ຄົນຈາກຍີ່ປຸ່ນ ກັບຄືນຫວຽດນາມກັບຄືນປອດໄພ.

ນຳສ ງພ ນລະເມ ອງຫວຽດນາມ ຫລາຍກວ າ 220 ຄ ນຈາກປະເທດຍ ປ ນ ກ ບຄ ນປະເທດ ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ

ຍສໝ - ໃນວັນທີ 16 ພຶດສະພາ ສະຫລຸບການປະຊຸມຄະນະກຳມະການປະຈຳລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ກ່າວວ່າ ປະເທດຫວຽດນາມບໍ່ມີການຕິດເຊື້ອພະຍາດ ​COVID -19 ຢູ່ໃນຊຸມຊົນ. ແຕ່ວ່າ, ຄວນຍົກສູງສະຕິລະວັງຕົວ ໃນເມື່ອທີ່ພະຍາດຍັງມີການລະຍາດ ໃນຫຼາຍປະເທດ ແລະ ຍັງບໍ່ມີຢາວັກຊີນ, ຢາປິ່ນປົວສະເພາະ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.