ງານພົບປະສ້າງສັນ ມິດຕະພາບ ສະແດງເຖິງຄວາມມີຊີວິດຊີວາ ຂອງນ້ຳໃຈປະຊາຊົນຊາວຫວຽດນາມ - ອິນເດຍໃນໄລຍະແຫ່ງຄວາມສະຫງົບສຸກ

11:58 | 16/08/2019

ຍສໝ - ທີ່ກອງປະຊຸມພົບປະມິດຕະພາບ ໃນຂອບເຂດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10, ບັນດາຜູ້ແທນໄດ້ທົບທວນຄືນ ໝາກຜົນຂອງການເຄື່ອນໄຫວກ່ອນໜ້ານີ້ ແລະ ກຳນົດທິດທາງໃນການຈັດຕັ້ງປະຕິບັດຕໍ່ໜ້າຢ່າງມີປະສິດທິຜົນກວ່າອີກ, ມີການແຜ່ຂະຫຍາຍ, ປະກອບສ່ວນເຂົ້າໃນການຮັດ ແໜ້ນ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ.

ງານພົບປະສ້າງສັນ ມິດຕະພາບ ສະແດງເຖິງຄວາມມີຊີວິດຊີວາ ຂອງນ້ຳໃຈປະຊາຊົນຊາວຫວຽດນາມ - ອິນເດຍໃນໄລຍະແຫ່ງຄວາມສະຫງົບສຸກ

ປະທານ VUFO ທ່ານ ຫງວ໋ຽນ ເຟືອງ ງາ ກ່າວຄຳເຫັນທີ່ກອງປະຊຸມ.

ກອງປະຊຸມສຳມະນາ ໄດ້ດຳເນີນໄປໃນຕອນບ່າຍວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ໂດຍການປະສານສົມທົບກັບສະຫະພັນອົງການມິດຕະພາບຫວຽດນາມ (VUFO), ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ແລະບັນດາອົງການສັນຕິພາບ ແລະ ສາມັກຄີອິນເດຍ (AIPSO).

ກ່າວຄຳເຫັນ ທີ່ກອງປະຊຸມພົບປະຄັ້ງນີ້, ປະທານ VUFO ທ່ານ ຫງວ໋ຽນ ເຟືອງ ງາ ເນັ້ນໜັກວ່າ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ຫວຽດນາມແລະອິນເດຍ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຈາກ ການນຳຫຼາຍຮຸ່ນຄົນ, ພິເສດແມ່ນປະທານ ໂຮ່ ຈີ ມິນ ແລະນາຍົກລັດຖະມົນຕີ Nehru ແລະ ປະຊາຊົນຂອງສອງປະເທດ. ປະທານ VUFO ໄດ້ຕີລາຄາສູງຄວາມໝາຍ ຂອງບັນດາລາຍການຕ່າງໆເຊັ່ນ: ງານມະໂຫລານມິດຕະພາບຫວຽດນາມ - ອິນເດຍ, ເພາະວ່າການພົບປະແລກປ່ຽນປະຊາຊົນ ແລະ ແລກປ່ຽນວັດທະນະທຳ ແມ່ນຂົວເຊື່ອມຕໍ່ສຳຄັນຂອງສອງປະເທດ.

“ ຜ່ານ 12 ປີ, ມາຮອດປະຈຸບັນ ໄດ້ມີງານບຸນມະໂຫລານ ທີ່ເປັນມິດກັບປະຊາຊົນຖຶກຈັດຂຶ້ນຢູ່ຫວຽດນາມແລະອິນເດຍ ເຖິງ 10 ຄັ້ງ, ແຕ່ລະຄັ້ງຂອງງານບຸນມະໂຫລານມີຄວາມເປັນເອກະລັກສະເພາະ ແລະ ເປັນເຄື່ອງໝາຍສະເພາະ, ແລະ ລ້ວນແຕ່ມີຄວາມເປັນເອກະພາບກັນ ຄືສາມາດຕອບສະໜອງຈຸດປະສົງກໍ່ຄືເປົ້າໝາຍ, ປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບຫວຽດນາມ - ອິນເດຍ,”. ທ່ານນາງ ຫງວ໋ຽນ ຖິ ເຟືອງ ງາ ເນັ້ນໜັກ.

ເມື່ອຫວນລະນຶກເຖິງງານບຸນມະໂຫລານຄັ້ງທຳອິດ ໃນເດືອນກັນຍາປີ 2007, ທ່ານ ຮ່າ ມິນ ເຫ້ວ, ຮອງປະທານຜູ້ຮັບຜິດຊອບ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ໄດ້ແບ່ງປັນຄວາມປະທັບໃຈ ແລະ ຄວາມອົບອຸ່ນທີ່ບໍ່ສາມາດລືມໄດ້ ຂອງປະຊາຊົນອິນເດຍມີໃຫ້ແກ່ປະຊາຊົນຫວຽດນາມ. ຊາວອິນເດຍ ຫຼາຍກວ່າ 10.000 ຄົນ ໄດ້ໃຫ້ການຕ້ອນຮັບແຂກພິເສດ ຄືອາດີດ ຮອງປະທານ, ປະທານກອງທຶນສັນຕິພາບ ແລະ ພັດທະນາ ທ່ານນາງ ຫງວ໋ຽນ ຖິ ບິ່ງ. ໃນຖະໜົນທົ່ວທຸກຫົນແຫ່ງ ທີ່ຄະນະຜູ້ແທນຫວຽດນາມ ໄດ້ຜ່ານ, ອຳນາດການປົກຄອງ, ປະຊາຊົນຊາວອິນເດຍທຸກຊັ້ນຄົນໄດ້ຮ້ອງໂຮຄຳຂວັນ: "ອາມານາມ, ຕໍມານາມ, ຫວຽດນາມ, ຫວຽດນາມ" (ຊື່ເຈົ້າ, ຊື່ຂ້ອຍແມ່ນຫວຽດນາມ).

ທ່ານຮອງປະທານ ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ກ່າວເນັ້ນໜັກວ່າ:“ ຮູບພາບດັ່ງກ່າວຄວາມຊົງຈຳກັບຄືນມາ ກ່ຽວກັບການຊ່ວຍເຫຼືອຍູ້ໜູນຢ່າງສຸດຈິດສຸດໃຈ ທີ່ອິນເດຍ ມອບໃຫ້ຫວຽດນາມ ໃນຊຸມປີແຫ່ງສົງຄາມອັນຮຸນແຮງ. ລາຍການງານບຸນມະໂຫລານມິດຕະພາບ 10 ຄັ້ງນີ້ ສະແດງໃຫ້ເຫັນເຖິງນ້ຳໃຈອັນສະເໝີຕົ້ນສະເໝີປາຍ ແລະ ຢ່າງສຸດຈິດສຸດໃຈ ຂອງປະຊາຊົນຫວຽດນາມ - ອິນເດຍໃນໄລຍະແຫ່ງຄວາມສະຫງົບສຸກ.

ທ່ານຮອງປະທານຍັງໄດ້ໃຫ້ຮູ້ວ່າ:“ ງານບຸນມະໂຫລານທີ່ດຳເນີນ ເປັນປະຈຳໄດ້ປະກອບສ່ວນສຳຄັນເຂົ້າໃນຫັນປ່ຽນການຈັດຕັ້ງປະຕິບັດ ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ”, ແລະເນັ້ນໜັກ ວ່ານີ້ແມ່ນກິດຈະກຳ ໄດ້ຮັບການສ້າງເງື່ອນໄຂ ແລະ ເຫັນສຳຄັນຈາກພັກ -ລັດໃນການຈັດຕັ້ງ.

ງານພົບປະສ້າງສັນ ມິດຕະພາບ ສະແດງເຖິງຄວາມມີຊີວິດຊີວາ ຂອງນ້ຳໃຈປະຊາຊົນຊາວຫວຽດນາມ - ອິນເດຍໃນໄລຍະແຫ່ງຄວາມສະຫງົບສຸກ

ທ່ານ Pallab Sengupta, ເລຂາທິການໃຫຍ່ຂອງ AIPSO ກ່າວຄຳເຫັນທີ່ກອງປະຊຸມ.

ຕີລາຄາບົດບາດ ແລະ ຄວາມໝາຍ ຂອງງານບຸນມະໂຫລານມິດຕະພາບ ປະຊາຊົນຫວຽດນາມ - ອິນເດຍ, ທ່ານ Pallab Sengupta, ກຳມະການກົມການເມືອງພັກກອມມູນິດອິນເດຍ, ເລຂາທິການໃຫຍ່ AIPSO ໃຫ້ຮູ້ວ່າ: ການພົບປະແລກປ່ຽນປະຊາຊົນ ມີຄວາມສຳຄັນໃນການຊຸກຍູ້ການພົວພັນຫວຽດນາມ - ອິນເດຍ. ທ່ານເນັ້ນໜັກວ່າ: ມີພຽງແຕ່ຄວາມເປັນມິດຕະພາບ ຈິ່ງສາມາດຊ່ວຍໃຫ້ສອງປະເທດຮ່ວມກັນແກ້ໄຂບັນດາສິ່ງທ້າທາຍອັນດຽວກັນໃນສະພາບການປະຈຸບັນ, ເມື່ອໂລກມີການປ່ຽນແປງທີ່ສັບສົນ ແລະ ຢາກທີ່ຈະຄາດຄະເນໄດ້.

ຕາມທ່ານ Sengupta, ບັນດາການເຄື່ອນໄຫວຕ່າງໆເຊັ່ນ: ງານບຸນມະໂຫລານມິດຕະພາບ ມີບົດບາດສຳ ຄັນໃນການເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ລະຫວ່າງ ສອງປະເທດ, ລາຍການທີ່ຄວນຈະໄດ້ຮັບການຈັດຕັ້ງເປັນປະຈຳ, ເພື່ອສ້າງໂອກາດໃຫ້ແກ່ສອງຝ່າຍ ເພີ່ມທະວີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ, ນຳ້ໃຈສາມັກຄີ...

ງານພົບປະສ້າງສັນ ມິດຕະພາບ ສະແດງເຖິງຄວາມມີຊີວິດຊີວາ ຂອງນ້ຳໃຈປະຊາຊົນຊາວຫວຽດນາມ - ອິນເດຍໃນໄລຍະແຫ່ງຄວາມສະຫງົບສຸກ

ບັນດາຜູ້ແທນຂອງປະເທດອິນເດຍໄດ້ຮັບໃບຍ້ອງຍໍແລະກຽດຕິຍົດ“ ເພື່ອສັນຕິພາບແລະມິດຕະພາບລະຫວ່າງປະຊາຊົນ”.

ເນື່ອງໃນໂອກາດນີ້, ທ່ານປະທານ VUFO ກໍ່ໄດ້ມອບໃບຍ້ອງຍໍ ແລະ ກຽດຕິຍົດ “ ເພື່ອສັນຕິພາບ ແລະ ມິດຕະພາບ ລະຫວ່າງປະຊາຊົນ” ໃຫ້ບຸກຄົນຈຳນວນ 04 ສະຫາຍ, ທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ສາຍພົວພັນມິດຕະພາບຫວຽດນາມ - ອິນເດຍ. ເຊິ່ງປະກອບມີ: ທ່ານ Pallab Sengupta, ທ່ານ Rupanagunta Arun Kumar, ທ່ານ Harchand Singh ແລະທ່ານ Chamarthi Sadasiva.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.