ການປະຊຸມທາງ​ອອນ​ລາຍ ຂອງຜູ້ບັນຊາການກຳລັງປ້ອງກັນປະເທດໃນພາກພື້ນອິນເດຍ - ປາຊີຟິກ

14:44 | 26/08/2020

ຍ​ສ​ໝ - ດ້ວຍການເຂົ້າຮ່ວມຂອງ 29 ປະເທດໃນພາກພື້ນ, 3 ຫົວຂໍ້ໃຫຍ່ໄດ້ຮັບການປຶກສາຫາລືແມ່ນ: “ຄວາມສຳຄັນ ແລະ ຜົນກະທົບຂອງ COVID-19 ແລະ ໄພນາບຂູ່ດ້ານສຸຂະພາບຂ້າມຊາດ ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ” "ຄວາມໝາຍ ແລະ ຜົນກະທົບຂອງເຕັກໂນໂລຢີໂທ​ລະ​ຄົມ​ມະ​ນາ​ຄົມ 5G ຕໍ່ຄວາມໝັ້ນຄົງແຫ່ງຊາດ" ແລະ "ບົດບາດຂອງລັດທິຫຼາຍຝ່າຍໃນການສົ່ງເສີມອິນເດຍ - ປາຊີຟິກເສລີ ແລະ ເປີດ​ກ້​ວາງ".

ການປະຊ ມທາງ ອອນ ລາຍ ຂອງຜ ບ ນຊາການກຳລ ງປ ອງກ ນປະເທດໃນພາກພ ນອ ນເດຍ ປາຊ ຟ ກ Stimson Center: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງປະເທດອາເມລິກາ ໃນພາກພື້ນອາຊີ - ປາຊີຟິກ
ການປະຊ ມທາງ ອອນ ລາຍ ຂອງຜ ບ ນຊາການກຳລ ງປ ອງກ ນປະເທດໃນພາກພ ນອ ນເດຍ ປາຊ ຟ ກ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ສຳຫຼັບການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ
ການປະຊ ມທາງ ອອນ ລາຍ ຂອງຜ ບ ນຊາການກຳລ ງປ ອງກ ນປະເທດໃນພາກພ ນອ ນເດຍ ປາຊ ຟ ກ
ກອງປະຊຸມທາງ​ອອນ​ລາຍການ ປ້ອງກັນປະເທດພາກພື້ນອິນເດຍ - ປາຊີຟິກຄັ້ງທີ 23 (ພາບ: qdnd.vn)

ໂດຍໄດ້​ຮັບຄຳເຊື້ອເຊີນຂອງທ່ານພົນເຮືອເອກ Philip S. David, ຜູ້ບັນຊາການກອງບັນຊາການອິນເດຍ - ປາຊີຟິກອາເມລິກາ ແລະ ທ່ານ ພົ​ນ​ເຮືອໂທ Viliame Naupoto, ຜູ້ບັນຊາການກຳລັງປ້ອງກັນປະເທດ ຟີຢີ, ວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ເລ​ຮຸຍ​ວິງ, ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ, ເຂົ້າຮ່ວມກອງປະຊຸມທາງ​ອອນ​ລາຍການ ປ້ອງກັນປະເທດພາກພື້ນອິນເດຍ - ປາຊີຟິກຄັ້ງທີ 23 ດ້ວຍຫົວຂໍ້ວ່າ “ສົ່ງເສີມພາກພື້ນອິນເດຍເສ​ລີ ແລະ ເປີດກ້​ວາງ”.

ດ້ວຍການເຂົ້າຮ່ວມຂອງ 29 ປະເທດໃນພາກພື້ນ, 3 ຫົວຂໍ້ໃຫຍ່ໄດ້ຮັບການປຶກສາຫາລືແມ່ນ: “ຄວາມສຳຄັນ ແລະຜົນກະທົບຂອງ COVID-19 ແລະໄພນາບຂູ່ດ້ານສຸຂະພາບຂ້າມຊາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ” "ຄວາມໝາຍ ແລະຜົນກະທົບຂອງເຕັກໂນໂລຢີໂທ​ລະ​ຄົມ​ມະ​ນາ​ຄົມ 5G ຕໍ່ຄວາມໝັ້ນຄົງແຫ່ງຊາດ" ແລະ "ບົດບາດຂອງລັດທິຫຼາຍຝ່າຍໃນການສົ່ງເສີມອິນເດຍ - ປາຊີຟິກເສລີ ແລະ ເປີດ​ກ້​ວາງ". ການເຂົ້າຮ່ວມຂອງຫວຽດນາມທີ່ກອງປະຊຸມສືບຕໍ່ປະກອບສ່ວນເຂົ້າໃນການຜັ​ນ​ຂະ​ຫຍາຍນະໂຍບາຍຫັນການຕ່າງປະເທດເປັ​ນຫຼາຍຝ່າຍຂອງພັກ ແລະລັດ, ສະແດງໃຫ້ເຫັນບົດບາດແລະຄວາມຮັບຜິດຊອບຂອງຫວຽດນາມສຳລັບບັນດາບັນຫາພາກພື້ນ.

ຢູ່ນອກກອງປະຊຸມ, ທ່ານພົນຕີ ເລ​ຮຸຍ​ວິງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານພັນ​ເອກ Colonel Thomas Stevenson, ທູດ​ການປ້ອງກັນປະເທດອາເມລິກາຢູ່ຫວຽດນາມ. ກ່າວຄຳເຫັນທີ່ການ​ພົບ​ປະ, ທ່ານພົນຕີເລ​ຮຸຍ​ວິງ ສະເໜີ ວ່າໃນໄລຍະຈະມາເຖິງ, ກອງທັບອາເມລິກາແລະຫວຽດນາມຈະສືບຕໍ່ຊຸກຍູ້ການຮ່ວມມືບົນພື້ນຖານຄວາມສະ ເໝີ ພາບ, ເຄົາລົບເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພື້ນທີ່.

ການປະຊ ມທາງ ອອນ ລາຍ ຂອງຜ ບ ນຊາການກຳລ ງປ ອງກ ນປະເທດໃນພາກພ ນອ ນເດຍ ປາຊ ຟ ກ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ

ຍສໝ - ຫວຽດນາມ ແມ່ນ​ຂົວຕໍ່ສຳຄັນລະຫວ່າງ ອາເມລິກາ ກັບ ອາຊຽນ, ເປີດບັນດາຮູບການເຂົ້າຮ່ວມໃນການພັດທະນາ, ບັນດາບັນຫາເສດຖະກິດ ແລະ ສິ່ງແວດລ້ອມໃຫ້ພາກພື້ນ.

ການປະຊ ມທາງ ອອນ ລາຍ ຂອງຜ ບ ນຊາການກຳລ ງປ ອງກ ນປະເທດໃນພາກພ ນອ ນເດຍ ປາຊ ຟ ກ ການນຳຫວຽດນາມ ສົ່ງສານອວຍພອນໄປຍັງການ​ນຳ ​ອາ​ເມ​ລິກ​າ

ຍ​ສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.

ການປະຊ ມທາງ ອອນ ລາຍ ຂອງຜ ບ ນຊາການກຳລ ງປ ອງກ ນປະເທດໃນພາກພ ນອ ນເດຍ ປາຊ ຟ ກ ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ - ກ​ານ​ລົງ​ທຶນ​ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ໄລ​ຍະ 25 ປີ​ທີ່​ຜ່ານ​ມາ

ຍ​ສໝ - ທ່ານ ​ຮ່າ​ກິມງອກ​ ເນັ້ນ​ໜັກ​ວ່າ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລ​ິ​ກາ, ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໜຶ່ງ​ໃນ​ບັນ​ດາ​ບ​ຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ​ແມ່ນ​ຮັບ​ປະ​ກັນ​ທ່າ​ອ່ຽງ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຮ່ວມມ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ, ໜູນ​ຊ່ວຍ​ຕັ້ງ​ໜ້າ​ໃຫ້​ແກ່​ວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ທັງ​ສອງ​ປະ​ເທດ​ພາຍຫຼັງ ໂລກ​ລະ​ບາດ Covid – 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.