ໄຂງານສະຫຼອງຮ່ວມມ່ວນຊື່ນມິດຕະພາບ ປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10

09:03 | 15/08/2019

ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ຢູ່ແຂວງນິງບິ່ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ສາມັກຄີທົ່ວປະເທດອິນເດຍ ໄດ້ສົມທົບກັນຈັດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10.

ກ່າວຄຳປາໄສໃນພິທີໄຂ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ເນັ້ນໜັກເຖິງການເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບອິນເດຍວ່າ ຍາມໃດກໍ່ແມ່ນຄວາມຕັດສິນໃຈ ແລະ ແມ່ນບຸລິມະສິດແຖວໜ້າຂອງຫວຽດນາມ. ບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບໄດ້ຮັບການເພີ່ມທະວີລະຫວ່າງບັນດາອົງການຈັດຕັ້ງມະຫາຊົນ 2 ປະເທດ, ອັນໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດ.

ໄຂງານສະຫຼອງຮ່ວມມ່ວນຊື່ນມິດຕະພາບ ປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10

ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ກ່າວຄຳປາໄສໃນພິທີໄຂ. (ພາບ: thoidai.com.vn)

ທ່ານນາງ ຫງວຽນເຟືອງງາ, ກ່າວວ່າ ງານພົວພັນແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳແມ່ນມີຄວາມໝາຍສຳຄັນພິເສດ, ໂດຍສະເພາະແມ່ນໃນສະພາບການສາກົນ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ, ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ເຊິ່ງບໍ່ມີປະເທດໃດ ເຖິງວ່າຈະໃຫຍ່ ຫຼື ນ້ອຍກໍ່ຕາມ ກໍ່ບໍ່ສາມາດແກ້ໄຂໂດຍຕົນເອງໄດ້.

ໄຂງານສະຫຼອງຮ່ວມມ່ວນຊື່ນມິດຕະພາບ ປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10

ຜູ້ຕາງໜ້າ ຂອງສອງປະເທດໄດ້ມອບຂອງຂວັນມິດຕະພາບ. (ພາບ: thoidai.com.vn)

ດ້ວຍຫົວຂໍ້ “ສາມັກຄີ, ມິດຕະພາບ, ພັດທະນາ”, ການຈັດງານມະໂຫລານລະຫວ່າງປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10 ນີ້ແມ່ນໂອກາດໃນການຮຽນຮູ້ ແລະ ແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດ ເພື່ອໃຫ້ປະຊາຊົນຢູ່ບັນດາທ້ອງຖິ່ນຂອງ 2 ປະເທດໄດ້ສືບຕໍ່ຮຽງບ່າຮຽງໄຫຼ່, ພ້ອມກັນສ້າງນ້ຳໃຈສາມັກຄີມິດຕະພາບຫວຽດນາມ - ອິນເດຍ ໃຫ້ໝັ້ນຄົງແໜ້ນແຟ້ນຕະຫຼອດໄປ”.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.