ເປີດກວ້າງເສັ້ນທາງເດີນລົດສາກົນ ດ້ຽນບຽນ-ພາກເໜືອລາວ

00:54 | 15/05/2019

ຍສໝ - ປະຈຸບັນແຂວງດ້ຽນບຽນ ມີເສັ້ນທາງການເດີນລົດສາກົນ, ນັ້ນແມ່ນເສັ້ນທາງການຂົນສົ່ງກັບບັນດາແຂວງພາກເໜືອຂອງ ສປປ ລາວ. ຂະແໜງຄົມມະນາຄົມ ແລະ ບັນດາບໍລິສັດຂົນສົ່ງ ຂອງແຂວງກຳລັງສົ່ງເສີມຫຼາຍມາດຕະການໃນການຍົກລະສູງຄຸນນະພາບຂອງການຂົນສົ່ງ-ໂດຍສານ ເພື່ອຊຸກຍູ້ການຄົມມະນາຄົມ ໄປຍັງປະເທດລາວອ້າຍນ້ອງໃຫ້ຫຼາຍຂື້ນກວ່າເກົ່າ.

ເປີດກວ້າງເສັ້ນທາງເດີນລົດສາກົນ ດ້ຽນບຽນ-ພາກເໜືອລາວ

ລົດໂດຍສານ ໄປ ຫຼວງພະບາງ, ຜົ້ງສາລີ ກຽມອອກເດີນທາງ ຈາກຄິວລົດໂດຍສານຂອງແຂວງ.

ທ່ານ ຫງວ໋ຽນ ຖ໋າຍບິ່ງ ຮອງພະແນກຄົມມະນາຄົມ-ຂົນສົ່ງ ໄດ້ແລກປ່ຽນກັບພວກເຮົາ ແລະ ໄດ້ໃຫ້ຮູ້ວ່າ: ປະຈຸບັນແຂວງກຳລັງດຳເນີນການຂົນສົ່ງໂດຍສານ ຫວຽດນາມ-ລາວ ຈຳນວນ 6 ເສັ້ນທາງ ມີບໍລິສັດ ຫຸ້ນສ່ວນ ຂົນສົ່ງ ດ້ຽນບຽນ ແລະ ສະຫະກອນຂົນສົ່ງໂດຍສານ-ສິນຄ້າ ແລະ ບໍລິການ. ແຕ່ລະເສັ້ນທາງຂົນສົ່ງໂດຍສານປະກອບມີ: ຖ້ຽວແຕ່ ດ້ຽນບຽນ-ຜົ້ງສາລີ; ດ້ຽນບຽນ-ຫຼວງພະບາງ;ດ້ຽນບຽນ-ອຸດົມໄຊ;ດ້ຽນບຽນ-ບໍ່ແກ້ວ; ດ້ຽນບຽນ-ເມືອງຂວາ (ແຂວງຜົ້ງສາລີ), ມີໂດຍສານທັງໝົດຈຳນວນ 27 ຄັນ.

ປະຈຸບັນການນຳຂອງຂະແໜງຄົມມະນາຄົມ-ຂົນສົ່ງ ກໍ່ຄືການນຳຂອງແຂວງ ໄດ້ສະເໜີຂັ້ນເທິງກ່ຽວກັບ ການຮ່ວມມືລະຫວ່າງສອງປະເທດ ເພື່ອສ້າງເງື່ອນໄຂສະດວກໃນການຂະຫຍາຍ ເສັ້ນທາງເດີນລົດໄປຍັງບັນດາ ແຂວງ ໄຊຍະບູລີ, ແຂວງຫຼວງນຳ້ທາ, ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆອີກ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.