ຫວຽດນາມ ໄດ້ມອບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ໃຫ້ນັກສຶກສາລາວ ຈຳນວນ 7 ຄົນ

11:34 | 22/09/2020

ຍສໝ - ພາຍຫຼັງປະຕິບັດການແຍກຫ່າງພາຍໃນ 14 ມື້ ແລະ ການທົດສອບວິເຄາະ 2 ຄັ້ງດ້ວຍຜົນການວິໄຈບໍ່ມີປະກົດການຂອງພະຍາດ SASR-CoV-2, ນັກສຶກສາລາວຈຳນວນ 7 ຄົນທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ ໃຕຫງວຽນ ໄດ້ຮັບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ແລະ ໄດ້ກັບຄືນໄປໂຮງຮຽນ.

ຫວຽດນາມ ໄດ ມອບໃບຢ ງຢ ນການສຳເລ ດການແຍກອອກຫ າງ ໃຫ ນ ກສ ກສາລາວ ຈຳນວນ 7 ຄ ນ ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ປະຊາຊົນຫວຽດນາມ ຢູ່ຣູມານີ
ຫວຽດນາມ ໄດ ມອບໃບຢ ງຢ ນການສຳເລ ດການແຍກອອກຫ າງ ໃຫ ນ ກສ ກສາລາວ ຈຳນວນ 7 ຄ ນ ນໍາສົ່ງພົນລະເມືອງ ຫວຽດນາມ ຈຳນວນ 240 ຄົນ ຈາກ ສິງກະໂປກັບຄືນປະເທດຢ່າງປອດໄພ

ຕອນເຊົ້າວັນທີ 21 ກັນຍານີ້, ຢູ່ສະຖານທີ່ແຍກອອກຫ່າງ - ກະຊວງຕຳຫຼວດ ຂະແໜງການສາທາລະນະສຸກແຂວງດັກລັກ ໄດ້ອອກໃບຢັ້ງຢືນການສຳເລັດການແຍກອອກຫ່າງ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ສຳລັບນັກສຶກສາລາວ 7 ຄົນ. ນີ້ແມ່ນບັນດານັກສຶກສາຕ່າງປະເທດ ທີ່ຮຽນຫລາຍວິຊາທີ່ມະຫາວິທະຍາໄລ ໃຕຫງວຽນ.

ກ່ອນໜ້ານີ້, ໃນວັນທີ 7 ກັນຍາ, ນັກຮຽນສາກົນ 7 ຄົນນີ້ ໄດ້ໃຫ້ການມອບຮັບໂດຍສາຂາສາທາລະນະສຸກແຂວງດັກລັກ, ທີ່ດ່ານຊາຍແດນສາກົນ ເບອີ, ແຂວງ ກ່ອນຕູມ, ແລະ ຫຼັງຈາກນັ້ນໄດ້ນຳເອົາໄປສະຖານທີ່ແຍກອອກຫ່າງ - ກອງພັນໃຫຍ່ຕຳຫຼວດເຄື່ອນທີ່ໃຕຫງວຽນ.

ຫວຽດນາມ ໄດ ມອບໃບຢ ງຢ ນການສຳເລ ດການແຍກອອກຫ າງ ໃຫ ນ ກສ ກສາລາວ ຈຳນວນ 7 ຄ ນ
ຫວຽດນາມ ໄດ້ມອບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ໃຫ້ນັກສຶກສາລາວ ຈຳນວນ 7 ຄົນ. (ພາບ: cand)

ຕາງໜ້ານັກສຶກສາລາວທຸກຄົນ, ທ້າວ ດວງພະຈັນ ທິດພາພອນ - ນັກສຶກສາປີທີ 3 ຂອງຄະນະວິທະຍາສາດການແພດ, ມະຫາວິທະຍາໄລໃຕຫງວຽນ ໄດ້ກ່າວວ່າ: ເມື່ອໄດ້ຮັບອະນຸຍາດໃຫ້ກັບຄືນປະເທດຫວຽດນາມເພື່ອສືບຕໍ່ການຮ່ຳຮຽນ, ພວກເຮົາມີຄວາມໝັ້ນໃຈ ແລະ ອຸ່ນອ່ຽນໃຈຫຼາຍ ທີ່ຈະໄດ້ຮັບຄຳແນະນຳຢ່າງຖີ່ຖ້ວນກ່ຽວກັບພື້ນທີ່ແຍກຫ່າງ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ COVID-19. ໃນລະຫວ່າງປະຕິບັດການແຍກຫ່າງຢູ່ທີ່ນີ້, ພວກເຮົາໄດ້ຮັບການແນະນຳ ແລະກວດກາຈາກແພດໝໍຫວຽດນາມ ເປັນປະຈຳ ແລະ ມີເງື່ອນໄຂທີ່ດີທີ່ສຸດສຳລັບສະຖານທີ່ພັດພາອາໄສ, ອາຫານ ແລະ ການດຳເນີນຊີວິດ ໂດຍພະນັກງານແພດ, ພະນັກງານຕຳຫຼວດ ແລະ ທະຫານຫວຽດນາມ."

ຫວຽດນາມ ໄດ ມອບໃບຢ ງຢ ນການສຳເລ ດການແຍກອອກຫ າງ ໃຫ ນ ກສ ກສາລາວ ຈຳນວນ 7 ຄ ນ

ອີງຕາມສູນຄວບຄຸມພະຍາດ ໃນແຂວງດັກລັກ, ໃນໄລຍະການລະບາດຂອງ COVID-19, ພື້ນທີ່ແຍກຫ່າງທີ່ກອງພັນໃຫຍ່ຕຳຫຼວດເຄື່ອນທີ່ໃຕຫງວຽນ ໄດ້ຕ້ອນຮັບຈຳນວນຫຼາຍກ່ວາ 600 ກໍລະນີ ທີ່ເຂົ້າມາປະຕິບັດການແຍກຫ່າງຢ່າງສຸມໃສ່. ມາຮອດປະຈຸບັນ, ມີພຽງແຕ່ 12 ກໍລະນີເທົ່ານັ້ນທີ່ກຳລັງໄດ້ກັກຕົວຢູ່ທີ່ນີ້ ແລະ ບັນດາກໍລະນີເຫຼົ່ານີ້ມີຜົນການວິໄຈບໍ່ມີປະກົດການຂອງພະຍາດ SASR-CoV-2 ຄັ້ງທີ 2 ແລ້ວ.

ຫວຽດນາມ ໄດ ມອບໃບຢ ງຢ ນການສຳເລ ດການແຍກອອກຫ າງ ໃຫ ນ ກສ ກສາລາວ ຈຳນວນ 7 ຄ ນ ວິທະຍາໄລການສຶກສາ ເງ້ອານ: ມອບໃບປະກາດສະນີຍະບັດພາສາຫວຽດໃຫ້ແກ່ນັກສຶກສາລາວ 110 ຄົນ

ຍສໝ - ນີ້ແມ່ນຊຸດຮຽນທີ 17 ທີ່ໄດ້ຈັດຕັ້ງທີ່ວິທະຍາໄລສຶກສາແຂວງເງ້ອານ. ເຂົ້າຮ່ວມຊຸດຮຽນມີນັກຮຽນ 110 ຄົນ ມາຈາກແຂວງຊຽງຂວາງ, ບໍລິຄຳໄຊ, ຫົວພັນ ແລະ ວຽງຈັນ ສປປ.ລາວ.

ຫວຽດນາມ ໄດ ມອບໃບຢ ງຢ ນການສຳເລ ດການແຍກອອກຫ າງ ໃຫ ນ ກສ ກສາລາວ ຈຳນວນ 7 ຄ ນ ມອບໃບປະກາດປະລິນຍາໂທ ໃຫ້ແກ່ນັກສຶກສາລາວຈຳນວນ 12 ຄົນ

ຍສໝ - ໃນຕອນເຊົ້າຂອງວັນທີ 18 ກໍລະກົດນີ້, ມະຫາວິທະຍາໄລເສດຖະກິດ - ມະຫາວິທະຍາໄລດານັງ ໄດ້ຈັດພິທີມອບໃບປະກາດປະລິນຍາໂທໃຫ້ແກ່ນັກສຶກສາຈຳນວນ 173 ຄົນ. ໃນນັ້ນ ມີນັກສຶກສາລາວ ຈຳນວນ 12 ຄົນ.

ຫວຽດນາມ ໄດ ມອບໃບຢ ງຢ ນການສຳເລ ດການແຍກອອກຫ າງ ໃຫ ນ ກສ ກສາລາວ ຈຳນວນ 7 ຄ ນ ເຮັດລະບຽບການ ຮັບ ແລະ ມອບນັກສຶກສາລາວ ໄປແຍກປ່ຽວຄັ້ງທີ 1 ຈໍານວນ 600 ກວ່າຄົນທີ່ຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຂອງແຂວງຮ່າຕິ້ງ

ຍສໝ - ພາຍຫຼັງມາຮອດດ່ານຊາຍແດນສາກົນເກົ່າແຈວ, ນັກສຶກສາລາວທຸກຄົນ ຕ້ອງໄດ້ກວດສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ ແລະຈັດສົ່ງໄປແຍກປ່ຽວຢູ່ສອງແຫ່ງເປັນເວລາ 14 ມື້ຕາມຂໍ້ກໍານົດ ນັ້ນແມ່ນມະຫາວິທະຍາໄລຮ່າຕິ້ງ ແລະບໍລິສັດ Mitraco.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.