ຄະນະຜູ້ແທນແຂວງ ອຸດົມໄຊ ມາຢ້ຽມຢາມແຂວງ ເຊີນລາ

06:43 | 17/06/2024

ຍສໝ - ວັນ​ທີ 16 ມິຖຸນາ​, ຄະນະ​ຜູ້​ແທນ​ແຂວງ​ ອຸ​ດົມ​ໄຊ (ສປປ ລາວ) ນຳ​ໂດຍ​ສະຫາຍ ຄຳ​ພຽງ ຢາຈົງວາ, ຮອງ​ເລຂາ​ຄະນະ​ພັກ​ແຂວງ ​ໄດ້​ມາ​ຢ້ຽມຢາມ​ແຂວງ ເຊີນ​ລາ.

ນັກຮຽນລາວ ຢູ່ ເຊີນລາ “ຍຶດເອົາ” ພາສາຫວຽດນາມ
ເຊີນລາ: ກະກຽມໃຫ້ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ຢ່າງຕັ້ງໜ້າ

ທີ່ການຕ້ອນຮັບ​ຄະນະ, ແຂວງ ເຊີນ​ລາ ມີ​ສະຫາຍ ຫງວຽນ​ໄທ​ຮຶງ, ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ; ການ​ນຳ​ຂອງ​ພະ​ແນກ ແລະ ຂະແໜງການ​ຂອງ​ແຂວງ​ຈຳ​ນວນ​ໜຶ່ງ.

ຄະນະຜູ້ແທນແຂວງ ອຸດົມໄຊ ມາຢ້ຽມຢາມແຂວງ ເຊີນລາ

ຄະນະ​ຜູ້​ແທນ​ແຂວງ ​ອຸ​ດົມ​ໄຊ (ສປປ ລາວ) ຢ້ຽມຢາມ​ແຂວງ ເຊີນ​ລາ.

ທີ່​ການ​ຕ້ອນຮັບ, ​ຕາງໜ້າບັນດາ​ການ​ນຳ​ແຂວງ, ສະຫາຍ ຫງວຽນ​​ໄທຮຶງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ແຂວງ ອຸດົມ​ໄຊ ຢູ່ ​ເຊີນ​ລາ; ອວຍພອນ​ໃຫ້​ຄະນະ​ຜູ້​ແທນ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ. ສະຫາຍຍັງເນັ້ນໜັກວ່າ ການພົວພັນລະຫວ່າງແຂວງ ເຊີນລາ ແລະ ແຂວງ ອຸດົມໄຊ ຍາມໃດກໍ່ໄດ້ຮັບການຊຸກຍູ້, ປະຕິບັດຢ່າງມີໄຫວພິບ, ມີປະສິດທິຜົນ ແລະ ແທດຈິງ.

ສອງ​ແຂວງ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ໃນ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ​ກ່ຽວ​ກັບ​ຄວາມ​ສາມັກຄີມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໄປ​ມາ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ, ພົບປະແລກປ່ຽນ​ວັດທະນະທຳ ແລະ ການຄ້າ. ​ເນື່ອງ​ໃນ​ໂອກາດ​ບຸນ​ປີໃໝ່ ​ແລະ ວັນ​ຊາດ​ຂອງ​ສອງ​ປະ​ເທດ, ສອງ​ແຂວງ​ກໍ່ໄດ້​ສົ່ງ​ຈົດໝາຍ​ຊົມ​ເຊີຍ ​ແລະ ສົມທົບກັນ​ຊີ້ນຳກັບທຸກ​ຂັ້ນ​ ​ແລະ ຂະ​ແໜງ​ການ​ຂອງ​ແຕ່ລະ​ຝ່າຍ ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ປະຕິບັດ​ຕົວ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ໃຫ້ແກ່ນັກ​ຮຽນ​ຢູ່​ບັນດາ​ສະຖາບັນການສຶກສາ...

ຄະນະຜູ້ແທນແຂວງ ອຸດົມໄຊ ມາຢ້ຽມຢາມແຂວງ ເຊີນລາ

ການນຳແຂວງ ເຊີນລາ ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງ ອຸດົມໄຊ (ສປປ ລາວ).

ຕາງໜ້າຄະນະຜູ້ແທນແຂວງ ອຸດົມໄຊ, ສະຫາຍ ຄຳ​ພຽງ ຢາຈົງວາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງເປັນກຽດ ແລະ ລອບຄອບຖີ່ຖ້ວນຂອງການນຳແຂວງ ເຊີນລາ; ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ແຂວງ ​ເຊີນ​ລາ ​ໃຫ້​ແຂວງ​ ອຸ​ດົມ​ໄຊ ​ໃນ​ໄລຍະ​ຜ່ານມາ​ ​ແລະ ຫວັງ​ວ່າ ​ແຂວງ ​ເຊີນ​ລາ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ ​ເວົ້າ​ລວມ, ​ແຂວງ ​ເຊີນ​ລາ ​ແລະ ແຂວງ​ ອຸ​ດົມ​ໄຊ ​ເວົ້າ​ສະ​ເພາະ​ ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ເຕັມໄປດ້ວຍນ້ຳໃຈ​ສາມັກຄີ.

ຮັດແໜ້ນສາຍພົວພັນສາມັກຄີມິດຕະພາບລະຫວ່າງ ນາມດິ້ງ - ອຸດົມໄຊ (ລາວ) ຮັດແໜ້ນສາຍພົວພັນສາມັກຄີມິດຕະພາບລະຫວ່າງ ນາມດິ້ງ - ອຸດົມໄຊ (ລາວ)

ຍສໝ - ວັນ​ທີ 18 ມີນາ​ນີ້, ຄະນະ​ປະຈຳ​ພັກ​ແຂວງ ​ແລະ ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຂວງ ນາມ​ດິ້ງ ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​ກາ​ ​ແລະ ຫຼຽນ​ໄຊ​ມິດຕະພາບ​ຂອງ​ປະ​ເທດ​ລາວ ​ໃຫ້​ແກ່​ບັນດາ​ການ​ນຳ ​ແລະ ອະດີດ​ການ​ນຳ​ແຂວງ ນາມ​ດິ້ງ ​ໃນ​ແຕ່ລະ​ໄລຍະ ​ແລະ ກອງ​ປະຊຸມ​ເຮັດ​ວຽກ​ກັບ ຄະນະຜູ້ແທນແຂວງ ອຸດົມໄຊ (ລາວ) ນຳໂດຍ ສະຫາຍ ບຸນຄົງ ...

ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ

ຍສໝ - ໃນໄລຍະຈະມາເຖິງ, ສອງຝ່າຍກຳນົດວ່າ ຈະສືບຕໍ່ໂຄສະນາໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນສອງແຂວງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ເຊີນລາ ແລະແຂວງຊຽງຂວາງ ເວົ້າສະເພາະ ຢ່າງເລິກເຊິ່ງກວ້າງຂວາງ.

ມິງດຶກ

ເຫດການ
302 Found

Found

The document has moved here.