ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha

09:14 | 18/09/2020

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຫວັງ​ວ່າ ສ.ເກົາຫຼີ​ ຈະຫຼຸດ​ຜ່ອນ ແລະ ມຸ່ງ​ໄປ​ສູ່​ການ​ລົບ​ລ້າງ​ບັນ​ດາ​ເງື່ອນ​ໄຂ​ບັງ​ຄັບ​ຕໍ່​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ, ກູ້​ຢຶມ​ບຸ​ລິ​ມະ​ສິດ, ເປີດ​ກ້​ວາງ​ບັນ​ດາ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່​ຫວຽດ​ນາມ, ເພີ່​ມ​ທະ​ວີ​ການ​ຕ້ອນ​ຮັບ​ແຮງ​ງານ​ຫວຽດ​ນາມ, ໜູນ​ຊ່ວຍ​ປະ​ຊາ​ຄົມ​ຫວຽດາມ​ອາ​ໄສ​ຢູ່ ສ.ເກົາຫຼີ​ໃຫ້ຫຼາຍ​ກ່​ວາ​ອີກ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຄື​ໃນ​ປັດ​ຈຸ​ບັນ.

ທ ານ ນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານນາງ ລ ດຖະມ ນຕ ການຕ າງປະເທດ ສ ເກ າຫລ kang kyung wha ນະຄອນໂຮ່ຈີມິນ ແລະນະຄອນ Busan: ແບ່ງປັນບັນດາບົດຮຽນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການຟື້ນຟູ, ພັດທະນາເສດຖະກິດ
ທ ານ ນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານນາງ ລ ດຖະມ ນຕ ການຕ າງປະເທດ ສ ເກ າຫລ kang kyung wha ຈະເປີດຖ້ຽວບິນການຄ້າໂດຍກົງໄປ ຍີ່ປຸ່ນ ແລະ ສ.ເກົາຫລີ
ທ ານ ນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານນາງ ລ ດຖະມ ນຕ ການຕ າງປະເທດ ສ ເກ າຫລ kang kyung wha
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha (ພາບ: VGP)

ຕອນບ່າຍວັນທີ 17 ກັນຍາ ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17- 18 ກັນຍາ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ສອງປະເທດ ແມ່ນຄູ່ຮ່ວມມືຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ.ເກົາຫລີ ພວມນຳຫນ້າກ່ຽວກັບການລົງທຶນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເຫນີ : ປີນີ້ ສອງປະເທດສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ພ້ອມທັງຍູ້ແຮງບັນດາຂົງເຂດຮ່ວມມືອື່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກໃຫ້ ສ.ເກົາຫລີ ຫລຸດຜ່ອນ, ກ້າວໄປເຖິງການລົບລ້າງບັນດາເງື່ອນໄຂຜູກມັດສຳລັບບ້ວງເງິນກູ້ຫນູນຊ່ວຍການພັດທະນາທາງການ (ODA), ບ້ວງເງິນກູ້ບຸລິມະສິດ, ເປີດກວ້າງບັນດາບ້ວງເງິນຊ່ວຍເຫລືອລ້າໃຫ້ແກ່ຫວຽດນາມ; ເພີ່ມການຮັບແຮງງານຫວຽດນາມ, ຫນູນຊ່ວຍປະຊາຄົມຊາວຫວຽດນາມຢູ່ ສ.ເກົາຫລີ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຫວັງ​ວ່າ ສ.ເກົາຫຼີ​ ຈະຫຼຸດ​ຜ່ອນ ແລະ ມຸ່ງ​ໄປ​ສູ່​ການ​ລົບ​ລ້າງ​ບັນ​ດາ​ເງື່ອນ​ໄຂ​ບັງ​ຄັບ​ຕໍ່​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ, ກູ້​ຢຶມ​ບຸ​ລິ​ມະ​ສິດ, ເປີດ​ກ້​ວາງ​ບັນ​ດາ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ຫຼ້າ​ໃຫ້​ແກ່​ຫວຽດ​ນາມ, ເພີ່​ມ​ທະ​ວີ​ການ​ຕ້ອນ​ຮັບ​ແຮງ​ງານ​ຫວຽດ​ນາມ, ໜູນ​ຊ່ວຍ​ປະ​ຊາ​ຄົມ​ຫວຽດາມ​ອາ​ໄສ​ຢູ່ ສ.ເກົາຫຼີ ​ໃຫ້ຫຼາຍ​ກ່​ວາ​ອີກ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຄື​ໃນ​ປັດ​ຈຸ​ບັນ.

ກ່ຽວ​ກັບ​ບັນ​ດາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ ສ.ເກົາຫຼີ ​ສືບ​ຕໍ່​ຮັກ​ສາການ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ ແລະ ອາ​ຊຽນ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ໃນ​ນັ້ນ​ມີ​ການ​ຮັກ​ສາ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ, ການ​ບິນ, ເຄົ​າ​ລົບ​ກົດ​ໝາຍ​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS 1982).

ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ສເກົາຫລີ Kang Kyung Wha ໃຫ້ຮູ້ວ່າ: ສ.ເກົາຫລີ ພ້ອມແລ້ວສ້າງເງື່ອນໄຂສະດວກໃຫ້ແກ່ ຊາວຫວຽດນາມ ເຂົ້າເມືອງ ສ.ເກົາຫລີ ແລະ ປາດຖະຫນາວ່າ ສອງປະເທດ ເປັນເອກະພາບຂັ້ນຕອນເຂົ້າເມືອງແບບພິເສດ ເພື່ອສ້າງເງື່ອນໄຂໃຫ້ນັກຊ່ຽວຊານ, ນັກຄຸ້ມຄອງ, ວິສາຫະກິດ ສ.ເກົາຫລີ ໄດ້ຮັບການອະນຸຍາດເຂົ້າມາຫວຽດນາມ ດ້ວຍລະບຽບການ, ຂັ້ນຕອນກະທັດລັດກວ່າ. ທ່ານນາງ ກໍ່ປາດຖະຫນາຢາກສອງປະເທດລົງນາມໃນສັນຍາກ່ຽວກັບປະກັນສັງຄົມ ເພື່ອຮັບປະກັນສິດຜົນປະໂຫຍດໃຫ້ແກ່ຄົນງານກວ່າອີກ.

ທ ານ ນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານນາງ ລ ດຖະມ ນຕ ການຕ າງປະເທດ ສ ເກ າຫລ kang kyung wha ນະຄອນໂຮ່ຈີມິນ ແລະນະຄອນ Busan: ແບ່ງປັນບັນດາບົດຮຽນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການຟື້ນຟູ, ພັດທະນາເສດຖະກິດ

ຍສໝ - ການນໍາສອງນະຄອນເຫັນດີເປັນເອກະພາບນຳກັນວ່າ ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນນັ້ນ, ການເຮັດວຽກທາງໄກໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມປາດຖະໜາຂອງທັງສອງທ້ອງຖິ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງນະຄອນກວ່າອີກ.

ທ ານ ນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານນາງ ລ ດຖະມ ນຕ ການຕ າງປະເທດ ສ ເກ າຫລ kang kyung wha ຈະເປີດຖ້ຽວບິນການຄ້າໂດຍກົງໄປ ຍີ່ປຸ່ນ ແລະ ສ.ເກົາຫລີ

ຍສໝ - ຫວຽດນາມ ຄາດວ່າ ຈະມີຜູ້ໂດຍສານປະມານ 2.500-3.000 ຄົນທີ່ເດີນທາງເຂົ້າປະເທດ ໂດຍຖ້ຽວບິນດັ່ງກ່າວນີ້ໃນແຕ່ລະອາທິດນອກຈາກຖ້ຽວບິນເພື່ອສົ່ງໂຕກັບປະເທດ ແລະຖ້ຽວບິນເຊົ່າເໝົາ.

ທ ານ ນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານນາງ ລ ດຖະມ ນຕ ການຕ າງປະເທດ ສ ເກ າຫລ kang kyung wha ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK

ຍສໝ - ເມື່ອບໍ່ດົນມານີ້, ຢູ່ Seoul, ສ.ເກົາຫຼີ, ສະຫະພັນທະນາຄານ Woori ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ຜູ້ຕາງໜ້າ ສະມາຄົມນັກສຶກສາຫວຽດນາມປະຈຳ ສ.ເກົາຫຼີ (VSAK) ເພື່ອປ້ອງກັນ ແລະ ຄວບຄຸມ COVID-19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.