ເປີດນຳໃຊ້ສວນວັດທະນະທຳ ແລະ ປະເພນີຊົນເຜົ່າລາວ ທີ່ ຫຼວງພະບາງ

11:11 | 15/07/2019

ໃນວັນທີ 14 ກໍລະກົດ 2019 ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ ປະທານກວດກາພັກ-ລັດ ແຂວງຫຼວງພະບາງ, ຜູ້ຕາງໜ້າຈາກກົງສູນຈີນ ປະຈຳແຂວງຫຼວງພະບາງ, ທ່ານຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ປະຈຳແຂວງ, ຫົວໜ້າຂະແໜງວັດທະນະທຳ ແລະແຂກຖືກເຊີນຈາກພະແນກການ, ຫ້ອງການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ເປີດນຳໃຊ້ສວນວັດທະນະທຳ ແລະ ປະເພນີຊົນເຜົ່າລາວ ທີ່ ຫຼວງພະບາງ

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ.

ສວນວັດທະນະທຳ ແລະປະເພນີຊົນເຜົ່າລາວ ທີ່ແຂວງຫຼວງພະບາງ ແມ່ນການບໍລິຫານງານຂອງ ທ່ານ ລີເວີນມິນ ນັກທຸລະກິດຈາກ ສປ ຈີນ, ໄດ້ເຊົາທີ່ດິນ ຈຳນວນ 2 ເຮັກຕາ, ທີ່ບ້ານສັງຄະໂລກ ນະຄອນຫຼວງພະບາງ ໃນວັນທີ 20 ກັນຍາ 2018 ເປັນເວລາ 20 ປີ ແລະໄດ້ລົງມືກໍ່ສ້າງ ໃນວັນທີ 28 ມັງກອນ 2019 ໂດຍໃຊ້ເວລາ ພຽງແຕ່ 6 ເດືອນ ສາມາດບັນລຸການກໍ່ສ້າງສຳເລັດ ແລະ ໄດ້ຈັດພິທີເປີດການນຳໃຊ້ສວນດັ່ງກ່າວ ໃນວັນທີ 14 ກໍລະກົດ 2019 ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ ປະທານກວດກາພັກ-ລັດ ແຂວງຫຼວງພະບາງ, ຜູ້ຕາງໜ້າຈາກກົງສູນຈີນ ປະຈຳແຂວງຫຼວງພະບາງ, ທ່ານຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ປະຈຳແຂວງ, ຫົວໜ້າຂະແໜງວັດທະນະທຳ ແລະແຂກຖືກເຊີນຈາກພະແນກການ, ຫ້ອງການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ສວນວັດທະນະທຳ ແລະປະເພນີຊົນເຜົ່າລາວ ແຫ່ງນີ້ ແມ່ນແບ່ງເປັນ 6 ເຂດ ຄື: ເຂດແນະນຳວັດທະນະທຳຊົນເຜົ່າ, ເຂດຕ້ອນຮັບແຂກຂອງຊົນເຜົ່າກຶມມຸ, ເຂດການສະແດງສິນລະປະຂອງບັນດາຊົນເຜົ່າໃນລາວ, ເຂດສະແດງສິນລະປະແບບພິເສດຂອງເຜົ່າກຶ່ມມຸ, ເຂດການດຳລົງຊີວິດປະຈຳວັນຂອງຊົນເຜົ່າອາຄາ ແລະເຂດພັກຜ່ອນ ດຶ່ມນ້ຳຊາຕົ້ນຕຳລັບຂອງລາວ.

ທ່ານ ລີເວີນມິນ ເຈົ້າຂອງກິດຈະການ (ຜູ້ສຳປະທານ) ໄດ້ກ່າວວ່າ: ການພັດທະນາສວນວັດທະນະທຳ ແລະປະເພນີເຜົ່າລາວ ແມ່ນການພັດທະນາໜຶ່ງແລວໜຶ່ງເສັ້ນທາງ ເພື່ອພັດທະນາການທ່ອງທ່ຽວ, ເພາະນັບແຕ່ອາດິດມາເຖິງປັດຈຸບັນນັກທ່ອງທ່ຽວສາກົນ ແມ່ນມີຄວາມນິຍົມຊົມຊອບມາທ່ຽວປະເທດລາວຢ່າງຂະຫຍາຍຕົວ ໂດຍສະເພາະ ແມ່ນນະຄອນຫຼວງພະບາງ ກໍເປັນເມືອງທ່ອງທ່ຽວ ທີ່ສຳຄັນຂອງປະເທດລາວ ເປັນນະຄອນທີ່ມີແຫຼ່ງທ່ຽວ ທີ່ມີຊື່ສຽງຫຼາຍແຫ່ງ ເປັນຕົ້ນແມ່ນ: ຫໍພິພິທະພັນແຫ່ງຊາດຫຼວງພະບາງ, ພະທາດຈອມສີ, ວັດຊຽງທອງ, ນ້ຳຕົກຕາດກວາງຊີ ແລະອື່ນໆອີກຫຼວງຫຼາຍ.

ພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດຮອງນາຍົກລັດຖະມົນຕີ ສປປລາວ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍ ຕໍ່ກັບການສ້າງສວນວັດທະນະທຳ ແລະປະເພນີຊົນເຜົ່າລາວ ແຫ່ງນີ້, ເຊີ່ງເປັນສະຖານທີ່ ທີ່ຈະດຶງດູດນັກທ່ອງທ່ຽວ, ສ້າງວຽກເຮັດງານທຳ ແລະເປັນການເຜີຍແຜ່ວັດທະນະທຳຂອງຊາດລາວເຮົາ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມສາມາດສຶກສາໄດ້ຂໍ້ມູນ, ຮູ້ຈັກວິຖີຊີວິດຂອງບັນດາຊົນເຜົ່າໃນລາວ ແລະ ໄດ້ເນັ້ນໃຫ້ອຳນາດການປົກຄອງແຂວງ, ນະຄອນ, ແລະພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວປະຈຳແຂວງໃຫ້ເອົາໃຈໃສ່ໃກ້ສິດຕິດແທດເພື່ອຊອກໄດ້ຂໍ້ສະດວກ, ຂໍ້ຫຍຸ້ງໃນການປະຕິບັດວຽກງານ ທັງໃຫ້ສອດຄ່ອງກັບວັດທະນະທຳ ແລະປະເພນີຂອງຊົນເຜົ່າລາວ ຢ່າງແທ້ຈິງ.

ຈາກນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະການນຳຂອງແຂວງ ກໍໄດ້ພ້ອມກັນຕັດແຖ້ມຜ້າ ແລະລັ່ນຄ້ອງ ເພື່ອເປີດນຳໃຊ້ສວນວັດທະນະທຳ ແລະປະເພນີຊົນເຜົ່າລາວຢ່າງເປັນທາງການ ແລະທ່ຽວຊົມສວນດັ່ງກ່າວນຳອີກ.

(ແຫຼ່ງ​ຂໍ້​ມູນ​: ເກສອນ ແກ້ວລາ/ຫຼວງພະບາງໃໝ່)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.