ກອງພັນ 413 ທະຫານແຂວງຫຼວງພະບາງ ລາວ ຈັດຕັ້ງອົບຮົມ-ຫັດແອບຍິງລູກປືນແທ້

09:01 | 26/11/2019

ຫວ່າງແລ້ວນີ້, ກອງພັນ 413 ທະຫານແຂວງຫຼວງ ພະບາງ ໄດ້ຈັດຕັ້ງອົບຮົມ-ຫັດ ແອບຍິງລູກປືນແທ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການທະຫານ ແລະ ສະຫາຍຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງພະບາງ, ພ້ອມດ້ວຍ ເລຂາພັກເມືອງ, ເຈົ້າເມືອງ- ເມືອງພູຄູນ, ແຂກຖືກເຊີນຈາກ 11 ກອງບັນຊາການທະຫານ ເມືອງ, 1 ນະຄອນ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ - ນັກຮົບພາຍໃນກອງພັນ 413 ເຂົ້າຮ່ວມ.

ໃນວັນທີ 15 ພະຈິກ ນີ້, ກອງພັນ 413 ທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງອົບຮົມ-ຫັດແອບຍິງລູກປືນແທ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການທະຫານ ແລະ ສະຫາຍຫົວໜ້າການເມືອງກອງບັນຊາການທະຫານ ແຂວງຫຼວງພະບາງ, ພ້ອມດ້ວຍ ເລຂາພັກເມືອງ, ເຈົ້າເມືອງ - ເມືອງພູຄູນ, ແຂກຖືກເຊີນຈາກ 11 ກອງບັນຊາການທະຫານ ເມືອງ, 1 ນະຄອນ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ - ນັກຮົບພາຍໃນກອງພັນ 413 ເຂົ້າ ຮ່ວມ.

ການອົບຮົມ-ຫັດແອບໃນຄັ້ງນີ້ ແມ່ນຢູ່ໃນກອງຮ້ອຍບຸກຕີສັດຕູ ຈັ້ງທ່າຊົ່ວຄາວຢູ່ຈຸດສູງ 1755 ພາຍຫຼັງທີ່ໄດ້ຈັດຕັ້ງກະກຽມ ແລະ ອົບຮົມພາກທິດສະດີ, ຫຼັກການ, ບັນດາທ່າ ແລະ ຈັງຫວະເປັນເວລາ 15 ວັນ, ເຊິ່ງໃນນັ້ນແມ່ນໄດ້ອົບຮົມພາວະການກຽມພ້ອມສູ້ຮົບໄປສູ່ພາວະເພີ່ມທະວີຫັນໄປສູ່ພາວະຄົບຖ້ວນ ໂດຍໄດ້ຮັບຟັງການ ລາຍງານສະພາບລວມຢູ່ຂອບເຂດສູ້ຮົບ, ຄວາມຕັດສິນໃຈສູ້ຮົບບຸກຕີ, ການຜ່ານແຜນຮ່າງສູ້ຮົບ, ແຜນຮ່າງຈັດວາງກຳລັງ ແລະ ຄິດໄລ່ລູກກະສຸນ, ແຜນການຊີ້ ນໍາຊ້ອມຮົບຍຸດທະວິທີ, ການຈັດຕັ້ງກຸ່ມຫັດແອບຊ້ອມຮົບຍິງລູກປືນແທ້ ແລະ ຂໍ້ກໍານົດຮັບປະກັນ ຄວາມປອດໄພ ຈາກ ສະຫາຍ ພັນ ໂທ ຄຳຊາງ ມະນີຈັນ ຫົວໜ້າການທະຫານກອງພັນ 413 ກໍຈັດຕັ້ງເຄື່ອນທັບລົງພາກປະຕິບັດຕົວຈິງ ໂດຍໄດ້ໃຊ້ກໍາລັງທະຫານຮາບ 1 ກອງຮ້ອຍ, ໃຊ້ປືນເດກາ 82 ເຕ 78 ມມ, 12,7 ມມ, ປືນ ຄົກ 60 ມມ - 82 ມມ, ເບ 41 ມມ, ປືນກົນຈັກອາເຣິເປກາ, ແອັດສະ ແວແດ, ປືນ AK ແລະ ປືນຍິງລູກ ກະສຸນສັນຍານຕື່ມອີກຈຳນວນໜຶ່ງ, ເຊິ່ງການຈັດຕັ້ງອົບຮົມຍິງລູກປືນແທ້ແມ່ນສາມາດຍິງທຳລາຍດັບສູນເປົ້າໝາຍໄດ້ດີ ແລະ ຮັບປະກັນຄວາມປອດໄພ 100%.

ກອງພັນ 413 ທະຫານແຂວງຫຼວງພະບາງ ລາວ ຈັດຕັ້ງອົບຮົມ-ຫັດແອບຍິງລູກປືນແທ້

ກອງພັນ 413 ທະຫານແຂວງຫຼວງພະບາງ ລາວ ຈັດຕັ້ງອົບຮົມ-ຫັດແອບຍິງລູກປືນແທ້. (ພາບ: Lao's People Army)

ສະຫາຍ ພັນເອກ ວິລ່ຽມ ວົງ ທິສານ ໄດ້ມີຄໍາເຫັນໂອ້ລົມພະນັກງານ-ນັກຮົບ ເຊິ່ງໄດ້ຍ້ອງຍໍຊົມເຊີຍຜົນສຳເລັດຂອງການອົບຮົມຊ້ອມຮົບຍິງລູກກະສຸນແທ້ ແລະ ຮຽກຮ້ອງໃຫ້ພະນັກງານ - ນັກຮົບ ຈົ່ງເຊີດຊູມູນເຊື້ອອັນດີງາມດັ່ງກ່າວເພື່ອໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ເກີດດອກອອກຜົນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ ແລະ ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບ ໂອກາດນີ້ກໍໄດ້ມອບ ເງິນສົດຈຳນວນ 5.000.000 ກີບ ເພື່ອປະກອບສ່ວນຊຸກຍູ້ເຂົ້າ ໃນວຽກງານຂະບວນການຂອງ ກອງພັນ 413 ໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ.

(ແຫຼ່ງ​ຂໍ້​ມູນ​: Lao's People Army)

ເຫດການ
302 Found

Found

The document has moved here.