ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງພະບາງ (ລາວ)

17:20 | 13/06/2024

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​​ແລະ ​ເຮັດ​ວຽກ​ຢູ່ ລາວ, ສະຫາຍ ​ເລກວັກມິນ, ກຳມະການ​ສູນ​ກາງ​ພັກ, ບັນນາທິການ​ໃຫຍ່​ໜັງສືພິມ ​ປະຊາຊົນ ຫວຽດນາມ, ຮອງ​ຫົວໜ້າ​ກົມ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້ແທນໜັງສືພິມ​ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມແຂວງ ຫຼວງພະບາງ.

ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024
ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ
ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງພະບາງ (ລາວ)

ສະຫາຍເລຂາພັກແຂວງ, ເຈົ້າແຂວງ ຫຼວງພະບາງ (ຂວາ) ໃຫ້ການຕ້ອນຮັບທ່ານບັນນາທິການໃຫຍ່ ເລກວັກມິນ ແລະ ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ.

ໃນຕອນເຊົ້າວັນທີ 10 ມິຖຸນາ, ທີ່ສຳນັກງານຄະນະພັກແຂວງ ຫຼວງພະບາງ, ສະຫາຍ ຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ ປະຊາຊົນ ປະຕິວັດ ລາວ, ເລຂາພັກແຂວງ, ເຈົ້າແຂວງ ຫຼວງພະບາງ ພ້ອມດ້ວຍຜູ້ຕາງໜ້າການນຳແຂວງ ໄດ້ໃຫ້ການຕ້ອນຮັບສະຫາຍ ເລກວັກມິນ ແລະ ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ຢ່າງອົບອຸ່ນ . ເຂົ້າຮ່ວມມີ ສະຫາຍ ວັນໄຊ ຕະວິນຍານ ຮອງຫົວໜ້າກົມໂຄສະນາອົບຮົມສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ບັນນາທິການໃຫຍ່ ໜັງສືພິມ ປະຊາຊົນ ລາວ.

ສະຫາຍເລຂາແຂວງ, ເຈົ້າແຂວງ ຫຼວງພະບາງ ຄຳຂັນ ຈັນທະວີສຸກ ໄດ້ໃຫ້ການຕ້ອນຮັບ ສະຫາຍ ເລກວັກມິນ ແລະ ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ; ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ ລາວ ​ຄັ້ງ​ນີ້​ຂອງ​ຄະນະ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ບັນດາທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ແລະ ໜັງສືພິມ​ຂອງ​ສອງ​ພັກ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ໂດຍແຈ້ງ​ໃຫ້​ສະຫາຍ​ເລ​ຂາແຂວງ, ເຈົ້າ​ແຂວງ ຫຼວງ​ພະ​ບາງ ກ່ຽວ​ກັບ​ບັນ​ດາ​ຜົນ​ສຳ​ເລັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ, ສະ​ຫາຍ ເລກວັກມິນ ໃຫ້ຮູ້​ວ່າ: ຈຸດ​ປະ​ສົງ ແລະ ຄວາມ​ໝາຍ​ຂອງ​ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ ໃນ​ຄັ້ງ​ນີ້ ແມ່ນເພື່ອແນໃສ່​ສືບ​ຕໍ່​ເຊື່ອມຕໍ່​ກົນ​ໄກ​ພົບປະແລກ​ປ່ຽນ, ການ​ຮ່ວມ​ມື, ແລກ​ປ່ຽນຄະ​ນະ​ຜູ້​ແທນ​ລະຫວ່າງສອງ​ອົງ​ການ​ຫນັງ​ສື​ພິມພັກຂັ້ນ​ສູນ​ກາງ​ຂອງ​ສອງ​ປະ​ເທດ ​ຫວຽດ​ນາມ - ລາວ ຫຼັງ​ຈາກ​​ຂາດຕອນ​ໄລ​ຍະ​ໜຶ່ງເນື່ອງ​ຈາກ​ການ​ແຜ່​ລະ​ບາດ Covid-19. ​ເນື່ອງໃນ​ໂອກາດ​ການຢ້ຽມຢາມ​ຄັ້ງ​ນີ້, ໜັງສືພິມ​ ປະຊາຊົນ ຫວຽດນາມ ​ຍັງ​ໄດ້​ມອບ​ລະບົບ CMS ໜັງສືພິມ​ເອ​ເລັກ​ໂຕນິກ ​ໃຫ້​ແກ່​ໜັງສືພິມ ປະຊາຊົນ ລາວ ດ້ວຍ​ທັດສະນະ “ມອບ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ເພື່ອນມິດສະຫາຍ ລາວ”.

ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງພະບາງ (ລາວ)

ການ​ນຳ​ແຂວງ​ ຫຼວງ​ພະ​ບາງ (ລາວ) ຖ່າຍຮູບ​ທີ່​ລະ​ນຶກ​ກັບ​ຄະນະ​ຜູ້​ແທນ​ໜັງສືພິມ ປະຊາຊົນ ຫວຽດນາມ.

ໂດຍຕີລາຄາສູງບັນດາຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ການຮັກສາວັດທະນະທຳຂອງແຂວງ ຫຼວງພະບາງ, ສະຫາຍ ເລກວັກມິນ ໃຫ້ຮູ້ວ່າ ເຖິງວ່າເປັນເທື່ອທຳອິດທີ່ມາແຂວງ ຫຼວງພະບາງ ກໍ່ຕາມ, ແຕ່ກໍ່ຮູ້ສຶກໄດ້ເຖິງ “ການດຳລົງຊີວິດທີ່ຄ່ອຍໄປຄ່ອຍໄປ” ແລະ ຄວາມ​ງາມ​ຂອງ​ວັດທະນະທຳ ​ແລະ ປະຊາຊົນ​ຢູ່​ທີ່​ນີ້, ​ພິເສດ ​ແມ່ນ​ໄດ້​ສຳຜັດ​ກັບບັນດາ​ຄວາມ​ຮັກແພງອັນ​ສະໜິດສະໜົມ​ລະຫວ່າງ ​ຫວຽດນາມ ​ແລະ ລາວ. ທ່ານ​ ຖືວ່າ, ບັນດາ​ຜະລິດ​ຕະພັນດ້ານ​​ຂ່າວສານ​ໃນ​ໜັງສືພິມ ປະຊາຊົນ ຫວຽດນາມ ກ່ຽວກັບວັດທະນະທຳ ແລະ ປະຊາຊົນແຂວງ ຫຼວງພະບາງ ຈະປະກອບສ່ວນຢ່າງແທດຈິງ​​ເຂົ້າ​ໃນ​ການ​ໂຄສະນາ ແລະ ດຶງ​ດູດ​ຊາວ​ ຫວຽດນາມ ​ທີ່​ຮັກ​ປະເທດ​ ລາວ​ ມາ​ຍັງ​ນະຄອນ​ ຫຼວງ​ພະ​ບາງ.

ໂດຍຊົມເຊີຍບັນດາຜົນສຳເລັດການພັດທະນາຂອງ ຫວຽດນາມ, ສະຫາຍ ຄຳຂັນ ຈັນທະວິສຸກ ຮຽກຮ້ອງໃຫ້ໜັງສືພິມ ປະຊາຊົນ ຫວຽດນາມ ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອໜັງສືພິມ ປະຊາຊົນ ລາວ ແລະ ເປີດກວ້າງການໜູນຊ່ວຍ, ຊ່ວຍເຫຼືອເຖິງບັນດາໜັງສືພິມທ້ອງຖິ່ນຂອງ ລາວ, ພິເສດແມ່ນໃນວຽກງານການສື່ສານ, ໂຄສະນາເຜີຍແຜ່ກ່ຽວກັບບັນດາເຫດການສຳຄັນໃນປີທີ່ ລາວ ດຳລົງຕຳແໜ່ງປະທານ ອາຊຽນ ປີ 2024; ແຂວງຫຼວງພະບາງ ຍາມໃດກໍ່ປາດຖະໜາຢາກຕ້ອນຮັບນັກຂ່າວໜັງສືພິມ ປະຊາຊົນ ຫວຽດນາມ ເວົ້າສະເພາະ ແລະ ນັກຂ່າວ ຫວຽດນາມ ເວົ້າລວມ ມາຂຽນບົດກ່ຽວກັບຄວາມງາມຂອງທ້ອງຖິ່ນ, ໂດຍຜ່ານນັ້ນ ກໍ່ຈະດຶງດູດຄົນມາທ່ຽວ ຫຼວງພະບາງ ໃຫ້ນັບມື້ນັບຫຼາຍຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາພັກ, ​ເຈົ້າ​ແຂວງ ​ຫຼວງ​ພະ​ບາງ ​ໄດ້​ອວຍພອນ​ໃຫ້​ສະຫາຍ ​ເລ​ກວັກ​ມິນ ​ແລະ ຄະນະ​ຜູ້​ແທນ​ໜັງສືພິມ ປະຊາຊົນ ຫວຽດນາມ​ ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ເດີນທາງ​ປະຕິບັດງານ, ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ແບບພິເສດລະຫວ່າງ​ສອງ​ປະ​ເທດ ​ລາວ-ຫວຽດນາມ ​ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ໄປ.

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້ ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ຍສໝ - ວັນ​ທີ 17 ພຶດສະພາ​ນີ້, ສະຖານທູດ ​ຫວຽດນາມ​ ປະຈຳ ​ໂປໂລຍ ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ກົງສຸນ​ເພື່ອ​ຮັບ, ແກ້ໄຂເອກະສານ​ຂອງປະຊາຊົນທີ່​ຖືກ​ເສຍຫາຍ​ໃນ​ໄຟ​ໄໝ້​ສູນ​ການ​ຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກ​ເອກະສານ​ໃໝ່ ຫລັງ​ຈາກໄດ້​ຍື່ນ​ເອກະສານ​ແລ້ວ​ປະມານ 1 ຊົ່ວ​ໂມງ.

ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1 ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1

ຍສໝ - ໃນລະຫວ່າງວັນທີ 26 ເມສາ ຫາວັນທີ 2 ພຶດສະພາ, ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໂດຍທ່ານ ວາທີພົນເຮືອເອກ ຝ້າມຢືຊວນ, ຮອງແມ່ທັບເຮືອເປັນຫົວໜ້າຄະນະ, ແລະ ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄດ້​ລົງ​ຢ້ຽມຢາມ, ​ໃຫ້​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ...

ມິງດຶກ

ເຫດການ
302 Found

Found

The document has moved here.