ແຂວງຫຼວງພະບາງ ແລະ ດ້ຽນບຽນ ແລກປ່ຽນວຽກງານໂຄສະນາອົບຮົມ

11:26 | 15/07/2019

ເມື່ອມໍ່ໆມານີ້, ທີ່​ຫ້ອງ​ປະຊຸມ​ຂອງຄະນະ​ໂຄສະນາ​ອົບຮົມ​ແຂວງໄດ້ຈັດພິທີ ພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ຄະນະໂຄສະນາສຶກສາ ແຂວງດຽນບຽນ ສສ ຫວຽດນາມ ຂື້ນຢ່າງເປັນທາງການ ຕາງໜ້າຄະນະຜູ້ແທນ ຄະນະໂຄສະນາອົບຣົມແຂວງຫຼວງພະບາງ ນຳພາ​ໂດຍ; ​ສະຫາຍ ຄຳ​ຫຼ້າ ລຽນ​ປະດິດ ກຳມະການ​ປະຈຳ​ພັກ​ແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ; ພ້ອມ​ດ້ວຍ​ຄະນະ.

ແຂວງຫຼວງພະບາງ ແລະ ດ້ຽນບຽນ ແລກປ່ຽນວຽກງານໂຄສະນາອົບຮົມ

ບັນຍາກາດກອງປະຊຸມ ແລກປ່ຽນລະຫວ່າງສອງແຂວງ.

ວັນ​ທີ 05 ມີຖຸນາ 2019 ນີ້ ທີ່​ຫ້ອງ​ປະຊຸມ​ຂອງຄະນະ​ໂຄສະນາ​ອົບຮົມ​ແຂວງໄດ້ຈັດພິທີ ພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ຄະນະໂຄສະນາສຶກສາ ແຂວງດຽນບຽນ ສສ ຫວຽດນາມ ຂື້ນຢ່າງເປັນທາງການ ຕາງໜ້າຄະນະຜູ້ແທນຄະນະໂຄສະນາອົບຣົມແຂວງຫຼວງພະບາງ ນຳພາ​ໂດຍ; ​ສະຫາຍ ຄຳ​ຫຼ້າ ລຽນ​ປະດິດ ກຳມະການ​ປະຈຳ​ພັກ​ແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ; ພ້ອມ​ດ້ວຍ​ຄະນະ. ຕ້ອນຮັບ ​ແລະ ພົບ​ປະ​ແລກປ່ຽນ​ບົດຮຽນ ກັບ ຄະນະ​ໂຄສະນາ​ສຶກສາ​ແຂວງດຽນບຽນ ສສ ຫວຽດນາມ ຕາງໜ້າຄະນະຜູ້ແທນ ຄະນະໂຄສະນາສຶສາແຂວງດຽນບຽນ ນຳພາ​ໂດຍ; ສະຫາຍ ຫງວ້ຽນ ດຶກ ເວືອງ ກຳມະການ​ປະຈຳ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ແຂວງດຽນບຽນ ພ້ອມ​ດ້ວຍ​ຄະນະ.

ໃນ​ໂອກາດ​ດັ່ງກ່າວ ສະຫາຍ ຄຳ​ຫຼ້າ ລຽນ​ປະດິດ ກຳມະການ​ປະຈຳ​ພັກ​ແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ; ​ໄດ້​ສະ​ແດ​ງຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ການ​ເດີນທາງ​ມາ​ຢ້ຽນຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ; ກໍ່​ຄື ​ແຂວງ​ຫຼວງ​ພະ​ບາງ ຂອງສະຫາຍ ຫງວ້ຽນ ດຶກ ເວືອງ ກຳມະການ​ປະຈຳ​ພັກແຂວງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ແຂວງດຽນບຽນ ພ້ອມ​ດ້ວຍ​ຄະນະ. ການ​ພົບ​ປະ​ທັງ​ສອງ​ຝ່າຍ​ໃນ​ຄັ້ງ​ນີ້; ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫຽວດນາມ; ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ກໍ່​ແມ່ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ; ຄະນະ​ໂຄສະນາ​ອົບຮົມ​ແຂວງ​ຫຼວງ​ພະ​ບາງ ກັບ ຄະນະ​ໂຄສະນາ​ສຶກສາ​ແຂວງດຽນບຽນ ສສ ຫວຽດນາມ; ​ໃນ​ໄລຍະ​ຜ່ານ​ມາ​ກໍ່​ຄື​ໃນ​ຕໍ່ໜ້າ. ພ້ອມ​ນັ້ນ ທັງ​ສອງ​ຝ່າຍ; ​ໄດ້ລາຍ​ງານສະພາບ​ການ​ທີ່ພົ້ນ​ເດັ່ນ ​ແລະ ຜົນງານ​ການ​ເຄື່ອນ​ໄຫວ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ອີກຝ່າຍຮັບ​ຮູ້; ພ້ອມທັງເຮັດບົດບັນທຶກຊ່ວຍຈຳເພື່ອເປັນບ່ອນອີງໃນການສືບຕໍ່ພົວພັນແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນໃນຕໍ່ໜ້າ.

(ແຫຼ່ງ​ຂໍ້​ມູນ​: ສີປະເສີດ ພົມມະຈັນ/ຫຼວງພະບາງໃໝ່)

ເຫດການ
302 Found

Found

The document has moved here.