ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19

15:53 | 15/09/2020

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ຢືນຢັນວ່າ ຂອງຂວັນຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳໃຈອັນຈິງໃຈຂອງລັດ ແລະ ປະຊາຊົນຫວຽດນາມ, ແມ່ນການແບ່ງປັນ ແລະ ຊ່ວຍເຫລືອໝູ່ເພື່ອນອາເຈນຕິນາ.

ສະພາແຫ ງຊາດຫວຽດນາມ ຊ ວຍເຫ ອປະເທດອາເຈນຕ ນາ ໃນການປ ອງກ ນການພະຍາດ covid 19 ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ
ສະພາແຫ ງຊາດຫວຽດນາມ ຊ ວຍເຫ ອປະເທດອາເຈນຕ ນາ ໃນການປ ອງກ ນການພະຍາດ covid 19 ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີໄດ້ 868/1054 ຄົນ

ຕາມສຳນັກຂ່າວສານຫວຽດນາມ ປະຈຳ Buenos Aires ໃຫ້ຮູ້ວ່າ, ວັນທີ 14 ກັນຍາ ສະພາແຫ່ງຊາດອາເຈນຕິນາ ໄດ້ຈັດພິທີມອບຂອງຂວັນຜ້າບັງປາກຈຳນວນ 20.000 ອັນ ເຊິ່ງບໍລິຈາກໂດຍສະພາແຫ່ງຊາດຫວຽດນາມ ເພື່ອຊ່ວຍເຫຼືອປະເທດອາເຈນຕິນາ ຮັບມືກັບການລະບາດຂອງພະຍາດ COVID-19.

ເຂົ້າຮ່ວມພິທີມີທ່ານນາງ Maria Luz Alonso - ຫົວໜ້າຫ້ອງວ່າການສະພາສູງ, ທ່ານ Rodrigo Martin Rodriguez - ປະທານສະພາຕໍ່າ, ທ່ານ ດັ້ງຊວນຢຸງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເຈນຕິນາ ແລະ ບັນດາອົງການຕົວແທນຂອງຫວຽດນາມຢູ່ປະເທດອາເຈນຕິນາ.

ສະພາແຫ ງຊາດຫວຽດນາມ ຊ ວຍເຫ ອປະເທດອາເຈນຕ ນາ ໃນການປ ອງກ ນການພະຍາດ covid 19
ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19. (ພາບ: vietnamplus.com)

ກ່າວຄຳເຫັນໃນພິທີ, ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ ມອບຜ້າບັງປາກໃຫ້ແກ່ປະເທດອາເຈນຕິນາ, ທ່ານ ດັ້ງຊວນຢຸງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເຈນຕິນາ ໄດ້ຢືນຢັນວ່າ ຂອງຂວັນຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳໃຈອັນຈິງໃຈຂອງລັດ ແລະ ປະຊາຊົນຫວຽດນາມ, ແມ່ນການແບ່ງປັນ ແລະ ຊ່ວຍເຫລືອໝູ່ເພື່ອນອາເຈນຕິນາ.

ໃນສະພາບການພະຍາດ COVID - 19 ຍັງຜັນແປຢ່າງສັບສົນຢູ່ພາກພື້ນອາເມລິກາລາຕິນ ແລະ ປະເທດອາເຈນຕິນາ ແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງ, ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ຕີລາຄາສູງບັນດາມາດຕະການທີ່ລັດຖະບານ ອາເຈນຕິນາ ໄດ້ປະຕິບັດນຳໃຊ້ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໃນຊຸມຊົນ.

ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມພະຍາຍາມຂອງລັດຖະບານ ແລະ ສະພາແຫ່ງຊາດອາເຈນຕິນາ, ປະເທດອາເຈນຕິນາຈະເອົາຊະນະໂລກລະບາດໃນໄວໆນີ້ ເພື່ອເຮັດໃຫ້ຊີວິດຂອງປະຊາຊົນກັບສູ່ສະພາບປົກກະຕິ, ພ້ອມທັງຟື້ນຟູເສດຖະກິດ, ສົມຄວນທີ່ຈະເປັນພື້ນຖານເສດຖະກິດຊັ້ນນຳໃນພາກພື້ນອາເມລິກາລາຕິນ.

ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການກັບອາເຈນຕິນາ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດດັ່ງກ່າວ, ພ້ອມທັງຫຼຸດຜ່ອນຜົນກະທົບທາງລົບທີ່ເກີດຈາກພະຍາດ COVID - 19, ປະກອບສ່ວນເຂົ້າໃນການພັດທະນາໄລຍະຍາວຂອງການພົວພັນລະຫວ່າງສອງປະເທດ ໃນທຸກຂົງເຂດ.

ທ່ານນາງ Maria Luz Alonso - ຫົວໜ້າຫ້ອງວ່າການສະພາສູງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມອບຂອງຂວັນທີ່ມີຄວາມໝາຍ ໃຫ້ແກ່ປະເທດອາເຈນຕິນາ ໃນໄລຍະການລະບາດນີ້.

ທ່ານນາງ Alonso ເນັ້ນໜັກວ່າ ນີ້ແມ່ນການຫຼັກຖານພະຍານສະແດງໃຫ້ເຫັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ, ພ້ອມດຽວກັນນີ້ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ສາຍພົວພັນສອງຝ່າຍໃຫ້ດີຂື້ນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ສະພາແຫ ງຊາດຫວຽດນາມ ຊ ວຍເຫ ອປະເທດອາເຈນຕ ນາ ໃນການປ ອງກ ນການພະຍາດ covid 19 AIPA 41: ປະເທດຟິລິບປິນ ໄດ້ຕີລາຄາສູງຄວາມອາດສາມາດໃນການນຳພາຂອງຫວຽດນາມ

ຍສໝ - ທ່ານຮອງປະທານສະພາຕໍ່າ ປະເທດຟີລິບປິນ ໄດ້ຕີລາຄາວ່າ: ໃນຖານະຕຳແໜ່ງເປັນປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຂອງຕົນ ໃນການນຳພາບັນດາລັດຖະສະພາສະມາຊິກຂອງ AIPA ທີ່ໄດ້ປະເຊີນໜ້າກັບວິກິດການ COVID-19.

ສະພາແຫ ງຊາດຫວຽດນາມ ຊ ວຍເຫ ອປະເທດອາເຈນຕ ນາ ໃນການປ ອງກ ນການພະຍາດ covid 19 6 ຂໍ້ສະເໜີແນະ ສຳລັບການຮ່ວມມືລັດຖະສະພາເພື່ອຍົກສູງຄວາມສາມາດໃນການຟື້ນຟູເສດຖະກິດ

ຍສໝ - ນີ້ແມ່ນສານປະກາດຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໃນການວາລະເຮັດວຽກເປັນກຸ່ມໃນກອງປະຊຸມກຸ່ມທີ່ປຶກສາຂອງ AIPA (AIPA Caucus) ຄັ້ງທີ 11.

ສະພາແຫ ງຊາດຫວຽດນາມ ຊ ວຍເຫ ອປະເທດອາເຈນຕ ນາ ໃນການປ ອງກ ນການພະຍາດ covid 19 ສື່ມວນຊົນສາກົນຕີລາຄາຢ່າງຕັ້ງໜ້າເລື່ອງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ EVFTA

ຍສໝ - ວັນທີ 8 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.