![]() |
ພາບປະກອບ |
ປັດຈຸບັນ, ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີໄດ້ 868/1054ຄົນ ແລະ ມີຜູ້ເສຍຊີວິດ35 ຄົນ. ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນເກືອບ 27,72 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 900.000 ຄົນ. ອິນເດຍສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໃໝ່ ຫຼາຍທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອໃໝ່ແມ່ນ 89.852 ຄົນ ແລະ ຜູ້ເສຍຊີວິດໃໝ່ແມ່ນ 1.107 ຄົນ.
ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 08 ກັນຍາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 2.099 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1.340 ຄົນ (ແຮງງານລາວ ກັບມາແຕ່ໄທ 313 ຄົນ); ຈຸດຜ່ານດ່ານ ລາວ-ຈີນ 17 ຄົນ, ໃນນີ້ມີ ແຮງງານລາວ 03 ຄົນ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ-ຫວຽດນາມ 734 ຄົນ, ໃນນີ້ມີນັກສືກສາລາວ 33 ຄົນ ຄື: 05 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ ແລະ 28 ຄົນ ຜ່ານດ່ານນໍ້າໂສ້ຍ, ແຂວຫົວພັນ, ເຫລືອນັ້ນແມ່ນຄົນ ຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ສ່ວນຫລາຍແມ່ນເຂົ້າມາ ປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ; ເດີນທາງຜ່ານດ່ານ ລາວ-ມຽນມາ 08 ຄົນ, ທັງໝົດແມ່ນຄົນລາວ, 06 ຄົນ ແມ່ນຄົນຂັບເຮືອ, ລູກເຮືອຂົນສົ່ງສິນຄ້າ ແລະ ຄົນຂັບລົດ, ຜູ້ຕິດຕາມສິນຄ້າ 02 ຄົນ ຜ່ານດ່ານບ້ານມອມ, ແຂວງບໍ່ແກ້ວ; ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງ ກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນ ສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າ ຈະຄົບກຳ ນົດ 14 ວັນ. ປັດຈຸບັນທົ່ວປະເທດ ລາວ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 43 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.933 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
![]() | ແຕ່ລະປີ ແຂວງແທງຮວາ ສສ.ຫວຽດນາມ ໄດ້ດຶງດູດເງິນຊ່ວຍເຫລືອຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະມານ 10 ລ້ານ ໂດລາສະຫະລັດ ຍສໝ - ວັນທີ 8 ກັນຍາ, ຄະນະປະຕິບັດງານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳ ໂດຍ ທ່ານນາງ ຫງວຽນເຟືອງງາ - ເລຂາຄະນະຊີ້ນຳຂອງພັກນອນຢູ່ໃນ ອຳນາດການປົກຄອງ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ມີການເຮັດວຽກກັບການໍາ ແຂວງແທງຮວາ. |
![]() | ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ) ຍສໝ - ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ). |
![]() | ຫວຽດນາມ ແລະ 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA ຍສໝ - 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA, ສະພາແຫ່ງຊາດຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດ AIPA ຢ່າງຄົບຖ້ວນເທົ່ານັ້ນ, ຫາກຍັງປະກອບຄຳຄິດຄຳເຫັນ, ຂໍ້ລິເລີ່ມທີ່ແທດຈິງຫຼາຍຢ່າງ ເພື່ອປ່ຽນແປງໃໝ່ອົງການຈັດຕັ້ງ, ການເຄື່ອນໄຫວ, ໂຄງການດຳເນີນງານຂອງ AIPO/AIPA, ຊຸກຍູ້ບົດບາດຂອງ AIPO/AIPA ແລະ ການເຊື່ອມຕໍ່ກັບອາຊຽນ ໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນອີກດ້ວຍ. |
ໄຊພອນ