AIPA 41: ປະເທດຟິລິບປິນ ໄດ້ຕີລາຄາສູງຄວາມອາດສາມາດໃນການນຳພາຂອງຫວຽດນາມ

08:00 | 09/09/2020

ຍສໝ - ທ່ານຮອງປະທານສະພາຕໍ່າ ປະເທດຟີລິບປິນ ໄດ້ຕີລາຄາວ່າ: ໃນຖານະຕຳແໜ່ງເປັນປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຂອງຕົນ ໃນການນຳພາບັນດາລັດຖະສະພາສະມາຊິກຂອງ AIPA ທີ່ໄດ້ປະເຊີນໜ້າກັບວິກິດການ COVID-19.

aipa 41 ປະເທດຟ ລ ບປ ນ ໄດ ຕ ລາຄາສ ງຄວາມອາດສາມາດໃນການນຳພາຂອງຫວຽດນາມ AIPA 41: ບັນດາປະເທດຕີລາຄາສູງວຽກງານການກະກຽມຂອງຫວຽດນາມ
aipa 41 ປະເທດຟ ລ ບປ ນ ໄດ ຕ ລາຄາສ ງຄວາມອາດສາມາດໃນການນຳພາຂອງຫວຽດນາມ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41

ໃນສະພາບການຂອງຄວາມບໍ່ສະຖຽນລະພາບ ທີ່ເກີດຈາກວິກິດການຂອງ COVID-19 ຢູ່ໃນທົ່ວໂລກ, ລວມທັງພາກພື້ນອາຊີຕາເວັນອອກສຽງໃຕ້, ກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 41 ແມ່ນຢູ່ໃນ "ຖານະຍຸດທະສາດ" ເພື່ອສວມບົດບາດແມ່ນພື້ນຖານການປະສານງານ ບັນດາຄວາມບຸກບືນຂອງບັນດາລັດຖະສະພາສະມາຊິກຂອງ AIPA ເພື່ອຊ່ວຍເຫຼືອ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ເຊິ່ງສືບຕໍ່ທຳລາຍ ແລະ ເກີດຂຶ້ນບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ.

aipa 41 ປະເທດຟ ລ ບປ ນ ໄດ ຕ ລາຄາສ ງຄວາມອາດສາມາດໃນການນຳພາຂອງຫວຽດນາມ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃນກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 41. (ພາບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານ Raneo E. Abu - ຮອງປະທານສະພາຕໍ່າປະເທດຟີລິບປິນ ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ ປະຈຳອາຊີຕາເວັນອອກສຽງໃຕ້ ກ່ອນໜ້າກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 41 ດ້ວຍຮູບການຖ່າຍທອດສົດ ທີ່ຈັດຕັ້ງໂດຍປະເທດຫວຽດນາມເປັນເຈົ້າພາບ, ເຊິ່ງຈະດຳເນີນແຕ່ວັນທີ 8 ສິງຫາ - 10 ສິງຫາ. ຕາມທ່ານຮອງປະທານສະພາຕໍ່າປະເທດຟີລິບປິນ Raneo ແລ້ວ, ຟີລິບປິນ ໄດ້ສະໜັບສະໜູນຢ່າງເຂັ້ມແຂງຕໍ່ບັນດາລັດຖະສະພາສະມາຊິກຂອງ AIPA ໃນການຮ່າງແຜນການຟື້ນຟູຢ່າງວ່ອງໄວ, ຄ່ອງຕົວ ແລະ ຍືນຍົງ.

ທ່ານຮອງປະທານສະພາຕໍ່າປະເທດຟີລິບປິນ Raneo E. Abu ໄດ້ຕີລາຄາວ່າ ໃນຖານະເປັນປະທານ AIPA 2020 ແລະ ພາຍໃຕ້ການນຳພາຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ສະພາແຫ່ງຊາດຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຂອງຕົນ ໃນການນຳພາບັນດາລັດຖະສະພາສະມາຊິກຂອງ AIPA ທີ່ໄດ້ປະເຊີນໜ້າກັບວິກິດການ COVID-19 ດ້ວຍຄວາມຕັ້ງໃຈທີ່ຈະເອົາຊະນະໂລກລະບາດ, ແລະ ພາກພື້ນທີ່ມີຄວາມສາມັກຄີ, ສະໜິດຕິດພັນຊຶ່ງກັນ ແລະ ກັນ, ແລະ ເປັນເຈົ້າການໃນການຮັບມື.

aipa 41 ປະເທດຟ ລ ບປ ນ ໄດ ຕ ລາຄາສ ງຄວາມອາດສາມາດໃນການນຳພາຂອງຫວຽດນາມ
ທ່ານ Raneo E. Abu - ຮອງປະທານສະພາຕໍ່າປະເທດຟີລິບປິນ. (ພາບ: TTXVN)

ເພື່ອເຕົ້າໂຮມບັນດາປະເທດສະມາຊິກ AIPA, ທ່ານນາງ ຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງຈົດໝາຍເຖິງບັນດາປະທານລັດຖະສະພາສະມາຊິກ AIPA ເພື່ອຮຽກຮ້ອງໃຫ້ບັນດາອົງການສະພານິຕິບັນຍັດຂອງ AIPA ພ້ອມກັນຮັບມືກັບວິກິດການ COVID-19 ເຊິ່ງເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນຫຼາຍລ້ານຄົນໃນພາກພື້ນອາຊຽນ.

ທ່ານ Raneo ຢືນຢັນວ່າ ສະພາຕໍ່າປະເທດຟີລິບປິນ ໄດ້ຕີລາຄາສູງຄວາມຟົດຟື້ນຫ້າວຫັນ ແລະ ຄວາມຈິງໃຈຂອງສະພາແຫ່ງຊາດຫວຽດນາມ, ເຊິ່ງໄດ້ສະແດງໃຫ້ເຫັນໂດຍບັນດາຄວາມບຸກບືນດັ່ງກ່າວ ເພື່ອຊ່ວຍ AIPA ປະກອບສ່ວນເຂົ້າໃນການຟື້ນຕົວຂອງພາກພື້ນອາຊຽນ ພາຍຫຼັງການລະບາດ COVID-19.

ສະພາຕໍ່າປະເທດຟີລິບປິນ ກໍ່ໄດ້ຮັບຮອງ ແລະ ສະໜັບສະໜູນການຮຽກຮ້ອງຂອງສະພາແຫ່ງຊາດຫວຽດນາມ ທີ່ສືບຕໍ່ສ້າງບັນດາຂໍ້ລິເລີ່ມຮ່ວມ ເພື່ອປົກປັກຮັກສາຜົນສຳເລັດທີ່ໄດ້ບັນລຸແລ້ວ, ມຸ່ງໄປສູ່ການສຳເລັດລະບຽບການກໍ່ສ້າງຊຸມຊົນການເມືອງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມອາຊຽນຮອດປີ 2025.

aipa 41 ປະເທດຟ ລ ບປ ນ ໄດ ຕ ລາຄາສ ງຄວາມອາດສາມາດໃນການນຳພາຂອງຫວຽດນາມ ຍີ່ປຸ່ນ ຊ່ວຍເຫລືອຫຼ້າ ຈໍານວນເງິນ 2 ຕື້ເຢນ ໃຫ້ແກ່ ຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ Yamada Takio ໃຫ້ຮູ້ວ່າ: ລັດຖະບານຍີ່ປຸ່ນຕີລາຄາສູງບົດບາດຂອງກະຊວງສາທາລະນະສຸກຫວຽດນາມໃນການປ້ອງກັນ ແລະຄວບຄຸມການລະບາດຂອງ COVID-19 ຢ່າງ ສຳເລັດຜົນຢູ່ຫວຽດນາມໃນຂະນະສະພາບການໂລກລະບາດກຳລັງແຜ່ລະບາດຢ່າງຮ້າຍແຮງ.

aipa 41 ປະເທດຟ ລ ບປ ນ ໄດ ຕ ລາຄາສ ງຄວາມອາດສາມາດໃນການນຳພາຂອງຫວຽດນາມ ​ ອາເມລິກາ ແລະຫວຽດນາມພ້ອ​ມ​ກັນຈັດຕັ້ງເວທີປາໄສວິສາຫະກິດອິນເດຍ-ປາຊີຟິກ 2020

ຍ​ສ​ໝ - ຜ່ານ​ເວ​ທີ​ປາ​ໄສ, ວໍ​ຊິງ​ຕັນ​ຈະ​ປະ​ກາດ​ບັນ​ດາ​ຂໍ້​ລິ​ເລີ່ມ ແລະ ບ້ວງ​ເງິນ​ລົງ​ທຶນ​ໃໝ່​ທີ່​ສຸ​ມ​ໃສ່​ເຂົ້າ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ພະ​ລັງ​ງານ ແລະ ພື້ນ​ຖານ​ໂຄງ​ລ່າງ, ຊຸກ​ຍູ້​ການ​ລົງ​ທຶນ​ແຕ່​ເຂດ​ເອ​ກະ​ຊົນ​ຂອງ​ອາ​ເມ​ລິ​ມາ​ຢູ່​ເຂດນີ້.

aipa 41 ປະເທດຟ ລ ບປ ນ ໄດ ຕ ລາຄາສ ງຄວາມອາດສາມາດໃນການນຳພາຂອງຫວຽດນາມ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຕຳແໜ່ງປະທານ AIPA 41

ຍສໝ - ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບຕຳແໜ່ງປະທານ AIPA 41.

ຄຳຮຸ່ງ

302 Found

Found

The document has moved here.