ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

06:30 | 11/09/2020

ຍສໝ - ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ.

ປະ ທານ ສະ ພາ ແຫ ງ ຊາດ ລາວ ຕ ລາຄາສ ງຕ ຄວາມສາມາດໃນການຈ ດຕ ງ aipa 41 ຂອງ ສະພາແຫ ງຊາດຫວຽດນາມ
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ. ພາບ:baotintuc.vn

ຕອນເຊົ້າວັນທີ 10 ກັນຍາ 2020, ກອງປະຊຸມ AIPA 41 ດ້ວຍຫົວຂໍ້ “ການທູດລັດຖະສະພາ ເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໄດ້ປິດລົງພາຍຫຼັງດໍາເນີນມາເປັນເວລາ 3 ວັນຜ່ານທາງອອນລາຍ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ກອງປະຊຸມ AIPA 41 ໄດ້ປະຕິບັດສໍາເລັດ 6 ວາລະປະຊຸມ, ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບບັນດາບັນຫາລວມຂອງ AIPA. ກອງປະຊຸມ AIPA 41 ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງ ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA ເປັນການເຄື່ອນໄຫວຕົ້ນຕໍໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA. ສິ່ງນີ້ຊ່ວຍຍົກສູງຄວາມຮັບຮູ້ຂອງບັນດາລັດຖະສະພາ AIPA ກ່ຽວກັບບົດບາດຂອງສະມາຊິກລັດຖະສະພາໜຸ່ມ ຕໍ່ກັບບັນດາບັນຫາໃນພາກພື້ນ.

ຈຸດໃໝ່ຂອງກອງປະຊຸມສະມັດຊາໃຫຍ່ AIPA 41 ເຊິ່ງຫວຽດນາມ ເປັນເຈົ້າການຊຸກຍູ້ແມ່ນແຕ່ລະກໍາມາທິການຂອງ AIPA ຈະປະກາດໃຊ້ມະຕິລວມສະບັບໜຶ່ງ, ແຕ່ຕ້ອງສ່ອງແສງເຖິງການສະເໜີຂອງບັນດາປະເທດ. ສິ່ງດັ່ງກ່າວຮັບປະກັນຫຼີກເວັ້ນການປຶກສາຫາລືທີ່ແກ່ຍາວ ແລະສອດຄ່ອງກັບເວລາຈັດກອງປະຊຸມທາງໄກ. ຫວຽດນາມ ໄດ້ສະເໜີ ແລະໄດ້ຮັບການສະໜັບສະໜູນຈາກບັນດາປະເທດສໍາລັບຫົວຂໍ້ຂອງກອງປະຊຸມສະມາຊິກລັດຖະສະພາເພດຍິງ, ກໍາມາທິການການເມືອງ, ກໍາມາທິການເສດຖະກິດ ແລະກໍາມາທິການສັງຄົມ. ບັນດາເນື້ອໃນຂອງມະຕິລວມໃນປີນີ້ລ້ວນແຕ່ຕິດພັນກັບສະພາບການໂລກລະບາດ ແລະຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ຂົງເຂດຕ່າງໆ.

ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ລົງນາມຖະແຫຼງການຮ່ວມ, ຮັບເອົາລັດຖະສະພາ ນອກແວ ແລະ ລັດຖະສະພາ ມາຣົກ ເປັນສະມາຊິກສັງເກດການຂອງ AIPA. ພ້ອມທັງ ດຳເນີນພິທີ ມອບ - ຮັບລາງວັນຍ້ອນ ມີການອຸທິດສ່ວນຢ່າງດີເດັ່ນຂອງ AIPA ໃຫ້ແກ່ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ແລະ ທ່ານນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ.

ໃນພິທີມອບຮັບລາງວັນ “ກິຕິມະສັກໄອປາ” ຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ຄະນະປະຈຳສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ມອບສິດໃຫ້ທ່ານວຽງໄຊ ດາລາແສນ, ອັກຄະລັດຖະທູດທີ່ປຶກສາ, ອຸປະທູດຊົ່ວຄາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂຶ້ນຮັບລາງວັນດັ່ງກ່າວແທນ.

ໃນບົດຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ວຽງຈັນ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ໄດ້ຕີລາຄາສູງຕໍ່ບັນດາເນື້ອໃນເຊິ່ງປະເທດເຈົ້າພາບໄດ້ຍົກອອກມາປຶກສາຫາລືຢູ່ກອງປະຊຸມ ແລະ ບັນດາເນື້ອໃນເຫຼົ່ານີ້ ລ້ວນແຕ່ໄດ້ຮັບຄວາມເຫັນດີເປັນເອກະພາບວ່າ ແມ່ນບັນດາບັນຫາສຳຄັນຂອງພາກພື້ນ, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ອາຊຽນ. ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ, ນີ້ແມ່ນຂໍ້ລິເລີ່ມທີ່ດີ.

ປະ ທານ ສະ ພາ ແຫ ງ ຊາດ ລາວ ຕ ລາຄາສ ງຕ ຄວາມສາມາດໃນການຈ ດຕ ງ aipa 41 ຂອງ ສະພາແຫ ງຊາດຫວຽດນາມ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດແມ່ນ 28.014.428 ຄົນ, ໃນນັ້ນ ມີ 907.276 ຄົນເສຍຊີວິດ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຢ່າງໜັກໜ່ວງທີ່ສຸດ

ປະ ທານ ສະ ພາ ແຫ ງ ຊາດ ລາວ ຕ ລາຄາສ ງຕ ຄວາມສາມາດໃນການຈ ດຕ ງ aipa 41 ຂອງ ສະພາແຫ ງຊາດຫວຽດນາມ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ສະເໜີໃຫ້ບັນດາຝ່າຍ ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເຊື່ອມຕໍ່ຄືນໃໝ່ບັນດາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ພາຍຫລັງຖືກຕັດຕອນມາໄດ້ໄລຍະໜຶ່ງ ຍ້ອນໂລກລະບາດໂຄວິດ-19.

ປະ ທານ ສະ ພາ ແຫ ງ ຊາດ ລາວ ຕ ລາຄາສ ງຕ ຄວາມສາມາດໃນການຈ ດຕ ງ aipa 41 ຂອງ ສະພາແຫ ງຊາດຫວຽດນາມ ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025

ໃນປະຫວັດສາດ 53 ປີທີ່ຍືນຍົງຄົງຕົວ ແລະ ພັດທະນາຂອງ ອາຊຽນ, ເປັນຄັ້ງທຳອິດທີ່ ອາຊຽນ ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກນັ້ນ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດນຳໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະເທດປະທານໝູນວຽນໃນປີ 2020 ນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.