ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ

15:54 | 02/06/2026

ຍສໝ - ໃນມື້ວັນທີ 1 ມິຖຸນາ 2026, ສະຖາບັນຮູບເງົາ ຫວຽດນາມ ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດ ສະວີເດັນ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດສາກ "ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ" ຢູ່ທີ່ໂຮງຮູບເງົາ ຫງອກແຄ໋ງ (Ngoc Khanh) - ສັງກັດສະຖາບັນຮູບເງົາ ຫວຽດນາມ.

ຫວຽດນາມ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວພັດທະນາຂອງ ອາຊຽນ
ຢັ້ງຢືນເຖິງບົດບາດ, ຖານະບົດບາດ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ

ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ
ທ່ານເອກອັກຄະລັດຖະທູດ ຊູແອດ ປະຈຳ ຫວຽດນາມ Johan Ndisi ກ່າວປາໄສຢູ່ທີ່ພິທີເປີດສາກ. (ພາບ: ສະຖາບັນຮູບເງົາ ຫວຽດນາມ)

ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ ຈັດຂຶ້ນແຕ່ວັນທີ 1-5/6, ໄດ້ນຳສະເໜີຮູບເງົາຄລາສສິກຂອງຊູແອດ 3 ເລື່ອງ ແລະ ຮູບເງົາກາຕູນອານິເມຊັນຫວຽດນາມ 11 ເລື່ອງ ທີ່ຜະລິດໃນໄລຍະ 6 ທົດສະວັດ, ເພື່ອສົ່ງເສີມການແລກປ່ຽນວັດທະນະທຳ ແລະ ແນະນຳມໍລະດົກຮູບເງົາຂອງສອງປະເທດໃຫ້ແກ່ເດັກນ້ອຍ.

ກິດຈະກຳດັ່ງກ່າວຍັງເຊີດຊູນັກຂຽນຊາວຊູແອດ Astrid Lindgren ແລະ ບັນດານັກສ້າງຮູບເງົາກາຕູນຫວຽດນາມ, ໃນນັ້ນມີສິລະປິນປະຊາຊົນ ໂງ ແມ້ງ ເລີນ.

ກ່າວໃນພິທີເປີດ, ທ່ານ Johan Ndisi, ເອກອັກຄະລັດຖະທູດຊູແອດປະຈຳຫວຽດນາມ, ເນັ້ນໜັກວ່າ ຜົນງານຂອງ Astrid Lindgren ສະທ້ອນຄຸນຄ່າດ້ານຄວາມເປັນເອກະລາດ, ຄວາມສະເໝີພາບ ແລະ ການເຄົາລົບສຽງຂອງເດັກນ້ອຍ, ພ້ອມທັງສະທ້ອນສາຍພົວພັນຮ່ວມມືທາງວັດທະນະທຳອັນຍາວນານລະຫວ່າງສອງປະເທດ.

ທ່ານນາງ ເລ ທິ ຮ່າ, ຜູ້ນຳສະຖາບັນຮູບເງົາຫວຽດນາມ, ຢືນຢັນວ່າ ການສາຍຮູບເງົາເປັນສ່ວນໜຶ່ງຂອງພາລະກິດອະນຸລັກ ແລະ ເຜີຍແຜ່ມໍລະດົກຮູບເງົາ.

ໃນງານ, ເດັກນ້ອຍໄດ້ຊົມຮູບເງົາ “ສົມນ້ຳໜ້າບັກໝາຈອກ” ແລະ “Pippi Longstocking”, ພ້ອມທັງຊົມການວາງສະແດງປຶ້ມຂອງ Astrid Lindgren ທີ່ແປເປັນພາສາຫວຽດນາມ. ບັນດາຜົນງານຮູບເງົາຍັງຊ່ວຍຖ່າຍທອດຄຸນຄ່າແຫ່ງມິດຕະພາບ, ຄວາມກ້າຫານ ແລະ ການແບ່ງປັນໃຫ້ແກ່ເຍົາວະຊົນ.

ໂຮງຮຽນພາສາຫວຽດ Cay Tre ຈັດງານວັນເດັກນ້ອຍສາກົນ ໃຫ້ແກ່ນັກຮຽນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ ໂຮງຮຽນພາສາຫວຽດ Cay Tre ຈັດງານວັນເດັກນ້ອຍສາກົນ ໃຫ້ແກ່ນັກຮຽນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ

ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.

ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23: ພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ແລະ ສຽງເວົ້າເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຂະຫຍາຍຕົວພັດທະນາ ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23: ພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ແລະ ສຽງເວົ້າເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຂະຫຍາຍຕົວພັດທະນາ

ຍສໝ - ພາຍຫຼັງໄລຍະເວລາ 3 ວັນແຫ່ງການປຶກສາຫາລື ໂດຍມີວາລະກອງປະຊຸມຄົບຄະນະ 6 ວາລະ ແລະ ວາລະກອງປະຊຸມວິສາມັນ 3 ວາລະ, ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ໄດ້ປິດສາກລົງແລ້ວ ຢູ່ທີ່ປະເທດສິງກະໂປ, ທ່າມກາງບໍລິບົດສະພາບແວດລ້ອມຄວາມໝັ້ນຄົງສາກົນ ທີ່ຍັງຄົງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາກຫຼາຍປະການ ຈາກການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ, ບັນດາການປະທະກັນທີ່ແກ່ຍາວ ແລະ ບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງແບບໃໝ່ (ຄວາມໝັ້ນຄົງອະທິປະໄຕທີ່ບໍ່ແມ່ນການທະຫານ) ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ