| ທ່ານນາງ ປອ. ຮວ່າງທິຮົ່ງຮ່າ: ທູດພາສາ ຫວຽດນາມ ປະຈຳ ປາຣີ ພື້ນທີ່ວັດທະນະທຳຫວຽດນາມ ແຜ່ຂະຫຍາຍຢູ່ທ່າມກາງນະຄອນ ປາຣີ |
ງານບຸນດັ່ງກ່າວຈັດຂຶ້ນຢູ່ສາລາວ່າການເຂດທີ 16 ຂອງນະຄອນປາຣີ, ໂດຍມີ 20 ສະມາຄົມຈາກຊຸມຊົນຫວຽດນາມ, ກຳປູເຈຍ, ລາວ ແລະ ຝຣັ່ງ ເຂົ້າຮ່ວມ. ບັນດາກິດຈະກຳສະແດງສິລະປະ ແລະ ແນະນຳວັດທະນະທຳ ໄດ້ສ້າງໂອກາດໃຫ້ບັນດາຊຸມຊົນທີ່ເຂົ້າຮ່ວມໄດ້ແລກປ່ຽນ ແລະ ຮຽນຮູ້ເອກະລັກຂອງກັນ ແລະ ກັນ.
ຕາມສຳນັກຂ່າວສານຫວຽດນາມ, ລາຍການຂອງສະມາຄົມຮວງຊັກຫວຽດນາມ - ເອີຣົບ ແລະ ຄະນະຮ້ອງປະສານສຽງເກວເຮືອງ ໄດ້ນຳສະເໜີບັນດາພາບລັກສະນະ ແລະ ທຳນອງດົນຕີອັນເປັນເອກະລັກຂອງຫວຽດນາມ, ຊ່ວຍໃຫ້ຜູ້ຊົມສາກົນສຳຜັດໄດ້ເຖິງຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ ເຖິງແມ່ນວ່າຈະບໍ່ເຂົ້າໃຈພາສາຫວຽດນາມກໍຕາມ.
![]() |
| ຜູ້ສະແດງແນະນຳຊຸດແຕ່ງກາຍສຳລັບແມ່ຍິງສີແດງເຂັ້ມ ປະສົມປະສານກັບຜ້າໂພກຫົວແບບດັ້ງເດີມ ໃນລາຍການຂອງສະມາຄົມຮວງຊັກຫວຽດນາມ - ເອີຣົບ. (ຮູບພາບ: TTXVN) |
ທ່ານ Alain , ປະທານສະມາຄົມຮວງຊັກຫວຽດນາມ - ເອີຣົບ, ໃຫ້ຮູ້ວ່າ ສະມາຄົມໄດ້ເລືອກສະແດງຊຸດອ໋າວຢ່າຍບູຮານຂອງລາຊະສຳນັກເຫວ້ ແລະ ຊຸດອ໋າວຫງູ້ເຖິນ (ເສື້ອຫ້າສ່ວນ). ໃນນັ້ນ, ສີຟ້າສື່ເຖິງບ້ານເກີດເມືອງນອນ, ເສລີພາບ ແລະ ສັນຕິພາບ; ສ່ວນສີແດງສະແດງເຖິງສາຍເລືອດອັນກ້າແກ່ນຂອງບັນດາວິລະຊົນແຫ່ງຊາດ. ຜ່ານເຄື່ອງນຸ່ງຖື, ສະມາຄົມປາຖະໜາທີ່ຈະເຜີຍແຜ່ບັນດາຄຸນຄ່າທາງວັດທະນະທຳ ແລະ ປະຫວັດສາດຂອງຫວຽດນາມ.
ຄຽງຄູ່ກັບການສະແດງເຄື່ອງນຸ່ງຖື, ຄະນະຮ້ອງປະສານສຽງເກວເຮືອງ ໄດ້ນຳສະເໜີບົດເພງ “ຊາວຮ່າໂນ້ຍ” ຂອງນັກປະພັນເພງ ຫງວຽນ ດິ່ງ ທິ ແລະ ບົດເພງ “ຫວຽດນາມ ບ້ານເກີດຂອງຂ້ອຍ” ຂອງນັກປະພັນເພງ ໂດ໊ ຍ້ວນ, ໂດຍມີສະມາຊິກຊາວຕ່າງປະເທດເຂົ້າຮ່ວມສະແດງນຳອີກ.
ທ່ານນາງ ຫງວຽນ ເງິນ ຮ່າ, ຜູ້ອຳນວຍການວົງຂັບຮ້ອງປະສານສຽງ ແລະ ຜູ້ຮັບຜິດຊອບຄະນະຮ້ອງປະສານສຽງເກວເຮືອງ, ໃຫ້ຮູ້ວ່າ ຄະນະມີສະມາຊິກຊາວຝຣັ່ງ ແລະ ໃນປີນີ້ຍັງໄດ້ຕ້ອນຮັບເພື່ອນຊາວໂມຣັອກໂກເພີ່ມອີກໜຶ່ງຄົນ. ໃນເວລາຝຶກຊ້ອມບົດເພງກ່ຽວກັບຮ່າໂນ້ຍ, ຄະນະໄດ້ແນະນຳເນື້ອໃນຂອງບົດເພງ ເພື່ອໃຫ້ບັນດາສະມາຊິກຊາວຕ່າງປະເທດເຂົ້າໃຈຄວາມໝາຍຂອງເນື້ອຮ້ອງໄດ້ດີຂຶ້ນ.
ຕາມທ່ານນາງ, ເຖິງແມ່ນວ່າຈະມີຄວາມແຕກຕ່າງດ້ານພາສາ, ແຕ່ບັນດາສະມາຊິກກໍຍັງສາມາດສຳຜັດໄດ້ເຖິງຄວາມຮູ້ສຶກຜ່ານດົນຕີ. ທ່ານນາງແບ່ງປັນວ່າ: “ຄວາມເຂົ້າໃຈ ແລະ ຮ່ວມຮູ້ສຶກກັນເຊັ່ນນັ້ນ ເຮັດໃຫ້ຕົວຂ້ອຍເອງກໍຮູ້ສຶກຊາບຊຶ້ງໃຈຢ່າງຍິ່ງ”.
ນອກຈາກການສະແດງສິລະປະແລ້ວ, ງານບຸນຍັງໄດ້ຈັດກິດຈະກຳດ້ານອາຫານ, ການແລກປ່ຽນຫົວຂໍ້ສະເພາະ ແລະ ການພົບປະລະຫວ່າງບັນດາສະມາຄົມ, ໂດຍສຸມໃສ່ການສຶກສາ, ການຊ່ວຍເຫຼືອຊຸມຊົນ ແລະ ການແລກປ່ຽນວັດທະນະທຳ. ບັນດາການສົນທະນາຍັງໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈເພີ່ມເຕີມກ່ຽວກັບເຄື່ອງນຸ່ງຖື, ດົນຕີ ແລະ ວິຖີຊີວິດຂອງບັນດາຊຸມຊົນຢູ່ຝຣັ່ງ.
ທ່ານ ເຈືອງ ຮົ່ງ ຫາຍ, ປະທານສະມາຄົມຫວຽດນາມ - ລາວ - ກຳປູເຈຍ ປະຈຳຝຣັ່ງ, ຕີລາຄາວ່າ ເຫດການນີ້ໄດ້ປະກອບສ່ວນເຊື່ອມໂຍງບັນດາຊຸມຊົນ, ສົ່ງເສີມຈິດໃຈແຫ່ງຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທ່ານໄດ້ຮັບຮູ້ເຖິງການເຂົ້າຮ່ວມຢ່າງຕັ້ງໜ້າຂອງຢ່າງໜ້ອຍ 6 ສະມາຄົມຊາວຫວຽດນາມ ພ້ອມດ້ວຍບັນດາການປະກອບສ່ວນທີ່ເປັນຮູບປະທຳ ແລະ ມຸ່ງສູ່ປະເທດຊາດ.
ຜ່ານບັນດາກິດຈະກຳແລກປ່ຽນ, ຊຸມຊົນຊາວຫວຽດນາມຢູ່ຝຣັ່ງ ສືບຕໍ່ຮັກສາເອກະລັກທາງວັດທະນະທຳ, ຮັກສາຄວາມຜູກພັນກັບບ້ານເກີດເມືອງນອນ ແລະ ເສີມຂະຫຍາຍການເຊື່ອມໂຍງກັບເພື່ອນມິດສາກົນ.
ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳສິລະປະ, ອາຫານຂອງ ຫວຽດນາມ. |
ຍສໝ - ປີ 1969, ເມື່ອທົ່ວໂລກເອົາໃຈໃສ່ເຖິງກອງປະຊຸມ ປາຣີ, ຊາຍໜຸ່ມຊາວສະວິດ 3 ຄົນໄດ້ແຂວນທຸງແນວໂຮມປົດປ່ອຍຊາດ ພາກໃຕ້ຫວຽດນາມຢ່າງງຽບໆຢູ່ເທິງວິຫານ Notre Dame Paris. 50 ກວ່າປີຕໍ່ມາ, ສອງຄົນຄື Olivier Parriaux ແລະ Bernard Bachelard - ໄດ້ເດີນທາງຢູ່ຫວຽດນາມເປັນຄັ້ງທຳອິດ. ເຂົາເຈົ້າມາບໍ່ໄດ້ຮັບກຽດເທົ່ານັ້ນ, ຫາກຍັງຢືນຢັນວ່າ: ການເດີນທາງພ້ອມກັບຫວຽດນາມບໍ່ເຄີຍຢຸດຢັ້ງ. |
ດວງດີ
