ມະຫາກຳສາມັກຄີມະຫາຊົນ ເຊື່ອມສານຊາວຫວຽດນາມຢູ່ເອີຣົບ

22:00 | 02/11/2026

ຍສໝ - ວັນທີ 31/10, ຢູ່ນະຄອນຫຼວງປຣາກ (ສາທາລະນະລັດເຊັກ), ມະຫາກຳສາມັກຄີມະຫາຊົນທົ່ວຊາດ ແລະ ວັນວັດທະນະທຳຫວຽດນາມຢູ່ເອີຣົບ ປີ 2026 ໄດ້ໄຂຂຶ້ນ, ໂດຍມີຜູ້ຕາງໜ້າຊຸມຊົນຊາວຫວຽດນາມຈາກ 29 ປະເທດເຂົ້າຮ່ວມ, ປະກອບສ່ວນເສີມສ້າງຄວາມສາມັກຄີ, ຮັກສາເອກະລັກວັດທະນະທຳ ແລະ ເສີມຂະຫຍາຍຄວາມຜູກພັນກັບບ້ານເກີດເມືອງນອນ.

ຫວຽດນາມລົງນາມສັນຍາການຄ້າເສລີກັບ 4 ປະເທດເອີຣົບ ຫວຽດນາມຂະຫຍາຍເຄືອຂ່າຍຄູ່ຮ່ວມມືທີ່ໜ້າເຊື່ອຖື, ເຮັດໃຫ້ສາຍພົວພັນກັບເອີຣົບເລິກເຊິ່ງຍິ່ງຂຶ້ນ

ງານດັ່ງກ່າວຈັດຂຶ້ນຢູ່ສູນການຄ້າ Sapa, ນັບເປັນຄັ້ງທຳອິດທີ່ມະຫາກຳສາມັກຄີມະຫາຊົນທົ່ວຊາດ ແລະ ວັນວັດທະນະທຳຫວຽດນາມ ໄດ້ຈັດຂຶ້ນໃນລະດັບທະວີບເອີຣົບ. ພາຍໃຕ້ຫົວຂໍ້ “ສາມັກຄີ - ຄວາມຮັບຜິດຊອບ - ການເຊື່ອມໂຍງ - ການພັດທະນາ”, ລາຍການໄດ້ສ້າງເງື່ອນໄຂໃຫ້ຊາວຫວຽດນາມຫຼາຍຮຸ່ນຄົນທີ່ອາໄສຢູ່ຕ່າງປະເທດໄດ້ພົບປະ, ແລກປ່ຽນ ແລະ ຮ່ວມກັນລະນຶກເຖິງຮາກເຫງົ້າຂອງຕົນ.

ມະຫາກຳສາມັກຄີມະຫາຊົນ ເຊື່ອມສານຊາວຫວຽດນາມຢູ່ເອີຣົບ
ການສະແດງເຊີດສິງໂຕຢ່າງຄຶກຄື້ນເປີດງານມະຫາກຳ, ຕ້ອນຮັບບັນດາຜູ້ແທນ ແລະ ພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼວງຫຼາຍທີ່ຜ່ານປະຕູຕ້ອນຮັບເຂົ້າຮ່ວມລາຍການ.

ສົ່ງເສີມພະລັງແຫ່ງຄວາມສາມັກຄີຂອງຊຸມຊົນຊາວຫວຽດນາມ

ກ່າວຄຳປາໄສໃນພິທີເປີດ, ທ່ານນາງ ຮ່າ ທິ ງາ, ກຳມະການສູນກາງພັກ, ຮອງປະທານ ແລະ ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ, ໃຫ້ຮູ້ວ່າ ງານມະຫາກຳຄັ້ງນີ້ຈັດຂຶ້ນໃນບັນຍາກາດມຸ່ງສູ່ການລະນຶກຄົບຮອບ 96 ປີ ວັນມູນເຊື້ອແນວໂຮມປິຕຸພູມຫວຽດນາມ (18/11) ແລະ ວັນວັດທະນະທຳຫວຽດນາມ (24/11), ເຊິ່ງເປັນເຫດການທີ່ຈັດຂຶ້ນໃນລະດັບທົ່ວປະເທດຫວຽດນາມເປັນຄັ້ງທຳອິດ.

ຕາມທ່ານນາງ ຮ່າ ທິ ງາ, ສູນການຄ້າ Sapa ບໍ່ພຽງແຕ່ເປັນສະຖານທີ່ປະກອບທຸລະກິດເທົ່ານັ້ນ, ແຕ່ຍັງເປັນພື້ນທີ່ທີ່ເຕັມໄປດ້ວຍເອກະລັກຂອງບ້ານເກີດເມືອງນອນ ແລະ ເປັນຄວາມພາກພູມໃຈຂອງຊຸມຊົນຊາວຫວຽດນາມຢູ່ສາທາລະນະລັດເຊັກ. ການທີ່ສະຫະພັນສະມາຄົມຊາວຫວຽດນາມຢູ່ເອີຣົບເລືອກສະຖານທີ່ແຫ່ງນີ້ເພື່ອຈັດງານມະຫາກຳຄັ້ງທຳອິດ ໄດ້ສະທ້ອນເຖິງຄວາມຜູກພັນຂອງຊາວຫວຽດນາມຢູ່ຕ່າງປະເທດທີ່ມີຕໍ່ປະເທດຊາດ.

ໃນການໃຫ້ຂໍ້ມູນກ່ຽວກັບສະພາບການຂອງຫວຽດນາມ, ທ່ານນາງໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງຜູ້ແທນສະພາແຫ່ງຊາດຊຸດທີ XVI, ສະພາປະຊາຊົນຂັ້ນຕ່າງໆ ສະໄໝ 2026-2031, ປະເທດຊາດພວມກ້າວເຂົ້າສູ່ໄລຍະການພັດທະນາໃໝ່.

ໃນສະພາບທີ່ສະຖານະການໂລກມີການປ່ຽນແປງຢ່າງວ່ອງໄວ ແລະ ສັບສົນ, ເສດຖະກິດຫວຽດນາມຍັງຄົງຮັກສາທ່າອ່ຽງການເຕີບໂຕໃນທາງບວກ, ໂດຍ GDP ໃນ 9 ເດືອນຕົ້ນປີ 2026 ເພີ່ມຂຶ້ນ 9,01%. ບັນດາຂົງເຂດວັດທະນະທຳ, ສັງຄົມ ແລະ ສະຫວັດດີການສັງຄົມ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່; ການພັດທະນາອຸດສາຫະກຳວັດທະນະທຳ, ການອະນຸລັກ, ການຫັນມໍລະດົກເປັນດິຈິຕອນ ແລະ ການສົ່ງເສີມຄຸນຄ່າມໍລະດົກ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.

ທ່ານນາງ ຮ່າ ທິ ງາ ຢືນຢັນວ່າ ບັນດາຜົນສຳເລັດດັ່ງກ່າວມີການປະກອບສ່ວນອັນສຳຄັນທັງດ້ານສະຕິປັນຍາ, ເຫື່ອແຮງ ແລະ ນ້ຳໃຈຂອງຊາວຫວຽດນາມຢູ່ຕ່າງປະເທດ.

“ຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດແຍກອອກຈາກຊຸມຊົນບັນດາເຜົ່າຫວຽດນາມ, ເປັນໜຶ່ງໃນແຫຼ່ງກຳລັງຍຸດທະສາດທີ່ສຳຄັນ ແລະ ເປັນຂົວເຊື່ອມລະຫວ່າງຫວຽດນາມກັບໂລກ”, ທ່ານນາງເນັ້ນໜັກ.

ປັດຈຸບັນ, ມີຊາວຫວຽດນາມປະມານ 1,5 ລ້ານຄົນອາໄສຢູ່ເອີຣົບ, ໃນນັ້ນເກືອບ 90.000 ຄົນອາໄສຢູ່ສາທາລະນະລັດເຊັກ. ຊຸມຊົນຊາວຫວຽດນາມຢູ່ເຊັກໄດ້ຮັບການຮັບຮອງເປັນຊຸມຊົນຊົນເຜົ່າສ່ວນໜ້ອຍທີ່ມີສະຖານະທາງກົດໝາຍ.

ບົນພື້ນຖານດັ່ງກ່າວ, ຮອງປະທານ ແລະ ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ໄດ້ສະເໜີໃຫ້ຊຸມຊົນຊາວຫວຽດນາມສືບຕໍ່ສົ່ງເສີມມູນເຊື້ອຄວາມສາມັກຄີ, ເສີມຂະຫຍາຍບົດບາດຂອງບັນດາອົງການສະມາຄົມ, ເອົາໃຈໃສ່ເບິ່ງແຍງຜູ້ສູງອາຍຸ, ແມ່ຍິງ, ຊາວໜຸ່ມ, ນັກສຶກສາ ແລະ ບັນດາຄອບຄົວທີ່ມີສະພາບຫຍຸ້ງຍາກ.

ສຳລັບບັນດານັກທຸລະກິດ, ທ່ານນາງປາຖະໜາໃຫ້ຊຸມຊົນສືບຕໍ່ຊຸກຍູ້ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມກັບບັນດາປະເທດທີ່ຕົນອາໄສຢູ່. ສ່ວນບັນດາປັນຍາຊົນ, ຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຄວນເພີ່ມທະວີການແບ່ງປັນຄວາມຮູ້, ການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

ທ່ານນາງໄດ້ເນັ້ນໜັກເປັນພິເສດເຖິງໜ້າທີ່ການຮັກສາພາສາຫວຽດນາມ, ການຖ່າຍທອດວັດທະນະທຳຂອງຊາດໃຫ້ແກ່ຄົນຮຸ່ນໜຸ່ມ, ຜ່ານນັ້ນສົ່ງເສີມບົດບາດຂອງຊາວຫວຽດນາມແຕ່ລະຄົນຢູ່ຕ່າງປະເທດໃຫ້ເປັນດັ່ງທູດວັດທະນະທຳ, ປະກອບສ່ວນໂຄສະນາພາບລັກຂອງປະເທດຊາດຢູ່ບ່ອນທີ່ຕົນອາໄສ.

ພື້ນທີ່ວັດທະນະທຳຫວຽດນາມທ່າມກາງເອີຣົບ

ໜຶ່ງໃນຈຸດເດັ່ນຂອງງານມະຫາກຳແມ່ນ “ຖະໜົນໃຫຍ່ແຫ່ງຄວາມສາມັກຄີຂອງຊາດ”, ເຊິ່ງເປັນພື້ນທີ່ທີ່ຈັດສ້າງຂຶ້ນເພື່ອຈຳລອງພາບຫວຽດນາມຂະໜາດນ້ອຍຢູ່ເອີຣົບ.

ຢູ່ທີ່ນີ້, ບັນດາສັນຍະລັກວັດທະນະທຳອັນເປັນເອກະລັກຂອງສາມພາກ ເໜືອ, ກາງ ແລະ ໃຕ້ ໄດ້ຖືກນຳມາຈັດສະແດງຄຽງຄູ່ກັບແຜນທີ່ປະເທດຊາດທີ່ກວມເອົາທັງດິນແດນ, ທະເລ ແລະ ໝູ່ເກາະ ພ້ອມດ້ວຍພາບລັກຂອງ 54 ຊົນເຜົ່າຫວຽດນາມ.

ພື້ນທີ່ຈັດສະແດງໄດ້ສະທ້ອນເຖິງຄວາມອຸດົມສົມບູນ ແລະ ຫຼາກຫຼາຍຂອງວັດທະນະທຳຊາດ, ພ້ອມທັງປຸກໃຫ້ລະນຶກເຖິງມູນເຊື້ອທາງປະຫວັດສາດ, ຮາກເຫງົ້າ ແລະ ບັນດາຄຸນຄ່າທີ່ຊາວຫວຽດນາມຫຼາຍຮຸ່ນຄົນໄດ້ຮັກສາ ແລະ ຖ່າຍທອດຕໍ່ກັນມາ.

ສຳລັບຄົນຮຸ່ນໜຸ່ມທີ່ເກີດ ແລະ ເຕີບໃຫຍ່ຢູ່ເອີຣົບ, ບັນດາຮູບພາບ, ແບບຈຳລອງ ແລະ ກິດຈະກຳສຳຜັດປະສົບການ ໄດ້ເປີດໂອກາດໃຫ້ພວກເຂົາຮຽນຮູ້ປະຫວັດສາດ, ພູມສາດ ແລະ ເອກະລັກວັດທະນະທຳຫວຽດນາມຢ່າງເປັນຮູບປະທຳ. ຜ່ານນັ້ນ, ປະກອບສ່ວນບົ່ມເພາະຄວາມຮັກຕໍ່ບ້ານເກີດເມືອງນອນ, ຈິດສຳນຶກໃນການຮັກສາພາສາຫວຽດນາມ ແລະ ບັນດາຄຸນຄ່າປະເພນີອັນດີງາມ.

ນອກຈາກກິດຈະກຳຈັດສະແດງແລ້ວ, ງານມະຫາກຳຍັງໄດ້ນຳສະເໜີລາຍການສະແດງສິລະປະຫຼາຍລາຍການທີ່ເຕັມໄປດ້ວຍເອກະລັກຂອງຊາດ.

ບັນດາທຳນອງເພງກວານຫໍ້ບັກນິງ, ສຽງສຳນຽງວັດທະນະທຳໄຕງວຽນ, ລາຍການສະແດງເຄື່ອງດົນຕີພື້ນເມືອງ ພ້ອມດ້ວຍກິດຈະກຳແລກປ່ຽນ ແລະ ແນະນຳອາຫານ ໄດ້ນຳມາເຊິ່ງປະສົບການກ່ຽວກັບວັດທະນະທຳຂອງບັນດາພາກພື້ນຫວຽດນາມໃຫ້ແກ່ຜູ້ເຂົ້າຮ່ວມ.

ທ່ານ ຮວ່າງ ດິ່ງ ຖັ໊ງ, ຫົວໜ້າຄະນະຈັດງານ, ກຳມະການຄະນະປະທານຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ, ປະທານສະຫະພັນສະມາຄົມຊາວຫວຽດນາມຢູ່ເອີຣົບ, ໃຫ້ຮູ້ວ່າ ງານມະຫາກຳແມ່ນໂອກາດໃຫ້ຊາວຫວຽດນາມຢູ່ຕ່າງປະເທດໄດ້ພົບປະ, ເສີມສ້າງຄວາມສາມັກຄີ, ພ້ອມທັງແນະນຳໃຫ້ເພື່ອນມິດສາກົນຮູ້ຈັກຄວາມງົດງາມຂອງດົນຕີ, ສິລະປະພື້ນເມືອງ, ຊຸດອ໋າວຢ່າຍ ແລະ ອາຫານຫວຽດນາມ.

ຜູ້ທີ່ປະກອບສ່ວນສ້າງບັນຍາກາດທາງວັດທະນະທຳໃຫ້ແກ່ງານມະຫາກຳ ມີບັນດາສິລະປິນຈາກໂຮງລະຄອນກວານຫໍ້ບັກນິງ ພ້ອມດ້ວຍສິລະປິນອາຊີບ ແລະ ສະໝັກຫຼິ້ນຫຼາຍຄົນຈາກຊຸມຊົນຊາວຫວຽດນາມຢູ່ເອີຣົບ.

ຜ່ານບັນດາລາຍການສະແດງ, ຄຸນຄ່າສິລະປະພື້ນເມືອງຂອງຫວຽດນາມໄດ້ຖືກແນະນຳໃຫ້ແກ່ຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນຈຳນວນຫຼວງຫຼາຍ.

ຕາມທ່ານ ຮວ່າງ ດິ່ງ ຖັ໊ງ, ຄວາມໝາຍຂອງງານມະຫາກຳບໍ່ພຽງແຕ່ຈຳກັດຢູ່ໃນກິດຈະກຳວັດທະນະທຳເທົ່ານັ້ນ, ແຕ່ຍັງສະທ້ອນຜ່ານການເສີມສ້າງຄວາມເຊື່ອມໂຍງ, ສົ່ງເສີມພະລັງຂອງຊຸມຊົນ ແລະ ຍົກສູງຖານະບົດບາດຂອງຊາວຫວຽດນາມຢູ່ບັນດາປະເທດທີ່ຕົນອາໄສ.

ທ່ານຍັງໄດ້ຮັບຮູ້ເຖິງການຕອບຮັບຢ່າງກະຕືລືລົ້ນຂອງພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ, ໂດຍສະເພາະຊຸມຊົນວິສາຫະກິດ ແລະ ບັນດາຄອບຄົວປະກອບທຸລະກິດຢູ່ສູນການຄ້າ Sapa, ຕໍ່ງານມະຫາກຳທີ່ຈັດຂຶ້ນເປັນຄັ້ງທຳອິດນີ້.

ເສີມສ້າງຄວາມຜູກພັນຂອງຊຸມຊົນ, ມຸ່ງສູ່ບ້ານເກີດເມືອງນອນ

ທ່ານ ເຢືອງ ຮວ່າຍ ນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳສາທາລະນະລັດເຊັກ, ຕີລາຄາວ່າ ມະຫາກຳສາມັກຄີມະຫາຊົນທົ່ວຊາດ ແລະ ວັນວັດທະນະທຳຫວຽດນາມຢູ່ເອີຣົບ ມີຄວາມໝາຍສຳຄັນຕໍ່ຊຸມຊົນຊາວຫວຽດນາມທີ່ພວມດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ພາກພື້ນນີ້.

ຕາມທ່ານເອກອັກຄະລັດຖະທູດ, ຜ່ານຫຼາຍໄລຍະທີ່ມີຄວາມຫຍຸ້ງຍາກບໍ່ໜ້ອຍ, ບັນດາອົງການສະມາຄົມ ແລະ ຊາວຫວຽດນາມຫຼາຍຮຸ່ນຄົນຢູ່ເອີຣົບ ໄດ້ຮ່ວມກັນສ້າງຊຸມຊົນ, ຄ່ອຍໆຢືນຢັນຖານະບົດບາດຂອງຕົນຢູ່ບັນດາປະເທດທີ່ອາໄສ.

ການຈັດລາຍການແລກປ່ຽນໃນລະດັບພາກພື້ນ ໄດ້ສ້າງເງື່ອນໄຂເພີ່ມເຕີມໃຫ້ຊາວຫວຽດນາມຢູ່ຕ່າງປະເທດໄດ້ພົບປະ, ແບ່ງປັນປະສົບການ, ຮັດແໜ້ນສາຍໃຍຄວາມຮັກແພງ ແລະ ຮັກສາຄວາມຜູກພັນກັບບ້ານເກີດເມືອງນອນ.

ທ່ານເອກອັກຄະລັດຖະທູດ ເຢືອງ ຮວ່າຍ ນາມ ເຫັນວ່າ ການເຂົ້າຮ່ວມຂອງຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ ແລະ ຂະແໜງການຂອງຫວຽດນາມໃນງານມະຫາກຳ ໄດ້ສະແດງເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ຕໍ່ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.

ພ້ອມກັນນັ້ນ, ເຫດການນີ້ຍັງປະກອບສ່ວນຫັນຈິດໃຈຂອງມະຕິເລກທີ 23 ຂອງກົມການເມືອງໃຫ້ເປັນຮູບປະທຳ, ເຊິ່ງໄດ້ຢືນຢັນວ່າ ຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດແຍກອອກຈາກຊຸມຊົນຊາດຫວຽດນາມ, ພ້ອມທັງເປັນແຫຼ່ງກຳລັງຍຸດທະສາດທີ່ສຳຄັນ ແລະ ເປັນຂົວເຊື່ອມລະຫວ່າງປະເທດຊາດກັບໂລກ.

ຮ່ວມແບ່ງປັນກ່ຽວກັບຄວາມໝາຍຂອງເຫດການ, ທ່ານນາງ ຟານ ບິກ ທຽນ, ກຳມະການຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ, ປະທານສະມາຄົມແມ່ຍິງຫວຽດນາມປະຈຳຮົງກາຣີ, ໄດ້ສະແດງຄວາມຊາບຊຶ້ງໃຈທີ່ງານມະຫາກຳໄດ້ຈັດຂຶ້ນພາຍຫຼັງການປະກາດໃຊ້ມະຕິເລກທີ 23.

ຕາມທ່ານນາງ, ລາຍການນີ້ເປັນຫຼັກຖານສະແດງໃຫ້ເຫັນວ່າ ບັນດາແນວທາງ ແລະ ນະໂຍບາຍຕໍ່ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ພວມຄ່ອຍໆຖືກຫັນເປັນກິດຈະກຳຕົວຈິງ.

ທ່ານນາງ ຟານ ບິກ ທຽນ ເຫັນວ່າ ການຮັບຮູ້ເຖິງການປະກອບສ່ວນຂອງຊາວຫວຽດນາມຢູ່ຕ່າງປະເທດ ບໍ່ພຽງແຕ່ນຳມາເຊິ່ງຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງປະກອບສ່ວນຍົກສູງຈິດສຳນຶກຄວາມຮັບຜິດຊອບຂອງແຕ່ລະຄົນຕໍ່ການພັດທະນາປະເທດຊາດ.

ເຖິງແມ່ນວ່າຈະດຳລົງຊີວິດຢູ່ຕ່າງປະເທດ, ຊາວຫວຽດນາມກໍຍັງສາມາດປະກອບສ່ວນຕາມຄວາມສາມາດ, ເງື່ອນໄຂ ແລະ ຖານະບົດບາດຂອງຕົນ, ຮ່ວມກັບພີ່ນ້ອງປະຊາຊົນພາຍໃນປະເທດນຳພາຫວຽດນາມກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ເພີ່ມທະວີການເຊື່ອມໂຍງກັບສາກົນ ແລະ ຍົກສູງຖານະບົດບາດໃນເວທີສາກົນ.

ມະຫາກຳສາມັກຄີມະຫາຊົນທົ່ວຊາດ ແລະ ວັນວັດທະນະທຳຫວຽດນາມຢູ່ເອີຣົບ ປີ 2026 ດຳເນີນໄປຈົນຮອດສິ້ນສຸດວັນທີ 1/11, ເນື່ອງໃນໂອກາດລະນຶກຄົບຮອບ 10 ປີ ແຫ່ງການສ້າງຕັ້ງສະຫະພັນສະມາຄົມຊາວຫວຽດນາມຢູ່ເອີຣົບ (2016-2026) ແລະ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີສາມຂອງສະຫະພັນສະມາຄົມ, ສະໄໝ 2026-2031.

ຜ່ານບັນດາລາຍການວັດທະນະທຳ, ສິລະປະ ແລະ ກິດຈະກຳແລກປ່ຽນຊຸມຊົນ, ງານມະຫາກຳໄດ້ປະກອບສ່ວນເຊື່ອມສານຊາວຫວຽດນາມຫຼາຍຮຸ່ນຄົນຢູ່ເອີຣົບ, ສົ່ງເສີມການຮັກສາເອກະລັກຂອງຊາດ, ພ້ອມທັງເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ສາຍພົວພັນມິດຕະພາບລະຫວ່າງຫວຽດນາມກັບບັນດາປະເທດໃນພາກພື້ນ.

SiviCamp 2026 ເຊື່ອມຕໍ່ຄົນໜຸ່ມຫວຽດນາມຢູ່ເອີຣົບ ຜ່ານເຕັກໂນໂລຊີ ແລະ ວັດທະນະທຳ SiviCamp 2026 ເຊື່ອມຕໍ່ຄົນໜຸ່ມຫວຽດນາມຢູ່ເອີຣົບ ຜ່ານເຕັກໂນໂລຊີ ແລະ ວັດທະນະທຳ
ຍສໝ - ແຕ່ວັນທີ 17-20/9 ຢູ່ Frankfurt, ຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026 ໄດ້ເຕົ້າໂຮມຊາວໜຸ່ມ, ນັກສຶກສາຫວຽດນາມຫຼາຍກວ່າ 200 ຄົນ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ ແລະ ຫຼາຍປະເທດໃນເອີຣົບ, ດ້ວຍບັນດາກິດຈະກຳທີ່ສຸມໃສ່ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາທັກສະ ແລະ ການຮັກສາເອກະລັກວັດທະນະທຳ.
ຫວຽດນາມ - Gruzia ມຸ່ງໄປສູ່ການເປີດກວ້າງການເຊື່ອມຕໍ່ລະຫວ່າງອາຊີຕາເວັນອອກສຽງໃຕ້ ແລະ ພາກພື້ນເອີຣົບ - ອາຊີ ຫວຽດນາມ - Gruzia ມຸ່ງໄປສູ່ການເປີດກວ້າງການເຊື່ອມຕໍ່ລະຫວ່າງອາຊີຕາເວັນອອກສຽງໃຕ້ ແລະ ພາກພື້ນເອີຣົບ - ອາຊີ
ຍສໝ - ແຕ່ວັນທີ 12 - 14/10/2026, ທ່ານນາງ ຫວໍ ທິ ແອັງ ຊວັນ ເລຂາທິການຄະນະບໍລິຫານງານສູນກາງພັກ, ຮອງປະທານປະເທດຫວຽດນາມ ເດີນທາງຢ້ຽມຢາມ Gruzia ຢ່າງເປັນທາງການ ຕາມຄຳເຊີນຂອງການນຳປະເທດນີ້. ການຢ້ຽມຢາມຄັ້ງນີ້ຄາດວ່າຈະຊຸກຍູ້ການຮ່ວມມືສອງຝ່າຍ, ສົ່ງເສີມບົດບາດການເຊື່ອມຕໍ່ຂອງຫວຽດນາມ ແລະ Gruzia ກັບບັນດາຕະຫຼາດໃນອາຊີຕາເວັນອອກສຽງໃຕ້, ຄໍເຄຊັສໃຕ້ ແລະ ເອີຣົບ - ອາຊີ.

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ